ມວນຊົນສີລັງກາປະທ້ວງໃຫຍ່ອີກເທື່ອໜຶ່ງ ບໍ່ພໍໃຈນາຍົກລັດຖະມົນຕີລົງຊີງຕຳແໜ່ງປະທານາທິບໍດີ

ການເມືອງໃນສີລັງກາຍັງວຸ້ນວາຍ ແລະ ບໍ່ມີທ່າທີຈະສະຫງົບລົງ ເຖິງວ່າທ່ານ ໂກຕາບາຢາ ຣາຊປັກສາ ຈະລາອອກຈາກຕຳແໜ່ງປະທານາທິບໍດີແລ້ວ, ແຕ່ປະຊາຊົນຈຳນວນຫລາຍຍັງປັກຫລັກປະທ້ວງເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ຣານິລ ວິກາມສິງເຫ ລາອອກນຳ.
ສະຖານະການການປະທ້ວງຂອງຊາວສີລັງກາເລີ່ມກັບມາຮຸນແຮງອີກ ຫລັງນັກສຶກສາ ແລະ ກຸ່ມປະຊາຊົນວາງແຜນຈະອອກມາລວມຕົວກັນຄັ້ງໃຫຍ່ໃນວັນທີ 19 ກໍລະກົດ ເນື່ອງຈາກຄວາມບໍ່ພໍໃຈທີ່ທ່ານ ຣານິລ ວິກຳສິງເຫ ເຊິ່ງເຮັດໜ້າທີ່ຮັກສາການປະທານາທິບໍດີຢູ່ໃນຕອນນີ້ ເປັນໜຶ່ງໃນຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີຄົນໃໝ່ແທນທ່ານ ຣາຊປັກສາ.
ການປະທ້ວງໃຫຍ່ມີຂຶ້ນຫລັງຈາກລັດຖະສະພາສີລັງກາຈັດກອງປະຊຸມໃນວັນທີ 15 ກໍລະກົດ ເພື່ອສະເໜີຊື່ຜູ້ຊີງຕຳແໜ່ງປະທານາທິບໍດີທີ່ວ່າງລົງ ແລະ ໄດ້ມີການປະກາດລາຍຊື່ອອກມາໃນວັນທີ 19 ກໍລະກົດ ໂດຍປາກົດຊື່ຂອງທ່ານ ຣານິລ ວິກຳສິງເຫ ເຊິ່ງດຳລົງຕຳແໜ່ງນາຍົກລັດຖະມົນຕີມາແລ້ວ 6 ສະໄໝ ເປັນໜຶ່ງໃນຜູ້ເຂົ້າຊີງກັບທ່ານ ດັລລາ ອາລາຮາເປີຣູມາ ລັດຖະມົນຕີຝ່າຍສື່ສານມວນຊົນ ແລະ ໂຄສົກຄະນະລັດຖະບານຈາກພັກລັດຖະບານ ແລະ ທ່ານ ອານຸຣາ ກຸມາຣາ ດິດຢາກະ ຜູ້ແທນພັກ Janatha Vimukti Peramuna (JVP) ເຊິ່ງເປັນພັກການເມືອງຝ່າຍຊ້າຍ.
ຂະນະທີ່ທ່ານ ຊາຈິດ ເປຣມາດາຊາ ຫົວໜ້າພັກ Samagi Jana Balawegaya ເຊິ່ງເປັນພັກຝ່າຍຄ້ານຫລັກ ໄດ້ຖອນຕົວອອກຈາກການສະໝັກຊີງຕຳແໜ່ງປະທານາທິບໍດີ ພ້ອມປະກາດວ່າຈະສະໜັບສະໜູນທ່ານ ອາລາຮາເປີຣູມາ ໄດ້ຂຶ້ນເປັນປະທານາທິບໍດີຂອງປະເທດໃນການເລືອກຕັ້ງຂອງລັດຖະສະພາເຊິ່ງຈະມີຂຶ້ນໃນວັນທີ 20 ກໍລະກົດນີ້.
ກຸ່ມຜູ້ປະທ້ວງທີ່ບໍ່ພໍໃຈການສະໝັກຊີງຕຳແໜ່ງປະທານາທິບໍດີຂອງທ່ານ ວິກຳສິງເຫ ເບິ່ງວ່າທ່ານ ວິກຳສິງເຫ ເປັນເຄືອຂ່າຍທີ່ໃກ້ຊິດກັບອະດີດປະທານາທິບໍດີ ຣາຊປັກສາ ແລະ ໄດ້ມີການຮຽກຮ້ອງໃຫ້ທ່ານ ວິກຳສິງເຫ ລາອອກຈາກຕຳແໜ່ງມາແຕ່ອາທິດຜ່ານມາ. ກຸ່ມຜູ້ປະທ້ວງທີ່ມີຄວາມຄຽດແຄ້ນເຄືອຂ່າຍຂອງທ່ານ ຣາຊປັກສາ ໄດ້ມີການບຸກເຂົ້າໄປທຳລາຍສິ່ງຂອງໃນສຳນັກງານນາຍົກລັດຖະມົນຕີ ແລະ ປັກຫລັກປະທ້ວງມາຮອດປັດຈຸບັນ ຈົນເຮັດໃຫ້ລັດຖະບານຕັດສິນໃຈປະກາດສະຖານະການສຸກເສີນທົ່ວປະເທດໃນຄືນວັນທີ 17 ກໍລະກົດ ເພື່ອຄວບຄຸມຄວາມສະຫງົບຮອດວັນເລືອກຕັ້ງປະທານາທິບໍດີ.
ທັງນີ້, ສີລັງກາກຳລັງຜະເຊີນວິກິດເສດຖະກິດຄັ້ງຮຸນແຮງນັບແຕ່ໄດ້ຮັບເອກະລາດຈາກອັງກິດໃນປີ 1948 ອັນເປັນຜົນມາຈາກການແພ່ລະບາດຂອງໂຄວິດ-19 ແລະ ການປະກາດໃຊ້ມາດຕະການຫລຸດພາສີຂອງລັດຖະບານທ່ານ ຣາຊປັກສາ ສົ່ງຜົນໃຫ້ລັດຖະບານຂາດເຂີນລາຍໄດ້, ລາຍຈ່າຍຂອງປະເທດສູງກວ່າລາຍຮັບ, ເກີດການຂາດດຸນງົບປະມານເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ສະພາບຄ່ອງ ຈົນຜິດນັດຊຳລະໜີ້ຕ່າງປະເທດຈຳນວນມະຫາສານ ແລະ ໃນທີ່ສຸດບໍ່ມີເງິນສະກຸນຕ່າງປະເທດພຽງພໍສຳລັບການຊື້ ແລະ ນຳເຂົ້າສິນຄ້າຈຳເປັນຄື: ນ້ຳມັນ, ອາຫານ ລວມທັງຢາ ເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ລຸກລາມເປັນຄວາມຄຽດແຄ້ນບໍ່ພໍໃຈຢ່າງໜັກ ຈົນປະຊາຊົນຈຳນວນຫລາຍພາກັນອອກມາລວມຕົວເພື່ອຂັບໄລ່ປະທານາທິບໍດີ ແລະ ລັດຖະບານ.
ອ້າງອີງ:
https://edition.cnn.com/…/sri-lanka-acting…/index.html