ແກຣີ ຍ້າຍໄປຮ່ວມທີມ ເວສບຣອມວິດ ແລ້ວ
August 16, 2017 - 4:49 PM




ຫຼັງຍ້າຍມາຫຼິ້ນກັບ ເວສ ບຣອມວິດ ອັລບຽນ ທາງ ແບຣີ ເປີດໃຈວ່າ: “ຂ້ອຍຕ້ອງ ການເຂົ້່າມາ ແລະ ຊ່ວຍເຫຼືອ ທີມ ນີ້ຄືສິ່ງທີ່ຂ້ອຍເຮັດສະເໝີ ເມື່ອໃດກໍຕາມທີ່ຂ້ອຍໄດ້ລົງ ຫຼິ້ນ ຂ້ອຍຕ້ອງການຊ່ວຍໃຫ້ ທີມພັດທະນາຂຶ້ນ ເຮັດວຽກ ຢ່າງໜັກ ແລະ ຫວັງວ່າຈະ ເພີ່ມຄຸນນະພາບໃຫ້ກັບທີມ ໄດ້”.
ດ້ານ ໂທນີ ພູລິສ ຜູ້ຈັດ ການທີມ ເວສບຣອມວິດ ອັລ ບຽນ ກ່າວເຖິງການຄວ້າໂຕ ແບຣີ ວ່າ: “ເຮົາມີປັນຫາໃຫຍ່ ໃນກອງກາງ ເມື່ອເສຍ ເຟລ໊ດ (ດາເຣນ ເຟລ໊ດເຊີ ຍ້າຍໄປ ຫຼິ້ນກັບ ສະໂຕກ ຊິຕີ) ແລະ ແບຣີ ຈະເຂົ້າມາເຕີມເຕັມຊ່ອງ ວ່າງດັ່ງກ່າວ”.