ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ

- 291045048 1928019947401776 2000982230217436504 n - ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ
- kitchen vibe - ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດສື່ມວນຊົນໃນວັນທີ 27 ມິຖຸນາຜ່ານມາໃນໂອກາດສະເຫລີມສະຫລອງ 2 ວັນປະຫວັດສາດ ຂອງຊາດລາວ-ຫວຽດນາມ ໂດຍໄດ້ຍົກໃຫ້ເຫັນການພົວພັນຮ່ວມມືອັນສະໜິດສະໜົມ ແລະ ແໜ້ນແຟ້ນ ລະ ຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ໂດຍທັງສອງກະຊວງມີກົນໄກການຮ່ວມມືທີ່ຈະເເຈ້ງ ເເລະ ຍາວນານ ທັງໄດ້ຮັບຮອງເອົາແຜນການຮ່ວມມືປະຈຳປີ ເຊິ່ງຫລ້າສຸດ ກໍໄດ້ລົງນາມແຜນປະຕິບັດງານລະຫວ່າງສອງກະຊວງທີ່ກວມເອົາຫລາຍຂົງເຂດ ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານເພື່ອຮັບປະກັນໃຫ້ມີທັດສະນະອັນດຽວກັນຕໍ່ບັນຫາຕ່າງໆທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ເຊິ່ງຕ້ອງໄດ້ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານນຳກັນຕະຫລອດ ເພື່ອເຂົ້າໃຈບັນຫາ ເເລະ ຮັບປະ ກັນທັດສະນະທີ່ວາງອອກນັ້ນສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງພັກ-ລັດສອງປະເທດ.ຂະນະ ດຽວກັນສອງກະຊວງການຕ່າງປະເທດ ໄດ້ຕົກລົງຮ່ວມມືແລກປ່ຽນບົດຮຽນປະສົບການວຽກງານການຕ່າງ ປະເທດ; ຂະນະທີ່ຫວຽດນາມ ກໍໄດ້ສະໜັບສະໜູນຊ່ວຍຝຶກອົບຮົມພະນັກງານ-ລັດຖະກອນ, ພະນັກງານນັກການທູດຂອງລາວ ບໍ່ວ່າຈະເປັນທັກສະການເຈລະຈາ, ການຄົ້ນຄວ້າວິໄຈບັນຫາ, ການແລກປ່ຽນ ຫລື ຖ່າຍທອດບົດຮຽນການແປພາສາ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດຂອງພວກເຮົາ.

ທ່ານ ສະເຫລີມໄຊ ກ່າວຕື່ມວ່າ: ອັນສຳຄັນໃນຕໍ່ໜ້າທີ່ສອງກະຊວງກຳລັງສຸມໃສ່ປະຕິບັດແມ່ນການແລກ ປ່ຽນບົດຮຽນກ່ຽວກັບການທູດເສດຖະກິດ ເນື່ອງຈາກການທູດເສດຖະກິດໃນປັດຈຸບັນສອດຄ່ອງກັບສະພາບຄວາມເປັນຈິງ, ການປະຕິບັດນະໂຍບາຍການຕ່າງປະເທດຂອງລາວຕໍ່ໄປຈະເນັ້ນໃສ່ການທູດເສດຖະກິດເປັນຫລັກ ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດດ້ານເສດຖະກິດຫລາຍຂຶ້ນໃນການປະຕິບັດນະໂຍບາຍການຕ່າງປະເທດກໍຄືການປະຕິບັດການທູດເສດຖະກິດ. ມາຮອດປັດຈຸບັນ, ການຮ່ວມມື ລາວ-ຫວຽດນາມ ມີຢູ່ທຸກຂົງເຂດ, ສະເພາະການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ ກໍມີຫລາຍອັນລວມທັງການຮ່ວມມືໃນຂົງເຂດສື່ມວນຊົນ, ການສຶກສາ, ການສ້າງຊັບພະຍາກອນມະນຸດ ເຊິ່ງປັດຈຸບັນຫວຽດນາມ ໄດ້ຮັບເອົານັກສຶກສາລາວໄປຮຽນຢູ່ສສ ຫວຽດນາມ ເປັນຈຳນວນຫລາຍໂດຍ 10 ປີຜ່ານມາມີຫລາຍກວ່າ 50.000 ຄົນ, ຂະນະດຽວກັນ ກໍມີນັກຮຽນທີ່ພວມສຶກສາຢູ່ ສສ ຫວຽດນາມ 14.000 ຄົນ.

ທ່ານ ສະເຫລີມໄຊ ກ່າວອີກວ່າ: ເພື່ອສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການປະສານກັບຂະແໜງການກ່ຽວຂ້ອງເປັນ ຕົ້ນ ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ແລະ ພາກສ່ວນອື່ນໆເພື່ອກະກຽມຈັດກິດຈະກຳທີ່ສຳຄັນ ແລະ ຍິ່ງໃຫຍ່ຢູ່ນະຄອນຫລວງວຽງຈັນໃນວັນທີ 18 ກໍລະກົດ ໂດຍໃນພິທີສະເຫລີມສະຫລອງນີ້ຈະມີການນຳສູງສຸດຂອງພັກ-ລັດ ເຂົ້າຮ່ວມ, ສ່ວນຫວຽດນາມ ແມ່ນການນຳຂັ້ນສູງສາຍພັກ-ລັດ ຈະມາຮ່ວມ ແລະ ລາວ ຈະສົ່ງຄະນະຜູ້ແທນການນຳຂັ້ນສູງຂອງລາວໄປເຂົ້າຮ່ວມພິທີສະເຫລີມສະຫລອງລັກ ສະນະດຽວກັນຢູ່ຫວຽດນາມ ເຊິ່ງທັງສອງປະເທດ ຈະຈັດພິທີສະເຫລີມສະຫລອງປີສາມັກຄີມິດຕະພາບພ້ອມກັນ ທັງຢູ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍ.

ນອກນີ້, ກະຊວງການຕ່າງປະເທດ ລາວ-ຫວຽດນາມໄດ້ປະສານສົມທົບກັນເພື່ອຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງປະຕິບັດຕາມແຜນການກິດຈະ ກຳຕ່າງໆ ແຕ່ນີ້ຈົນຮອດທ້າຍປີ; ສຳລັບພິທີເປີດ ແລະ ສະຫລຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ການນຳຂັ້ນສູງຂອງລາວຈະໄດ້ເຂົ້າຮ່ວມພິທີເປີດຢູ່ສສ ຫວຽດນາມ ແລະ ທ້າຍປີ 2022 ຈະມີພິທີປິດກິດ ຈະກຳຢູ່ ສປປ ລາວ ໂດຍຈະມີການນຳຂັ້ນສູງຂອງຫວຽດນາມ ເຂົ້າຮ່ວມ.

- 4 - ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ
- 5 - ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ
- 3 - ການພົວພັນຮ່ວມມື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ