ເຫັນດີປັບປຸງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າເພື່ອສອດຄ່ອງກັບການພັດທະນາ

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ກໍລະກົດ 2022 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະ ພາແຫ່ງຊາດໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າສະບັບປັບປຸງພາຍ ຫລັງທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ສະເໜີຮ່າງກົດໝາຍດັ່ງກ່າວໂດຍຈະປັບປຸງ ແລະ ເພີ່ມເຂົ້າໃໝ່ຫລາຍມາດຕາເປັນຕົ້ນໝວດທີ 1 ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າໃນພາກທີ V ປັບປຸງ 1 ມາດຕາ ແລະ ເພີ່ມໃໝ່ 2 ມາດຕາຄື ມາດຕາ 36 (ປັບປຸງ) ເປົ້າໝາຍການນໍາໃຊ້ແຫລ່ງນໍ້າ, ມາດຕາ 36 ຂໍ້ 1 ການອວ່າຍແລວນໍ້າ, ມາດຕາ 36 ຂໍ້ 2 ອົງການລັດທີ່ມີສິດຕົກລົງອວ່າຍແລວນໍ້າ, ພາກທີ X ຂໍ້ຫ້າມ ປັບປຸງ 1 ມາດຕາ ຄືມາດຕາ 67 (ປັບ ປຸງ) ຂໍ້ຫ້າມທົ່ວໄປ.
ລັດຖະມົນຕີ ກຊສ ຍົກໃຫ້ເຫັນວ່າ: ພາຍຫລັງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ໄດ້ນໍາໃຊ້ມາແຕ່ປີ 2017 ເຊິ່ງເປັນເຄື່ອງມືສໍາຄັນໃນການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປົກປັກຮັກສາສິ່ງແວດລ້ອມໄດ້ຍືນຍົງດີຂຶ້ນ,ແຕ່ຜ່ານການປະຕິບັດຕົວຈິງ ເຫັນວ່າມີເນື້ອໃນຫລາຍຈຸດບໍ່ທັນຮັດກຸມ, ຈະແຈ້ງ ໂດຍສະເພາະການອວ່າຍແລວນໍ້າຍັງບໍ່ໄດ້ກໍານົດການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງດໍາເນີນການອວ່າຍແລວນໍ້າ ຕາມທີ່ກໍານົດໄວ້ໃນມາດຕາ 67 ຂໍ້ 3 ຂອງກົດໝາຍສະບັບນີ້.
ເນື່ອງຈາກສະພາບການພັດທະນາ ເສດຖະກິດ-ສັງຄົມໃນໄລຍະໃໝ່ ທີ່ຕ້ອງມີການອວ່າຍແລວນໍ້າເພື່ອເປົ້າໝາຍນໍາໃຊ້ນໍ້າ, ຊັບພະຍາກອນ ນໍ້າ ຫລື ເພື່ອຈຸດປະສົງອື່ນ ຈຶ່ງເກີດມີການຂໍອະນຸຍາດຍົກເວັ້ນການປະຕິບັດມາດຕາດັ່ງກ່າວ ໂດຍໄດ້ຂໍ ອະນຸຍາດດໍາເນີນການອວ່າຍແລວນໍ້າໃນໂຄງການໃຫຍ່ໆຈໍານວນໜຶ່ງ.
ດັ່ງນັ້ນ ຈຶ່ງຕ້ອງໄດ້ປັບປຸງບາງມາດຕາຂອງກົດໝາຍແນໃສ່ເຮັດໃຫ້ການອວ່າຍແລວນໍ້າ ຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບສະ ພາບຄວາມເປັນຈິງໃນໄລຍະໃໝ່.
ລັດຖະມົນຕີກະຊວງດັ່ງກ່າວ ກ່າວຕື່ມວ່າ: ພາຍຫລັງຮ່າງກົດໝາຍນີ້ໄດ້ຖືກຮັບຮອງເອົາການປັບປຸງຈາກກອງປະຊຸມສະພາເທື່ອນີ້ແລ້ວ, ຈະເປັນເຄື່ອງມືດ້ານນິຕິກໍາສໍາຄັນເພື່ອເຮັດໃຫ້ການຄຸ້ມຄອງ, ການປົກປັກຮັກສາ, ການນໍາໃຊ້, ການພັດທະນາ ແລະ ຂຸດຄົ້ນຊັບພະຍາກອນນໍ້າ ຮັບປະກັນຄຸນນະພາບ ແລະ ປະລິມານ, ຫລຸດຜ່ອນຜົນກະທົບທີ່ບໍ່ດີຕໍ່ຊີວິດ ແລະ ສິ່ງແວດລ້ອມທັງໃຫ້ຍືນຍົງຕໍ່ໄປ.