ສາທາລະນະສຸກແຂວງບໍ່ແກ້ວຕີລາຄາວຽກງານລັດຖະກອນ


ກອງປະຊຸມຕີລາຄາການ ປະຕິບັດວຽກງານລັດຖະກອນ ແລະ ຄັດເລືອກຜົນງານຂອງບຸກ ຄົນ ແລະ ກົມກອງລວມໝູ່ໃນພະ ແນກສາທາລະນະສຸກ ແລະ ໂຮງ ໝໍແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນ ວັນທີ 8-11 ສິງຫານີ້, ໂດຍການ ເຂົ້າຮ່ວມ ຂອງທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ ແກ້ວ, ມີທ່ານ ຄຳພະຫຍາ ພົມ ປັນຍາ ຫົວໜ້າພະແນກສາທາ ລະນາສຸກແຂວງ, ມີບັນດາຫົວ ໜ້າຂະແໜງການ ແລະ ພະນັກ ງານລັດຖະກອນອ້ອມຂ້າງພະ ແນກສາລະລະນາສຸກແຂວງເຂົ້າ ຮ່ວມຈໍານວນຫລາຍ.
+ ສາທານະຄອນຫລວງເຕືອນໃຫ້ລະວັງການລະບາດຂອງພະຍາດໄຂ້ເລືອດອອກ
+ ກະຊວງສາທາລະນະສຸກສະເຫລີມສະຫລອງວັນແພດລາວ
ທ່ານ ບຸນຍະເວດ ວົງຄຳ ຊາວ ຮອງຫົວໜ້າພະແນກສາ ທາລະນະສຸກແຂວງໄດ້ຜ່ານ ບົດສະຫລຸບ 6 ເດືອນທ້າຍປີ 2017 ວ່າ: ພະແນກສາທາລະ ນະສຸກແຂວງ ແລະ ໂຮງໝໍມີ ພະນັກ ງານທັງໝົດ 171 ຄົນ, ຍິງ 130 ຄົນ, ໃນນັ້ນຢູ່ພະແນກສາ ທາລະນະສຸກແຂວງ 66 ຄົນ, ຍິງ 37 ຄົນໃນນັ້ນໄດ້ຈັດແບ່ງ ປະເພດ ດີຫລາຍມີ 19 ຄົນ, ປະເພດດີ 33 ຄົນ ແລະ ປະເພດກາງ 5 ຄົນ ແລະ ສ່ວນໂຮງໝໍແຂວງມີພະ ນັກງານ 102 ຄົນ, ຍິງ 84 ຄົນ, ໄດ້ຈັດແບ່ງ ປະເພດ 101 ຄົນ, ຍິງ 84 ຄົນ, ປະເພດດີຫລາຍ 36 ຄົນ, ປະເພດດີ 63 ຄົນ ແລະ ປະເພດກາງ 3 ຄົນ.
ກອງປະຊຸມຍັງໄດ້ເຜີຍ ແຜ່ກົດໝາຍວ່າດ້ວຍພະນັກ ງານລັດຖະກອນ ແລະ ຮັບຟັງ ການເຜີຍແຜ່ດຳລັດວ່າດ້ວຍ ຕຳແໜ່ງງານ ແລະ ຕຳແໜງ ບໍລິຫານ, ແລະ ຜ່ານລະບຽບ ການປະຕິບັດນະໂຍບາຍຕໍ່ພະ ນັກງານລັດຖະກອນຂົງເຂດສາ ທາລະນະສຸກ ແລະ ໃນຕອນ ທ້າຍ ທ່ານຮອງເຈົ້າແຂວງ ບໍ່ ແກ້ວ ຍັງໄດ້ໂອ້ລົມຊີ້ນຳວ່າ: ໃນ ຕໍ່ໜ້ານີ້, ຕ້ອງໄດ້ສືບຕໍ່ເອົາໃຈ ໃສ່ວຽກງານສຶກສາອົບຮົມ ທາງດ້ານການເມືອງແນວຄິດ ໃຫ້ພະນັກງານຢ່າງໜັກແໜ້ນ ແລະ ຕິດພັນກັບວຽກງານບໍ ລິການສຸຂະພາບຂອງ ປະຊາ ຊົນໃຫ້ບັນລຸຕາມລະດັບຄາດ ໝາຍທີ່ໄດ້ກຳນົດໄວ້, ໄປຄຽງ ຄູ່ກັບການແກ້ໄຂບັນດາຫາງ ສຽງຂອງສັງຄົມທີ່ມີຕໍ່ຂອດ ບໍລິການໃຫ້ຫລຸດໜ້ອຍຖອຍ ລົງກໍຄືເພີ່ມທະວີຄວາມເອົາໃຈ ໃສ່ໃນການປິ່ນປົວຄົນເຈັບໃຫ້ ດີກວ່າເກົ່າ.