ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ແປຮູບ ແລະ ສົ່ງອອກ 938.700 ກິໂລກຣາມ
July 20, 2022 - 3:41 PM

ທ່ານ ຫວຽນຄຳ ໄຊຍະສິດ ຮັກສາການປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນເປີດເຜີຍ ໃນກອງປະຊຸມສະໄໝສາມັນຄັ້ງທີ XV ທີ່ຈັດຂຶ້ນໃນວັນທີ 18 ກໍລະກົດ 2022 ວ່າ: 1 ປີຜ່ານມາຜະລິດກາເຟນ້ອຍໝາກແດງໄດ້ 5.567.329 ກິໂລກຣາມຫລຸດລົງ 35% ທຽບໃສ່ປີຜ່ານມາ, ຜະລິດກາເຟກາງໝາກແດງໄດ້ 751.756 ກິໂລກຣາມ ລື່ນແຜນການ 14%. ທີ່ພົ້ນເດັ່ນສາມາດແປຮູບ ແລະ ສົ່ງອອກໄດ້ 938.700 ກິໂລກຣາມ ເທົ່າກັບ 48 ຕູ້ຄອນເທນເນີ, ສ້າງລາຍຮັບໄດ້ 60 ຕື້ກວ່າກີບ.
ປັດຈຸບັນ, ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນມີສະມາຊິກ 37 ກຸ່ມ ກວມເອົາ 34 ບ້ານ, ໃນ ນີ້ຢູ່ເມືອງເລົ່າງາມແຂວງສາລະວັນ 11 ກຸ່ມ, 9 ບ້ານ, ເມືອງປາກຊ່ອງ ແຂວງຈໍາປາສັກ 24 ກຸ່ມ, 23 ບ້ານ, ເມືອງທ່າແຕງແຂວງເຊກອງ 2 ກຸ່ມ, 2 ບ້ານ ແລະ ມີສະມາຊິກທີ່ຮັບຮອງ 779 ຄອບຄົວ.