ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້

ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - image - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້
ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - kitchen vibe - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້

ຕະຫລອດໄລຍະຫລາຍເດືອນຫລາຍປີຜ່ານມາ ປະຊາຊົນສະແດງຄວາມເປັນຫ່ວງດ້ານສະພາບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຖະໜົນຫົນທາງ ໂດຍສະເພາະ ສະ.ສະຫວ່າງທີ່ທາງນະຄອນຫລວງວຽງຈັນວາງອອກ ເຖິງວ່າປັດຈຸບັນການພັດທະນາພື້ນຖານ ໂຄງລ່າງຕົວເມືອງໄດ້ມີການຂະຫຍາຍຕົວຢ່າງໄວວາ, ມັນໄດ້ສ້າງສິ່ງນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນນັບວ່າເປັນສິ່ງທີ່ດີ ແຕ່ສິ່ງເຫລົ່ານີ້ບໍ່ໄດ້ຮັບການເບິ່ງແຍງປົກປັກຮັກສາ ແລະ ພັດທະນາໃຫ້ສົມກັບທີ່ສ້າງ.

ແຕ່ຄຽງຄູ່ກັນນັ້ນ ກໍຍັງຖະໜົນຫລາຍເສັ້ນ ຕົກຢູ່ໃນສະພາບມືດມົວທີ່ມີຄວາມສ່ຽງກໍ່ໃຫ້ເກີດອຸບັດເຫດ ແລະ ເປັນຈຸດບອດໃຫ້ແກ່ຜູ້ບໍ່ຫວັງດີສວຍໂອກາດກະທໍາໃນສິ່ງບໍ່ດີຕ່າງໆ, ດັ່ງຢູ່ຖະໜົນ 450 ປີ ເຊິ່ງເປັນຖະໜົນໃຫຍ່ ສ້າງຂຶ້ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງນະຄອນຫລວງວຽງຈັນຄົບຮອບ 450 ປີ ເມື່ອປີ 2010 ຜ່ານມາ, ແຕ່ແລ້ວຈົນມາຮອດປັດຈຸບັນກໍ່ຍັງມີຫລາຍຈຸດໃນເສັ້ນທາງດັ່ງກ່າວຍັງບໍ່ມີໄຟເຍືອງທາງ ຫລື ບາງບ່ອນມີ ລະບົບໄຟເຍືອງທາງ ແຕ່ກໍຖືກຊຸດໂຊມມາຫລາຍປີແລ້ວ, ຖະໜົນຈາກດອນໜູນຫາ ຫລັກ 21 ເມືອງໄຊທານີ ມືດບອດມາດົນນານຈົນປະຊາຊົນລຶ້ງເຄີຍແລ້ວ ແລະ ເສັ້ນທາງອື່ນໆອີກຈຳນວນບໍ່ໜ້ອຍ ທີ່ມີແຕ່ເສົາກັບດອກໄຟໄວ້ປະດັບ ບໍ່ໄດ້ມີປະໂຫຍດດ້ານແສງສະຫວ່າງ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ ແລະ ປົວແປງຄືນແຕ່ຢ່າງໃດ ອັນເປັນຕົ້ນເຫດພາໃຫ້ເກີດອຸບັດເຫດໃນເສັ້ນທາງດັ່ງກ່າວນັບມື້ມີຫລາຍ ຈົນຫລາຍຄົນໃຫ້ຂະໜານນາມ ວ່າເປັນເສັ້ນທາງມໍລະນະ.

ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - Visit Laos Visit SALANA BOUTIQUE HOTEL - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້
ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - Visit Laos Visit SALANA BOUTIQUE HOTEL - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້

ໃນຄວາມຈິງກໍ່ເປັນແນວນັ້ນແທ້ ແລະ ຜ່ານມາກໍມີສື່ມວນຊົນໄດ້ສ່ອງແສງມາຫລາຍແລ້ວ, ແຕ່ຈົນມາຮອດປັດຈຸບັນກໍຍັງບໍ່ທັນມີພາກສ່ວນກ່ຽວຂ້ອງໃດເຂົ້າມາປົວແປງ.

ໃນໄລຍະຜ່ານມານ ກໍມີກອງປະຊຸມປຶກສາຫາລືຮ່ວມລະຫວ່າງຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາຂະ ແໜງການກ່ຽວຂ້ອງ ຄືພະແນກໂຍທາທິການ ແລະ ຂົນສົ່ງ, ອົງການບໍລິຫານ ແລະ ບໍລິການຕົວເມືອງ, ເຈົ້າໜ້າທີ່ຈະລາຈອນ ແລະ ອໍານາດການປົກຄອງຕົວເມືອງຕ່າງໆໃນນະຄອນຫລວງວຽງຈັນ ເພື່ອແກ້ໄຂ ແລະ ຈັດ ນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ໂດຍສະເພາະແມ່ນການນໍາໃຊ້ທາງຍ່າງເປັນບ່ອນຈອດລົດ ແລະ ຂາຍເຄື່ອງຕ່າງໆ ແລະ ໃນຂະນະນັ້ນ, ທ່ານຮອງເຈົ້າຄອງ ກໍໄດ້ແນະນໍາໃຫ້ຂະແຫນງໂຍທາເອົາໃຈໃສ່ສ້າງສິ່ງ ອໍານວຍຄວາມສະດວກຕ່າງໆໃຫ້ແກ່ການສັນຈອນໄປມາໃນຕົວເມືອງດີຂຶ້ນກວ່າເກົ່າ ມີທັງການປົວແປງລະບົບໄຟອໍານາດ, ປ້າຍເຕືອນຈະລາຈອນ, ໄຟເຍືອງທາງ ແລະ ການແຕ້ມເສັ້ນຈະລາຈອນໃຫ້ມີຄວາມຮັບປະກັນດີຂຶ້ນ ທຸກໆບັນຫາທີ່ວ່າມານີ້ ສາເຫດບໍ່ແມ່ນສິ່ງທີ່ຊອກຍາກເໝືອນງົມເຂັມ ແຕ່ເປັນສິ່ງທີ່ພວກເຮົາ ແລະ ພາກສ່ວນກ່ຽວຂ້ອງຮູ້ດີຢູ່ແລ້ວວ່າຄວນແກ້ໄຂແນວໃດ, ມີວທີການ ແລະ ຈັດການແກ້ໄຂບັນຫາຕ່າງໆເຫລົ່ານັ້ນແນວໃດ.

ແຕ່ແລ້ວຈົນມາຮອດປັດຈຸບັນມີຫລາຍໜ້າວຽກກໍຍັງບໍ່ຕ່າງຫຍັງກັບເຕົ່າທີ່ຄ່ອຍເປັນຄ່ອຍໄປ ຂາດຄວາມຄືບໜ້າອັນເປັນຜົນງານປະຈັກພໍໃຫ້ປະຊາຊົນຊົມເຊີຍ ແລະ ເປັນທີ່ເພິ່ງດ້ານຄວາມປອດໄພໃຫ້ປະຊາຊົນທີ່ໃຊ້ລົດໃຊ້ຖະໜົນແຕ່ຢ່າງໃດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄໍາຂວັນ 6 ສ ຂອງນະຄອນຫລວງວຽງຈັນປາກົດຜົນເປັນຈິງ ດັ່ງ ສ.ສະຫງົບ, ສ.ສະຫວ່າງ, ສ.ສີຂຽວ, ສ.ສະອາດ, ສ.ສະເໜ່ ແລະ ສ.ສີວິໄລ ຢໍ້າຄືນເຖິງພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໄດ້ເຮັດໜ້າທີ່ຫລ້ອນໜ້າທີ່ຂອງຕົນຕາມທີ່ພັກລັດມອບໝາຍໃຫ້.

ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - 5 - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້
ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - 4 - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້
ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້ - 3 - ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້