ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ

ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ -                                             - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ
ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - kitchen vibe - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ

ວັນທີ 14 ກໍລະກົດ 2022 ນີ້ ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ອອກມາຊີ້ແຈງ ຕໍ່ເຫດການມີນາຍໜ້າມາຢືນລຽນແຖວ ແລະ ຮຽກເກັບເງິນປະຊາຊົນ ທີ່ມາເຮັດໜັງສືຜ່ານແດນ ຄັ້ງວັນທີ 14 ມິຖຸນາ 2022 ຜ່ານມາວ່າ:

ມາເຖິງປັດຈຸບັນນີ້ ແມ່ນຍັງສັງເກດເຫັນວ່າ ປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫລວງ ຫລາຍມາຍື່ນຄໍາຮ້ອງຂໍໜັງສືຜ່ານແດນຊຶ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບ ຕົວຈິງຂອງລະບົບໃນແຕ່ລະວັນ ຊຶ່ງຕົວເລກທີ່ສຳພາດໄດ້ຕົວຈິງຈາກບັນດາສູນຮັບຄຳຮ້ອງທີ່ຕ່າງ ແຂວງ ແລະ ຢູ່ກົມກົງສຸນມີສູງເຖິງປະມານ 2.000 ສະບັບ ຕໍ່ວັນ ແລະ ສົ່ງຜົນເຮັດໃຫ້ການຜະ ລິດໜັງສືຜ່ານແດນ ມີຄວາມຊັກຊ້າ.

ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ
ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ

ຕະຫລອດໄລຍະຜ່ານມາ ຄະນະນຳກະຊວງການຕ່າງປະເທດ ກໍໄດ້ຕິດຕາມຢ່າງໃກ້ຊິດ ເຖິງບັນຫາທີ່ເກີດຂຶ້ນ ແລະ ເອົາໃຈໃສ່ຊີ້ນຳກົມກົງສຸນ ພະຍາຍາມຫາວິທີແກ້ໄຂສະພາບດັ່ງກ່າວ ຢ່າງມີຄວາມຮັບຜິດຊອບ ຊຶ່ງກົມກົງສຸນໄດ້ຈັດຕັ້ງພະນັກງານຈຳນວນໜຶ່ງ ມາປະຈຳການແຕ່ ເຊົ້າໆ ເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານຫ້ອງການ ແລະ ເປີດຮັບປະຊາຊົນ ເຂົ້າໄປໃນຕຶກສຳພາດເລີ່ມແຕ່ເວລາ 6:30 ໂມງ ເປັນຕົ້ນໄປ. ໃນໜ່ວຍງານການຜະລິດ ກໍໄດ້ຈັດຕັ້ງກັນປະຕິບັດໜ້າທີ່ວຽກງານກາຍໂມງເວລາລັດຖະການທຸກວັນ ລວມທັງມາສືບຕໍ່ວຽກງານໃນວັນພັກເສົາ ແລະ ອາທິດ. ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງ ປະຊາຊົນຢ່າງທັນການ ເນື່ອງຈາກເຫດຜົນທີ່ກ່າວມາຂ້າງເທິງນັ້ນ.

ຕໍ່ກັບສະພາບການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບໍລິເວນດ້ານໜ້າຂອງກົມກົງສຸນ ດັ່ງທີ່ຫລາຍຄົນໄດ້ ເຫັນຄລິບວີດີໂອໃນສື່ສັງຄົມອອນລາຍ ໃນວັນທີ 12 ກໍລະກົດ 2022 ຜ່ານມານີ້, ກົມກົງສຸນ ເຫັນວ່າ ເປັນການເຄື່ອນໄຫວທີ່ລະເມີດລະບຽບກົດໝາຍ ແລະ ສ້າງຄວາມເສື່ອມເສຍທາງດ້ານ ບົດບາດໃຫ້ແກ່ການຈັດຕັ້ງ ກໍ່ຄືພະນັກງານກົມກົງສຸນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.

ຂ້າພະເຈົ້າ ຂໍອະນຸຍາດຊີ້ແຈງໃຫ້ທ່ານໄດ້ຄວາມເຂົ້າໃຈຄື: ເຫດການທີ່ເກີດຂຶ້ນ ແມ່ນເກີດຂຶ້ນໃນເວລາແຕ່ຂ້ອນແຈ້ງ ແລະ ເວລາເຊົ້າໆກ່ອນທີ່ພະນັກງານຂອງພວກເຮົາຈະເດີນທາງມາປະຕິບັດໜ້າທີ່ວຽກງານ. ໃນເນື້ອຫາຂອງບາງວີດີໂອກໍມີການແອບອ້າງວ່າມີສາມີເຮັດວຽກຢູ່ພາຍໃນກົມກົງສຸນ ຫລື ມີການພົວພັນກັບພະນັກງານຂອງກົມກົງສຸນນັ້ນ, ທາງກົມກົມສຸນຂໍຊີ້ແຈງ ແລະ ຢືນຢັນວ່າ ແມ່ນບໍ່ມີມູນຄວາມຈິງ ບໍ່ມີສາມີ ຫລື ພັນລະຍາ ຂອງພະນັກງານກົມກົງສຸນຕາມທີ່ກ່າວຫາ, ຊຶ່ງສາມີ ຫລື ພັນລະຍາຂອງພະນັກງານກົມກົງສຸນ ກໍລ້ວນແມ່ນພະນັກງານລັດຖະກອນທີ່ປະຕິບັດໜ້າທີ່ຢູ່ກະຊວງ ຫລື ອົງການຈັດຕັ້ງລັດອື່ນໆ.

ສ່ວນໃນເຫດການທີ່ມີບຸກຄົນແອບອ້າງໄດ້ກະທໍາການຮຽກເງິນຈາກປະຊາຊົນທີ່ມາຢືນລຽນແຖວຢູ່ໜ້າກົມກົງສຸນກ່ອນທີ່ຈະເຂົ້າໄປຍື່ນເອກະສານ ຄໍາຮ້ອງຂໍໜັງສືຜ່ານແດນກໍເຊັ່ນດຽວກັນແມ່ນບໍ່ມີສ່ວນກ່ຽວຂ້ອງໃດໆກັບພະນັກງານກົມກົງສຸນ, ແຕ່ເປັນການສວຍໂອກາດຂອງພວກນາຍໜ້າ ທີ່ມາເຄື່ອນໄຫວຫາຜົນປະໂຫຍດຢູ່ບໍລິເວນດັ່ງກ່າວ, ຊຶ່ງຜ່ານມາພວກເຮົາກໍໄດ້ພະຍາຍາມຊອກວິທີແກ້ໄຂ ແຕ່ກໍຍັງມີການເຄື່ອນໄຫວຢູ່ ແລະ ມີທ່າອ່ຽງແຮງຂຶ້ນ. ປັດຈຸບັນ, ກົມກົງສຸນກຳລັງປຶກສາກັບ ປກສ ເມືອງ ແລະ ບ້ານ ເພື່ອເກັບກຳຂໍ້ມູນລະອຽດຂອງກຸ່ມຄົນດັ່ງກ່າວ ເພື່ອດຳເນີນການຕາມລະບຽບກົດໝາຍ.
ອີກເທື່ອໜຶ່ງ, ເພື່ອຊ່ວຍຫຼຸດລະດັບຄວາມແອອັດຂອງຈຳນວນທີ່ມາຍື່ນຂໍໜັງສືຜ່ານແດນຢູ່ກົມກົງສຸນລົງ, ຂ້າພະເຈົ້າຂໍຄວາມຮ່ວມມືມາຍັງທ່ານ ໃຫ້ການຮ່ວມມືປະຕິບັດຕາມຄໍາ ແນະນໍາໃນປະກາດ ຂອງກົມກົງສຸນ ສະບັບລົງວັນທີ 7 ກໍລະກົດ 2022 ຜ່ານມາ ຄື: ໃຫ້ຜູ້ທີ່ອາໄສຢູ່ນະຄອຫລວງວຽງຈັນ ແລະ ແຂວງໃກ້ຄຽງ ໄປຍື່ນຄຳຮ້ອງໄດ້ຢູ່ກົມກົງສຸນ, ກະຊວງການຕ່າງປະເທດ. ສຳລັບຜູ້ທີ່ອາໄສຢູ່ແຂວງອື່ນໆ ແມ່ນສາມາດໄປຍື່ນຄຳຮ້ອງຢູ່ສູນຮັບຄຳຮ້ອງຂໍໜັງ ສືຜ່ານແດນຢູ່ຕ່າງແຂວງທີ່ເຫັນວ່າມີຄວາມສະດວກ ຊຶ່ງພວກເຮົາມີສູນຮັບຄຳຮ້ອງຕັ້ງຢູ່ ແຂວງອຸ ດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ກົມກົງສຸນ ຂໍຮຽກຮ້ອງມາຍັງປະຊາຊົນທີ່ມາຍື່ນຄຳຮ້ອງຂໍໜັງສືຜ່ານແດນຢູ່ກົມກົງສຸນວ່າ ບໍ່ມີຄວາມຈໍາເປັນທີ່ຈະມາລໍລຽນແຖວຖ້າແຕ່ເດິກດື່ນທ່ຽງຄືນ ອັນຈະເປັນຊ່ອງວ່າງໃຫ້ກຸ່ມຄົນ ແອບອ້າງ ມາຫາຜົນປະໂຫຍດຈາກທ່ານ ໂດຍໄຮ້ເຫດຜົນ. ປົກກະຕິກົມກົງສຸນ ເລີ່ມກວດເອກະສານ ໃຫ້ທຸກຄົນທີ່ມາຍື່ນ ເລີ່ມແຕ່ເວລາ 7:00 ໂມງ – 11:30 ໂມງ ແລະ ເວລາ 13:00 ໂມງ – 16:00 ໂມງ ແຕ່ວັນຈັນ ເຖິງ ວັນພະຫັດ, ສ່ວນວັນສຸກຕອນເຊົ້າຈະຮັບສໍາພາດໃຫ້ແຕ່ຜູ້ ທີ່ໄດ້ ຄິວນັດໝາຍໃນມື້ຜ່ານມານັ້ນ ຊຶ່ງໝາຍວ່າ ທຸກຄົນທີ່ມາຍື່ນຈະໄດ້ຮັບການກວດກາເອກະສານ ແລະ ຮັບຄິວສຳພາດທຸກຄົນ ຈຶ່ງບໍ່ຈໍາເປັນມາຢືນເຂົ້າແຖວແຕ່ເດິກດື່ນລໍຖ້າຢູ່ນອກກົມກົງສຸນ ເພື່ອເຂົ້າໄປສຳພາດເກັບຂໍ້ມູນຢູ່ສະ ຖານທີ່ພາຍໃນກົມກົງສຸນ.

ສຸດທ້າຍນີ້ ກົມກົງສຸນ ຂໍໃຫ້ປະຊາຊົນທີ່ມາໃຊ້ບໍລິການເປັນຫູເປັນຕາຊ່ວຍກັນຖ້າພົບ ເຫັນປາກົດການຫຍໍ້ທໍ້ຕ່າງໆທີ່ຜິດປົກກະຕິ ແລະ ຜິດກົດໝາຍ ແມ່ນໃຫ້ຊ່ວຍແຈ້ງຕໍ່ພະນັກງານຂອງພວກເຮົາທັນທີ ເພື່ອພ້ອມພາກັນແກ້ໄຂໃຫ້ທັນການ.

ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - 4 - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ
ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - 3 - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ
ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ - 5 - ຮອງຫົວໜ້າກົມກົງສຸນ ຊີ້ແຈງ ບຸກຄົນທີ່ມາຮຽກຄ່າບັດຄິວເຮັດໜັງສືຜ່ານແດນເປັນບຸກຄົນສວຍໂອກາດ ບໍ່ກ່ຽວຂ້ອງກັບພະນັກງານ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີ