ປະທານປະເທດ, ນາຍົກ ແລະ ປະທານສະພາໂທລະເລກເຖິງຄູ່ຮ່ວມຕຳແໜ່ງ ສສ ຫວຽດນາມ


ເຖິງ: – ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ
ຫວຽດນາມ.
– ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ. ຫວຽດນາມ.
– ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
– ສະຫາຍ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ.
ບັນດາສະຫາຍທີ່ຮັກແພງ !
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ແລະ ເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃນການພົວພັນລະຫວ່າງສອງປະເທດພວກເຮົາ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022), ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມ ສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.


ພັກ – ລັດ ແລະ ປະຊາຊົນລາວບັນດາເຜົ່າມີຄວາມປິຕິຊົມຊື່ນ ແລະ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ກັບສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ນໍ້າໃຈສາມັກຄີ, ມິດຕະພາບ, ຮ່ວມທຸກຮ່ວມສຸກ ລະຫວ່າງ ປະຊາຊົນສອງຊາດ, ເຊິ່ງຍາມໃດກໍ່ຢູ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໃຫ້ການອຸ້ມຊູຊ່ວຍເຫຼືອກັນຕະຫຼອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ສ້າງຕັ້ງຂຶ້ນໂດຍ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍຈາກບັນດາຮຸ່ນການນຳ, ນັກຮົບ ປະຕິວັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດມາ ກາຍເປັນເຫງົ້າພະລັງແຮງທີ່ບໍ່ບົກແຫ້ງ ແລະ ປັດໄຈຕັດສິນ ໄຊຊະນະພະລະກິດປະຕິວັດຢູ່ສອງປະເທດ. ປະຊາຊົນສອງຊາດພວກເຮົາ.


ຕະຫຼອດໄລຍະເວລານັບຕັ້ງແຕ່ສອງປະເທດ ສ້າງຕັ້ງສາຍພົວພັນການທູດນໍາກັນ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ສາມາດຍາດໄດ້ຜົນສໍາເລັດທີ່ສຳຄັນເປັນພື້ນຖານຫຼາຍດ້ານ, ສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດວຽກງານ, ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ທັງສາຍພັກ ແລະ ສາຍລັດ. ທັງໝົດນີ້, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາຂອງທັງສອງປະເທດໃຫ້ມີຄວາມເຂັ້ມແຂງ, ເຮັັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຮັກສາບົດບາດຂອງສອງປະເທດ ລາວ-ຫວຽດນາມ ນັບມື້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍມູນເຊື້ອອັນດີງາມ ແຫ່ງການພົວພັນທີ່ມີມານັ້ນ, ບັນດາກິດຈະກໍາທີ່ພວກເຮົາ ພວມຮ່ວມກັນຈັດຕັ້ງປະຕິບັດ ເພື່ອສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຈະປະສົບຜົນສໍາເລັດຢ່າງຈົບງາມ ແລະ ປະກອບສ່ວນເຂົ້າໃນການສຶກສາອົບຮົມໃຫ້ແກ່ພະນັກງານລັດຖະກອນ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ແມ່ນຄົນຮຸ້ນໜຸ່ມໃຫ້ເຂົ້າໃຈເລິກເຊິ່ງ ແລະ ເຊື່ອມຊຶມກ່ຽວກັບມູນເຊື້ອ ສາຍພົວພັນພິເສດລາວ-ຫວຽດ ນາມ.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຄິດຮອດຄິດເຖິງ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ ພາລະກິດປະຕິວັດຂອງພວກຂ້າພະເຈົ້າ ຕະຫຼອດມາ. ພວກຂ້າພະເຈົ້າຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງ ແໜ້ນແຟ້ນກັບ ບັນດາສະຫາຍ ໃນການໃຫ້ຄວາມສໍາຄັນ ແລະ ບຸລິມະສິດສູງສຸດໃຫ້ແກ່ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.


ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດ, ໂດຍກໍານົດເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.
ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.


ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2022.
ທອງລຸນ ສີສຸລິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໄຊສົມພອນ ພົມວິຫານ
ປະທານສະພາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.