ລັດວິສາຫະກິດໄຟຟ້າລາວ ປະກາດແຕ່ງຕັ້ງ ຮອງອຳນວຍການໃໝ່ 2 ທ່ານ
July 12, 2022 - 1:46 PM

ວັນທີ 11 ກໍລະກົດ 2022 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງອຳນວຍການ ລັດວິສາຫະກິດໄຟຟ້າລາວ ໃໝ່ 2 ທ່ານ ຄື: ທ່ານ ສຸກສະຫວາດ ໂສສຸພັນ ຫົວໜ້າຫ້ອງການຜູ້ອຳນວຍການ ແລະ ທ່ານ ວິລະພອນ ວິຊຸນນະລາດ ຫົວໜ້າຝ່າຍແຜນການ-ການເງິນ ເປັນ ຮອງອຳນວຍການ ລັດວິສາຫະກິດໄຟຟ້າລາວ.
ໃນພິທີດັ່ງກ່າວ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນປະທານ ແລະ ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍ ຄະນະອຳນວຍການລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມ.