ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ

ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - Boris - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ
ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - kitchen vibe - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ

ຜູ້ນຳອັງກິດເນັ້ນຈະແຈ້ງ ຈະບໍ່ໜີຄວາມຮັບຜິດຊອບດ້ວຍການລາອອກ ຫລັງຖືກກົດດັນຈາກຝ່າຍຄ້ານ ລວມທັງຈາກຝ່າຍລັດຖະບານບາງສ່ວນ.

ສະຖານະການການເມືອງໃນອັງກິດຍັງຮ້ອນແຮງຕໍ່ເນື່ອງ ຫລັງຈາກລັດຖະມົນຕີກະຊວງສຳຄັນ ຄືທ່ານ ຣິຊີ ສຸນັກ ລັດຖະມົນຕີວ່າການກະຊວງການເງິນ ແລະ ທ່ານ ຊາຈິດ ຈາວິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຍື່ນຈົດໝາຍລາອອກຕໍ່ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ.

ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ
ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ

ທັງສອງທ່ານລະບຸໃນຈົດໝາຍວ່າ: ສູນເສຍຄວາມເຊື່ອໝັ້ນຕໍ່ນາຍົກລັດຖະມົນຕີ ຈອນສັນ ຈາກການຕັດສິນໃຈທີ່ຜິດພາດໃນຫລາຍໆເລື່ອງ ແລະ ເຊື່ອວ່າສະຖານະການຈະບໍ່ປ່ຽນໄປພາຍໃຕ້ການນຳຂອງຜູ້ນຳຄົນປັດຈຸບັນ.

ໂດຍໃນການຊີ້ແຈງຕໍ່ສະພາປະຈຳອາທິດໃນວັນທີ 6 ກໍລະກົດ 2022 ສະມາຊິກພັກແຮງງານຂອງຝ່າຍຄ້ານຕ່າງພາກັນຮ້ອງໄລ່ນາຍົກລັດຖະມົນຕີ ຈອນສັນ ວ່າ: “ໄປ! ໄປ!” ແລະ ຮ້າຍແຮງໄປກວ່ານັ້ນ ຄືການທີ່ສະມາຊິກພັກອະນຸລັກນິຍົມບາງສ່ວນ ໄດ້ຕັ້ງຄຳຖາມເຖິງນາຍົກລັດຖະມົນຕີເຊັ່ນກັນ ວ່າມີສິ່ງໃດແດ່ທີ່ຈະເຮັດໃຫ້ນາຍົກລັດຖະມົນຕີຍອມລາອອກ.

ນາຍົກລັດຖະມົນຕີ ຈອນສັນ ຕອບວ່າ: ໃນຖານະທີ່ທ່ານໄດ້ຮັບເລືອກມາຈາກປະຊາຊົນສ່ວນຫລາຍ ວຽກຂອງນາຍົກລັດຖະມົນຕີໃນສະຖານະການທີ່ຍາກລຳບາກ ຄືການໄປຕໍ່. ອີກທັງການຈາກໄປໃນເວລານີ້ອາດບໍ່ຖືເປັນການສະແດງຄວາມຮັບຜິດຊອບ.

ຕໍ່ມາໃນການຊີ້ແຈງຕໍ່ຄະນະກຳມາທິການ, ນາຍົກລັດຖະມົນຕີ ຈອນສັນ ຍັງຢືນຢັນວ່າ: ມັນອາດບໍ່ແມ່ນເລື່ອງຖືກຕ້ອງ ຖ້າທ່ານຈະຍ່າງອອກໄປໃນຕອນນີ້ ທ່າມກາງແຮງກົດດັນທາງເສດຖະກິດ ແລະ ສົງຄາມໃນອູແກຣນ.

ລາຍງານຂອງບີບີຊີໄດ້ມີການເປີດເຜີຍວ່າ: ມີລັດຖະມົນຕີ ແລະ ຮອງລາອອກໄປແລ້ວຢ່າງໜ້ອຍ 41 ທ່ານ. ຂະນະທີ່ຫລາຍທ່ານໃນຄະນະລັດຖະບານທີ່ຍັງຢູ່ໃນຕຳແໜ່ງ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີລາອອກເຊັ່ນກັນ.

ອ້າງອີງ:

https://apnews.com/…/boris-johnson-london-sajid-javid…

https://www.bbc.com/news/uk-politics-62065534

ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - 3 - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ
ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - 5 - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ
ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ - 4 - ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ