ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ

ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 293447489 3115156162128257 7127389402844515733 n - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - kitchen vibe - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເດີນ ທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລຳດັບ, ເຊິ່ງເນື້ອໃນການເຊັນປຶ້ມໄຫວ້ອາໄລ ມີຄືດັ່ງນີ້:
อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 293364233 3115156028794937 380493986141963737 n - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
1. ຄະນະນໍາໂດຍ ພະນະທ່ານ ນ. ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ມີຄື:
ຕາງໜ້າປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະ ມົນຕີ ແຫ່ງ ປະເທດຍີ່ປຸ່ນ.
ພະນະທ່ານ ອາເບະ ຊິນໂຊ ເປັນນັກການເມືອງທີ່ເຕັມໄປດ້ວຍປະສົບການການເຄື່ອນໄຫວວຽກງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນອະດີດການນໍາທີ່ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງ ແລະ ຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ລວມທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ.
ການສູນເສຍອະດີດການນໍາທີ່ສໍາຄັນຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ຖືເປັນການສູນເສຍບຸກຄະລາກອນ ແລະ ການນໍາທີ່ສໍາຄັນຂອງຍີ່ປຸ່ນ ແລະ ທັງເປັນການສູນເສຍເພື່ອນມິດທີ່ສໍາຄັນ ຂອງ ສປປ ລາວ. ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ຕາງໜ້າປະຊາຊົນລາວທຸກຖ້ວນໜ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດ ຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.
อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 293115747 3115156265461580 1353200252721365029 n - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
2. ຄະນະນໍາໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄື:
ຕາງໜ້າລັດຖະບານ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະ ມົນຕີ ແຫ່ງ ປະເທດຍີ່ປຸ່ນ. ການຈາກໄປຂອງ ພະນະທ່ານ ອາເບະ ຊິນໂຊ ບໍ່ພຽງແຕ່ເປັນການສູນເສຍອະດີດການນຳທີ່ເຄົາລົບຮັກຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດ ແລະ ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.
ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ພະນະທ່ານ ອາເບະ ຊິນໂຊ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດຮັບໃຊ້ຊາດ ກໍຄືການຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ລວມທັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ.
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານ ຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.
อาจเป็นรูปภาพของ 10 คน, ผู้คนกำลังยืน และ สถานที่ในร่ม ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 293443932 3115156202128253 7942828731534494560 n - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
3. ຄະນະນໍາໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມີຄື:
ຕາງໜ້າຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.
ພະນະທ່ານ ອາເບະ ຊິນໂຊ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຍົກບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ ພາຍໃຕ້ການຊີ້ນໍາຂອງ ພະນະທ່ານ ອາເບະ ຊິນໂຊ, ການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ – ຍີ່ປຸ່ນ ໄດ້ຮັບການຮັດແໜ້ນ ແລະ ຍົກລະດັບຂຶ້ນໃຫ້ເປັນ ຄູ່ຮ່ວມຍຸດທະສາດ ທີ່ນໍາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ – ຍີ່ປຸ່ນ.
ໃນບັນຍາກາດອັນໂສກເສົ້າສະຫຼົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານຍີ່ປຸ່ນ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານ ຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 3 - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 5 - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ
ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ - 4 - ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ