ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ - 296215319 1948631145340656 853733760654514645 n - ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ - kitchen vibe - ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ

ວັນທີ 27 ກໍລະກົດ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂດ ວັນ ຈຽນ ເລຂາທິການສູນກາງພັກ, ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-28 ກໍລະກົດ 2022 ນີ້.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ໂດ ວັນ ຈຽນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ, ທັງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ທ່ານ ໂດ ວັນ ຈຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫລະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດໃຫ້ຊາບເຖິງປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ - 3 - ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ - 5 - ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ - 4 - ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະ ກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ