ໂດນັນ ທຣໍາ ປະທານາທິບໍດີຄົນທີ 45 ຂອງສະຫະລັດອາເມລິກາ ຜູ້ມີເອກະລັກໂຜງຜາງ ຈົນໂດ່ງດັງ
ໂດນັນ ທຣໍາ ເກີດເມື່ອວັນທີ 14 ມິຖຸນາ 1946 ເປັນນັກທຸລະກິດຜູ້ຊົງອິດທິພົນ, ເປັນນັກຂຽນ ແລະ ຜູ້ດໍາເນີນລາຍການໂທລະທັດ. ໂດນັນ ທຣໍາ ເປັນປະທານເຈົ້າໜ້າທີ່ບໍລິຫານຂອງບໍລິສັດທຣໍາອໍຣ໌ກາໄນເຊຊັັນ ຜູ້ພັດທະນາອະສັງຫາລິມະຊັບ ໃນສະຫະລັດອາເມລິກາ.
ໂດນັນ ທຣຳ ຍັງເປັນຜູ້ກໍ່ຕັ້ງ ທຣໍາເອນເຕີຣ໌ເທນເມນຕ໌ຣີສອດ ທີ່ມີກິດຈະການກາສິໂນ ແລະ ໂຮງແຮມຫຼາຍແຫ່ງທົ່ວໂລກ ແລະ ໂດຍການໃຊ້ຊີວິດທີ່ຫລູຫລາ ແລະ ການເວົ້າຈາທີ່ໂຜງຜາງເຮັດໃຫ້ ທຣຳ ມີຊື່ສຽງ ເຊິ່ງເປັນສ່ວນເຮັດໃຫ້ ທຣຳ ປະສົບຜົນສໍາເລັດໃນລາຍການເຣລລິຕີ້ໂຊທາງຊ່ອງເອັນບີຊີ ທີ່ຊື່ The Apprentice (ທີ່ ທຣຳ ຮັບຕໍາແໜ່ງພິທີກອນ ແລະ ຜູ້ອໍານວຍການສ້າງ).
ໂດນັນ ທຣໍາ ເປັນລູກຄົນທີ 4, ທຣໍາ ເສດຖີຜູ້ພັດທະນາອະສັງຫາລິມະຊັບໃນນະຄອນນິວຢອກ, ທຣໍາ ໄດ້ຮັບອິດທິພົນຫຼາຍຈາກພໍ່ຂອງລາວໃນເປົ້າໝາຍຂອງອາຊີບການເປັນນັກພັດທະນາອະສັງຫາລິມະຊັບ ແລະ ໃນຄັ້ງຈົບການສຶກສາຈາກໂຮງຮຽນທຸລະກິດວໍຣຕັນແຫ່ງມະຫາວິທະຍາໄລເພນຊິລວາເນຍ ໃນປີ 1963 ທຣໍາ ໄດ້ເຂົ້າຮ່ວມບໍລິສັດຂອງພໍ່ລາວ ທຣໍາອໍຣ໌ໄນເຊຊັນ.
ໄລຍະທົດສະວັດ 1990 ເປັນໄລຍະຊີວິດທີ່ບໍ່ຄ່ອຍລາບລື່ນຫຼາຍສໍາລັບ ທຣໍາ ໂດຍເຂົາຕ້ອງຢ່າຮ້າງກັບພັນລະຍາຄົນທໍາອິດ ຄື ອິວານາ ແລະ ຕ້ອງຈ່າຍເງິນຈໍານວນມະຫາສານໃຫ້ກັບພັນລະຍາທີ່ຢ່າຮ້າງກັນໄປ, ຫຼັງ ອິວານາ ພົບວ່າ ທຣໍາ ມີຄວາມສໍາພັນກັບນາງແບບສາວ ມາຣ໌ລາ ເມເປິລສ໌ ເຊິ່ງຕໍ່ມາເປັນພັນລະຍາຄົນທີ່ສອງຂອງ ທຣໍາ. ນອກຈາກນີ້ ສະພາບເສດຖະກິດຫລຸດຖອຍທີ່ສັ່ນຄອນວົງການອະສັງຫາລິມະຊັບຂອງຄົນນະຄອນນິວຢອກ ຍັງເຮັດໃຫ້ອາຄານຫຼາຍແຫ່ງຂອງ ທຣໍາ ລວມທັງ ທຣໍາ ພະລາຊາ ຕ້ອງຍື່ນຂໍເປັນກິດຈະການລົ້ມລະລາຍ ແລະ ທຣໍາ ເອງມີໜີ້ສິນສູງກວ່າ 900 ລ້ານໂດລາສະຫະລັດ.
ຈາກນັ້ນເຂົາໄດ້ກັບຟື້ນຄືນສູ່ການເປັນມະຫາເສດຖີດາວຮຸ່ງອີກຄັ້ງ ຫຼັງຂາຍກິດຈະການບາງສ່ວນເພື່ອໃຊ້ໜີ້ ແລະ ໄດ້ເຂົ້າຊື້ສິດທິໃນການບໍລິຫານເວທີປະກວດນາງງາມຈັກກະວານ ແລະ ນາງງາມສະຫະລັດອາເມລິກາ ໃນປີ 2004. ທຣໍາ ໄດ້ເປັນພິທີກອນ ແລະ ຜູ້ບໍລິຫານລາຍການເຣລລິຕີ້ໂຊວ໌ The Apprentice ໂດຍ ທຣໍາ ເປັນຜູ້ຕັດສິນການປະກວດຄວາມສາມາດທາງທຸລະກິດຂອງຜູ້ເຂົ້າແຂ່ງຂັນ. ທຣໍາ ສົມລົດເປັນຄັ້ງທີສາມກັບ ເມລາເນຍ ນາງແບບສາວເຊື້ອສາຍສະໂລວີເນຍໃນປີຕໍ່ມາ.
ທຣໍາ ເລີ່ມກ້າວເຂົ້າສູ່ເສັ້ນທາງການເມືອງໃນໄລຍະປີ 1999 ໂດຍພະຍາຍາມຊຸກດັນໃຫ້ຕົນເອງໄດ້ເປັນຜູ້ສະໝັກຊີງຕໍາແໜ່ງປະທານາທິບໍດີສະຫະລັດຂອງພັກປະຕິຮູບ (Reform Party) ເຊິ່ງພາຍຫຼັງລາວກັບຖອນຕົວ ເນື່ອງຈາກຄວາມວຸ້ນວາຍພາຍໃນພັກ.
ແນວໃດກໍຕາມ, ໃນປີ 2015 ເຂົາປະກາດຈະລົງແຂ່ງຂັນເພື່ອເປັນຜູ້ແທນພັກຣີພັບບິກັນລົງຊີງຕໍາແໜ່ງປະທານາທິບໍດີສະຫະລັດ ໂດຍສະເໜີນະໂນບາຍຫຼຸດພາສີ, ສົ່ງເສີມການຖືຄອງອາວຸດປືນ ແລະ ຄວບຄຸມການອົບພະຍົບເຂົ້າສະຫະລັດຂອງຄົນຕ່າງຊາດຢ່າງເຂັ້ມງວດ ເຊິ່ງເຮັດໃຫ້ເຂົາຕົກເປັນທີ່ວິພາກວິຈານຢ່າງໜັກລະຫວ່າງການຫາສຽງເລືອກຕັ້ງ.