ຢູເວນຕຸສ ຍື່ນຂໍ້ສະເຫນີຊື້ ເຟີມີໂນ ເສີມຄົມ
July 25, 2022 - 9:12 PM

ຢູເວນຕຸສ ທີມເກ່ັງແຫ່ງລີກ ຊີເຣຍ ອາ ຍື່ນຂໍ້ສະເຫນີຊື້ ໂຣແບໂຕ ເຟີມີໂນ ກອງຫນ້າຈອກເຕັກນິກຂອງ ລີເວີພູລ ມາເສີມຫນ້າແລ້ວ.
‘‘ Football Italia’’ ສື່ຊື່ດັງຂອງອີຕາລີ ລາຍງານວ່າ ຢູເວນຕຸສ ຢາກໄດ້ ເຟີມີໂນ ມາເສີມກອງຫນ້າ ຫລັງເສຍ ອັນບາໂຣ ໂມຣາຕາ ກອງຫນ້າທີມຊາດສະເປນທີ່ຫມົດສັນຍາຢືມຕົວ ແລະ ກັບໄປຢູ່ກັບ ແອດເລຕີໂກ ມາດຣິດ ຮຽບຮ້ອຍແລ້ວ ໂດຍໄດ້ຈັດການຍື່ນຂໍ້ສະເຫນີຈຳນວນ 23 ລ້ານຢູໂຣ ໃຫ້ ລີເວີພູລ ແລ້ວ.
ຂະນະທີ່ຄະນະບໍລິຫານ ລີເວີພູລ ກໍພວມພິຈາລະນາວ່າ ຈະຕອບຮັບຂໍ້ສະເຫນີຂອງ ຢູເວນຕຸສ ດີຫລືບໍ່ ເນື່ອງຈາກ ເຟີມີໂນ ອາຍຸເຂົ້າຫລັກ 3 ແລ້ວ ແລະຍັງຖືກອາການບາດເຈັບລົບກວນຢ່າງຕໍ່ເນື່ອງ ທີ່ສຳຄັນລາວເຫລືອສັນ ຍາອີກພຽງປີດຽວເທົ່ານັ້ນ ແລະ ຍັງບໍ່ມີທ່າທີວ່າຈະມີການຕໍ່ສັນຍາສະບັບໃຫມ່ນຳອີກ.