ທີມ ຊາອຸດິອາຣະເບຍ ສົນໃຈຄວ້າ ໂຣນັລໂດ ຮ່ວມທີມ ພ້ອມໃຫ້ຄ່າເມື່ອຍມະຫາສານ

ສື່ໂປຣຕຸເກສ ລາຍງານວ່າ ຫນຶ່ງສະໂມສອນໃນຊາອຸດິອາຣະເບຍ ສົນໃຈຄວ້າ ຄຣິສຕຽນໂນ ໂຣນັລໂດ ກອງຫນ້າ ແມນເຊສເຕີ ຢູໄນເຕັດ ໄປເສີມທີມດ້ວຍຄ່າຕົວ 25,3 ລ້ານປອນ ພ້ອມໃຫ້ຄ່າເມື່ອຍເຖິງປີລະ 105 ລ້ານປອນ.
ສຳລັບອະນາຄົດຂອງ ໂຣນັລໂດ ກັບ ແມນເຊສເຕີ ຢູໄນເຕັດ ຍັງເຕັມໄປດ້ວຍຄວາມບໍ່ແນ່ນອນຫລັງມີຂ່າວວ່າລາວໄດ້ແຈ້ງກັບສະໂມສອນວ່າຕ້ອງການຍ້າຍອອກຈາກທີມໃນຕະຫລາດລະດູການນີ້ ແລະ ບໍ່ໄດ້ເດີນທາງມາທົວເອເຊຍກັບສະໂມສອນ ໂດຍອ້າງວ່າເປັນບັນຫາຄອບຄົວ.
ກ່ອນຫນ້ານີ້ ເອຣິກ ເທນ ຮາກ ຜູ້ຈັດການທີມໃຫ້ສຳພາດຢືນຢັນວ່າ ຕົວເອງບໍ່ປ່ອຍດາວເຕະອາຍຸ 37 ປີຄົນນີ້ອອກຈາກສະໂມສອນແນ່ນອນ ເນື່ອງຈາກຢູ່ໃນແຜນການເຮັດທີມໃນລະດູການຫນ້າ.
ແຕ່ຫລ້າສຸດ ຊີເອັນເອັນ ໂປຣຕຸເກສ ເປີດເຜີຍວ່າວ່າ ສະໂມສອນໃນຊາອຸດິ ອາຣະເບຍ ທີ່ບໍ່ລະບຸຊື່ພ້ອມຍື່ນຂໍ້ສະເຫນີໃນການເຊັນສັນຍາ ໂຣນັລໂດ ໄປຮ່ວມທີມດ້ວຍຄ່າຕົວ 25,3 ລ້ານປອນ ດ້ວຍໄລຍະສັນຍາ 2 ປີ.
ນອກຈາກນັ້ນແລ້ວ ພວກເຂົາຍັງພ້ອມຈ່າຍຄ່າເມື່ອຍຈຳນວນ 105 ລ້ານປອນ/ປີ ໃຫ້ກັບ ໂຣນັລໂດ ເພື່ອລໍ້ໃຈໃຫ້ນັກເຕະຍ້າຍມາຢູ່ໃນຕາເວັນອອກກາງ.