ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ

ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ - 292349771 2066264553561262 4925650057204833251 n - ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ
ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ - kitchen vibe - ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ
ໃນຕອນບ່າຍວັນທີ 6 ກໍລະກົດ 2022 ນີ້ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ມີຄື:
ມາດຕາ 3 ກ່ຽວກັບການອະທິບາຍຄໍາສັບ ປັບປຸງ ແລະ ເພີ່ມເຂົ້າໃໝ່ ບາງຄຳສັບເປັນຕົ້ນ ການເພີ່ມຄຳສັບ ຄູ່ກໍລະນີ ເພື່ອໃຫ້ກວມເອົາຄວາມໝາຍຄູ່ຄວາມ ໃນຄະດີປົກຄອງ ຕາມທີ່ກໍານົດໄວ້ໃນລັດຖະບັນຍັດວ່າດ້ວຍການດໍາເນີນຄະດີປົກຄອງ. ຄໍາສັບກ່ຽວກັບການຍົກຍ້າຍ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານສານປະຊາຊົນ ເພື່ອຈຳແນກໃຫ້ເຫັນຄວາມໝາຍຂອງການຍົກຍ້າຍ ແມ່ນ ການຍ້າຍໄປຮັບໜ້າທີ່ໃໝ່ຢູ່ນອກລະບົບສານ, ສ່ວນການສັບປ່ຽນບ່ອນປະຈຳການ ແມ່ນ ການປ່ຽນບ່ອນປະຈຳການຢູ່ພາຍໃນລະບົບສານປະຊາຊົນ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍຜູ້ພິພາກສາ.
ມາດຕາ 21, 37 ແລະ 38 ກ່ຽວກັບ ການແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນບ່ອນປະຈຳການ ແລະ ປົດຕຳແໜ່ງພະນັກງານຂອງສານ ໃຫ້ມີຄວາມລະອຽດຈະແຈ້ງ ລະຫວ່າງ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງປະທານ, ຮອງປະທານສານປະຊາຊົນທ້ອງຖິ່ນ ແລະ ຜູ້ພິພາກສາຂອງສານປະຊາຊົນ ແມ່ນສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ. ສຳລັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງທາງບໍລິຫານ ແລະ ການສັບປ່ຽນບ່ອນປະຈຳການໃນລະບົບສານປະຊາຊົນ ແມ່ນ ສິດ ແລະ ໜ້າທີ່ຂອງສານປະຊາຊົນສູງສຸດ.
ພາຍຫຼັງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນເຄື່ອງມືດ້ານນິຕິກຳສຳຄັນໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານຂອງສານ ໄດ້ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສີນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ.
ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ - 3 - ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ
ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ - 5 - ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ
ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ - 4 - ປະທານສານປະຊາຊົນສູງສຸດ ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ