ແມນຢູ ຢືນຢັນຖະແຫລງ ຄຣິສຕຽນ ອີຣິກເຊນ ເຂົ້າສັງກັດ ຕົກລົງເຊັນສັນຍາ 3 ປີ

ແມນເຊສເຕີ ຢູໄນເຕັດ ໄດ້ນັກເຕະໃຫມ່ຊັ້ນດີມາເພີ່ມອີກ ໂດຍຖະແຫລງຢືນຢັນຄວ້າ ຄຣິສຕຽນ ອີຣິກເຊນ ກອງກາງທີມຊາດເດນມາກ ເປັນນັກເຕະໃຫມ່ໃນສັງກັດແບບບໍ່ມີຄ່າຕົວ ຕົກລົງເຊັນສັນຍາ 3 ປີ.
ອີຣິກເຊນ ເກືອບຕ້ອງສິ້ນສຸດເສັ້ນທາງອາຊີບນັກເຕະ ຫລັງລົ້ມລົງກາງສະຫນາມລະຫວ່າງລົງເຕະໃຫ້ທີມຊາດ ໃນການແຂ່ງຂັນຢູໂຣ 2020 ເມື່ອເດືອນມິຖຸນາ 2021 ເຊິ່ງຕໍ່ມາພົບວ່ານັກເຕະມີຄວາມຜິດປົກກະຕິກ່ຽວກັບຫົວໃຈ ຈົນຕ້ອງຕິດຕັ້ງເຄື່ອງກະຕຸ້ນຫົວໃຈອັດຕະໂນມັດໄວ້.
ດ້ວຍເຫດນີ້ ອີຣິເຊນ ຕ້ອງແຍກທາງຈາກອິນເຕີ ມິລານ ແຫ່ງທີມ ເຊເຣຍ ອາ ອິຕາລີ ດ້ວຍເຫດຜົນທາງສຸຂະພາບ ຈາກນັ້ນລາວຍັງຍ້າຍໄປເບຣນຟອດ ທີມໃນພຣີເມຍລີກ ດ້ວຍສັນຍາໄລຍະສັ້ນເມື່ອເດືອນມັງກອນທີ່ຜ່ານມາ ລົງຫລິ້ນໃຫ້ສະໂມສອນແຫ່ງນີ້ 11 ນັດ ຍິງໄປ 1 ປະຕູ ຈ່າຍໃຫ້ຫມູ່ຍິງອີກ 4 ຄັ້ງ.
ດາວຍິງອາຍຸ 30 ປີ ກ່າວວ່າ : ‘‘ ແມນເຊສເຕີ ຢູໄນເຕັດ ເປັນສະໂມສອນທີ່ມີຄວາມພິເສດ ຂ້ອຍບໍ່ຢາກລໍຖ້າການເລີ່ມຕົ້ນ ການໄດ້ໃສ່ເສື້ອສີແດງຂອງຢູ່ໄນເຕັດ ເປັນຄວາມຮູ້ສຶກທີ່ມະຫັດສະຈັນ ຂ້ອຍມີຄວາມຢາກມີໄຊຢ່າງຍິ່ງໃຫຍ່ໃນການແຂ່ງຂັນ ນີ້ເປັນສະຖານະການທີ່ເຫມາະສົມໃຫ້ຂ້ອຍດຳເນີນເສັ້ນທາງຕໍ່ໄປ ’’.