ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

- kitchen vibe - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

- f dc trump china trade 170814 - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

ກະຊວງ​ການ​ຄ້າ​ຈີນ​ປະກາດ​ຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ ຖ້າ​ອາ​ເມ​ລິ​ກາ​ທຳລາຍ​ການ​ພົວພັນ​ການ​ຄ້າ, ພາຍຫລັງ​ປະທານາທິບໍດີ ​ໂດນ​ັນ ທຣຳ ສັ່ງ​ໃຫ້​ເປີດ​ການ​ສອບ​ສວນ​ວ່າ​ຈີນ​ລະ​ເມີດ​ຊັບ​ສິນ​ທາງ​ປັນຍາ ຫລື ບໍ່.

- Visit Laos Visit SALANA BOUTIQUE HOTEL - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

 

+ ຈີນເຕືອນສົງຄາມການຄ້າຫລັງທ່ານ ທຣຳ ກຽມສອບສວນນະໂຍບາຍປັກກິ່ງ

+ ທ່ານ ດູເຕີເຕ ວິຈານນະໂຍບາຍ ການຄ້າອາເມລິກາໃນເວທີອາຊຽນ

 

​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ອາ​ເມ​ລິ​ກາ​ຄວນ​ເຄົາລົບ​ຂໍ້​ແທ້​ຈິງ, ດຳ​ເນີ​ນການ​ຢ່າງຮອບ​ຄອບ, ປະຕິບັດ​ຕາມ​ຄຳ​ໝັ້ນທີ່​ໃຫ້​ໄວ້​ກັບ​ອົງການ​ການ​ຄ້າ​ໂລກ ​ແລະ ບໍ່​ທຳລາຍ​ຫລັກການ​ພະຫຸ​ພາຄີ. ຖ້າ​ອາ​ເມ​ລິ​ກາບໍ່​ສົນ​ໃຈ​ຂໍ້​ແທ້​ຈິງ​ເຫລົ່າ​ນີ້​ແລ້ວ​ດຳ​ເນີນ​ການ​ໃນ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ຜົນ​ປະ​ໂຫຍ​ດທາງ​ການ​ຄ້າ​ຂອງ​ທັງ​ສອງ​ຝ່າຍ, ຈີນ​ຈະ​ບໍ່​ຢູ່​ເສີຍໆ​ຢ່າງ​ແນ່ນອນ ​ແລະ ຈະ​ດຳ​ເນີນ​ທຸກ​ມາດ​ຕະການ​ທີ່​ເໝາະ​ສົມ ​ເພື່ອ​ປົກ​ປ້ອງ​ສິດ​ອັນ​ຊອບ​ທຳ​ຂອງ​ຈີນ. ຂະນະ​ທີ່​ຖະ​ແຫລ​ງການ​ຂອງ​ກະຊວງ​ການ​ຄ້າ​ຈີນ ລະບຸ​ວ່າ: ອາ​ເມ​ລິ​ກາ​ຄວນ​ເຫັນ​ຄ່າ​ຂອງ​ການ​ຮ່ວມ​ມື ​ແລະ ການ​ພົວພັນ​ການ​ຄ້າ​ທີ່​ໜ້າ​ພໍ​ໃຈ​ລະຫວ່າງ​ກັນ, ການ​ກະທຳ​ໃດໆ​ຂອງ​ອາ​ເມ​ລິ​ກາ​ທີ່ຈະ​ທຳລາຍ​ການ​ພົວພັນ​ຈະ​ເປັນ​ອັນຕະລາຍ​ຕໍ່​ບໍລິສັດ​ທັງ​ສອງ​ຝ່າຍ. ພ້ອມ​ກັບ​ຢືນຢັນ​ວ່າ: ຈີນ​​ໄດ້​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ດ້ວຍ​ມາດ​ຕະການ​ດ້ານ​ການ​ບໍລິຫານ ​ແລະ ກົດໝາຍ​ຢ່າງ​ແຂງ​ແຮງ​ມາ​ໂດຍ​ຕະຫລອດ.

- 1502769825609 960x0 - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

ປະທານາທິບໍດີ ທຣຳ ສັ່ງ​ໃຫ້​ທ່ານ ​ໂຣ​ເບີດ ​ໄລ​ໄທ​​ເຊີ ຜູ້​ແທນ​ການ​ຄ້າ​ອາ​ເມ​ລິ​ກາ ພິຈາລະນາ​ພາຍ​ໃນ 1 ປີ​ວ່າ​ຄວນ​ເປີດ​ການ​ສອບ​ສວນ​ຢ່າງ​ເປັນ​ທາງ​ການ​ເລື່ອງ​ນະ​ໂຍບາຍ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ ຫລື ບໍ່ ຕາມ​ທີ່​ທຳນຽບຂາວ ​ແລະ ກຸ່ມ​ອຸດສາຫະກຳ​ອາ​ເມ​ລິ​ກາ​ອ້າງ​ວ່າ​ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ທຸລະ​ກິດ ​ແລະ ການ​ຈ້າງ​ວຽກ​ອາ​ເມ​ລິ​ກາ. ລັດຖະບານ​ອາ​ເມ​ລິ​ກາ​ຕີ​ລາຄາ​ວ່າ: ການ​ຖືກ​ຈີນ​ລະ​ເມີດ​ຊັບ​ສິນ​ທາງ​ປັນຍາ​ສ້າງ​ຄວາມ​ເສຍ​ຫາຍ​​ເຖິງ 600.000 ລ້ານ​ໂດ​ລາ​ສະຫະລັດ. ສ່ວນ​ທ່ານ ​ເຈ​ຄອບ ປາຣກ​ເກີ ຮອງ​ປະທານ​ຝ່າຍ​ປະຕິບັດ​ການ​ດ້ານ​ຈີນ ສະພາ​ທຸລະ​ກິດ​ ອາ​ເມ​ລິ​ກາ-ຈີນ ​ເຫັນວ່າ: ບັນທຶກ​ຂອງ​ປະທານາທິບໍດີ​ເປັນ​ພຽງ​ການ​ເລີ່​ມຕົ້ນຂະ​ບວນການ​ເທົ່າ​ນັ້ນ ​ເຊື່ອ​ວ່າ​ລັດຖະບານ​ຈະ​ຕັດສິນ​ໃຈ​ພາຍ​ໃນ 2-3 ​ເດືອນ ບໍ່​ໃຊ້​ເວລາ​ເປັນ​ປີ​ຢ່າງ​ແນ່ນອນ.

- ujiojmn2 - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ

- 3 - ຈີນປະກາດປົກປ້ອງຜົນປະໂຫຍດປະເທດ ຖ້າອາເມລິກາທຳລາຍການພົວພັນການຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!