ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ

ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - 294868168 3429927130569361 7777509667715781371 n - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ
ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - kitchen vibe - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ

ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດຂອງສປປລາວໃຫ້ຮູ້ວ່າ:ໃນວັນທີ 21 ກໍລະກົດ 2022, ເວລາ 23:40ໂມງໄດ້ພົບສັນຍານການເກີດແຜ່ນດິນໄຫວທີ່ປະເທດເພື່ອນບ້ານເຊັ່ນ: ມຽນມາ ຈໍານວນ 50 ກ່ວາຄັ້ງ ໃນລະດັບເປັນບໍລິເວນກ້ວາງ ແລະສະເທືອນຄວາມແຮງມາເຖິງພາກເໜືອຂອງສປປລາວເຖິງ 3 ຄັ້ງ ເຊິ່ງລາຍລະອຽດຂອງການເກີດແຜ່ນດິນໄຫວມີດັ່ງລຸ່ມນີ້:

ຄັ້ງທີ 1 ແຜ່ນດິນໄຫວເວລາ 23:40 ຂອງວັນທີ 21 ກໍລະກົດ 2022 ຄືການເຕືອນ (Before shock) ຂະໜາດ 5.1 ຣິກເຕີ ຄວາມເລິກ 4 ກິໂລແມັດ (ກມ) ທາງທິດຕາເວັນຕົກສ່ຽງເຫນືອຂອງແຂວງບໍ່ແກ້ວປະມານ 63 ກມ ແລະຫຼວງນ້ໍາທາ ປະມານ 83 ກມ ເກີດຂື້ນກ່ອນຮູ້ສຶກໄດ້ເປັນບໍລິກວ້າງ.

ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - Visit Laos Visit SALANA BOUTIQUE HOTEL - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ
ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - Visit Laos Visit SALANA BOUTIQUE HOTEL - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ

ຄັ້ງທີ 2 ແຜ່ນດິນໄຫວເວລາ 00:07 ຂອງວັນທີ 22 ກໍລະກົດ 2022 ຄືເຫດການແຜ່ນດິນໄຫວຂະຫນາດໃຫ່ຍ (Main shock) ຂະໜາດ 6.4 ຣິກເຕີ ຄວາມເລິກ 3 ກມ ທາງທິດຕາເວັນຕົກສຽງເໜືອຂອງແຂວງບໍ່ແກ້ວ ປະມານ 67 ກມ ແລະ ຫຼວງນໍ້າທາປະມານ 76 ກມ ຮູ້ສຶກໄດ້ເຖິງຄວາມຮຸນແຮງໃນຫຼາຍພື້ນທີ່.

ຄັ້ງທີ 3 ແຜ່ນດິນໄຫວ ເວລາ 05:22 ຂອງວັນທີ 22 ກໍລະກົດ 2012 ຄືເຫດການແຜ່ນດິນໄຫວຕາມມາ (After shock) ທີ່ມີຂະຫນາດນ້ອຍກ່ວາ 5,3 ຣິກເຕີ ຄວາມເລິກ 3 ກມ ທາງທິດຕາເວັນຕົກສ່ຽງເຫນືອຂອງແຂວງບໍ່ແກ້ວປະມານ 62 ກມ ແລະ ຫຼວງນໍ້າທາ ປະມານ 82 ກມ ຮູ້ສຶກໄດ້ໃນຫຼາpພື້ນທີ່, ເຮັດໃຫ້ປະຊາຊົນ, ທີ່ອາໄສຢູ່ເຂດແຂວງບໍ່ແກ້ວ ໂດຍສະເພາເຂດສາມຫຼ່ຽມຄໍາ ແລະເຂດໃກ້ຄຽງທີ່ໄດ້ຮັບແຮງສັ່ນສະເທືອນໄດ້ພາກັນອອກຈາກອາຄານ ແລະຕຶກສູງມາຢູ່ສະທານທີ່ກາງແຈ້ງ, ອີງຕາມປະຊາຊົນໃນພື້ນທີ່ລາຍງານ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍໃນເບື້ອງຕົ້ນ ແລະຍັງບໍ່ທັນມີຂໍ້ມູນຜູ້ບາດເຈັບ ແລະເສຍຊີວິດຈາກແຮງສັ່ນສະເທືອນທີ່ເກີດຂຶ້ນຢູ່ລາວຄັ້ງນີ້.

ສັງເກດເບິ່ງຈາກພາບແຜນທີ່ຈຸດເກີດແຜ່ນດິນໄຫວທີ່ມຽນມາ, ເຊິ່ງເປັນຈຸດທີ່ເກີດແຜ່ນດິນໄຫວທີ່ໃກ້ກັບຊາຍແດນລາວ ແລະໄທ.

ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - 3 - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ
ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - 5 - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ
ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ - 4 - ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ