ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - 296239035 773445910770778 4183465580383694227 n - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ
ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - kitchen vibe - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງເລັ່ງແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ການປຸ້ນຈີ້ຊີງຊັບໂດຍການຫັນນິຕິກໍາຂອງລັດຖະບານ, ກະຊວງ ມາຈັດຕັ້ງຜັນຂະຫຍາຍຢູ່ທ້ອງຖິ່ນຕາມຈຸດພິເສດຂອງຕົນ ເປັນຕົ້ນວຽກງານຈຸດສຸມ 3 ຫຼຸດ 3 ເພີ່ມ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2022, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນເປີດເຜີຍຕໍ່ສື່ມວນຊົນໃນວັນທີ 21 ກໍລະກົດນີ້ວ່າ:ໃນ 6 ເດືອນຜ່ານມາ, ໄດ້ປະສານກັບກະຊວງກ່ຽວຂ້ອງພ້ອມທັງຊີ້ນໍາອົງການປົກຄອງເມືອງ, ບ້ານ ໃຫ້ຮ່ວມມືອໍານວຍຄວາມສະດວກໃຫ້ແກ່ພະນັກງານຮາກຖານ, ກຳລັງວິຊາສະເພາະລົງໂຄສະນາເຜີຍແຜ່ສຶກສາອົບຮົມ ສ້າງຄວາມຮັບຮູ້ເຂົ້າໃຈກົດໝາຍ, ລະບຽບການຢູ່ແຕ່ລະຮາກຖານບ້ານໂດຍກໍາລັງປ້ອງກັນຄວາມສະຫງົບເຮັດໂດຍກົງໄປຄຽງຄູ່ກັບການອອກຂ່າວໂຄສະນາຜ່ານສື່ຕ່າງໆໃຫ້ສັງຄົມເຫັນໄດ້ຜົນກະທົບທີ່ເກີດຈາກການລະ ເມີດລະບຽບກົດໝາຍຕ່າງໆ, ຜົນຮ້າຍຂອງຢາເສບຕິດ. ສຳລັບການສຶກສາອົບຮົມ ໄດ້ເຮັດທັງລວງກວ້າງ ແລະ ລວງເລິກແຕ່ລະເປົ້າໝາຍ ເຊັ່ນ: ເປົ້າໝາຍຜູ້ມີປະຫວັດກະທໍາຜິດ, ເປົ້າໝາຍຜູ້ພົວພັນສິ່ງເສບຕິດ ແລະ ເປົ້າໝາຍອື່ນໆຕາມຫຼັກວິຊາສະເພາະຂອງ ປກສ ເພື່ອສ້າງສະຕິເປັນເຈົ້າການຂອງສັງຄົມເຂົ້າຮ່ວມແກ້ໄຂຢ່າງເປັນຂະບວນ. ນອກນີ້ ຍັງກວດກາຕິດຕາມດໍາເນີນມາດຕະການຕໍ່ຜູ້ລະເມີດເຂັ້ມງວດຂຶ້ນ, ມີການປັບໃໝ, ດໍາເນີນຄະດີຕໍ່ແຕ່ລະເປົ້າໝາຍ ຊຶ່ງເຫັນວ່າມີຫຼາຍສົມຄວນ ເຊັ່ນ: ສະເພາະບັນຫາຢາເສບຕິດ ແກ້ໄຂໄດ້ 364 ເລື່ອງ, ກັກຕົວ 560 ຄົນ, ຍິງ 83 ຄົນ, ສາມາດຢຶດຂອງກາງປະເພດຢາບ້າໄດ້ 3.768.696 ເມັດ, ຢາໄອສ 37 ກິໂລ ກັບ 215,7 ກຣາມ ແລະ 72 ຖົງນ້ອຍ, ລົດຈັກ 26 ຄັນ, ລົດໃຫຍ່ 7 ຄັນ, ປືນສັ້ນ 13 ກະບອກ, ພ້ອມລູກປືນ 139 ລູກ, ປືນແກັບ 2 ກະບອກ; ຄະດີພວມດໍາເນີນຢູ່ຂັ້ນເຈົ້າໜ້າທີ່ ມີ 846 ເລື່ອງ, ສົ່ງໄອຍະການ 400 ເລື່ອງ, ຍັງສືບຕໍ່ດໍາເນີນ 446 ເລື່ອງ ມີຜູ້ຖືກຫາ 641 ຄົນ, ຍິງ 91 ຄົນ. ສ່ວນການແກ້ໄຂສະພາບຄວາມແອອັດ, ບັນຫາອຸບັດເຫດຕາມທ້ອງຖະໜົນໄດ້ ດໍາເນີນ 3 ວຽກງານຄຽງຄູ່ກັນຄືໜຶ່ງ: ແກ້ໄຂ ດ້ານເຕັກນິກເສັ້ນທາງໄດ້ກໍານົດເສັ້ນທາງຂຶ້ນ-ລ່ອງຄືນໃໝ່, ກໍານົດສະຖານທີ່ຈອດລົດ, ປັບປຸງທາງຮ່ອມຊ່ວຍລະບາຍລົດ; ສອງ: ດໍາເນີນມາດຕະການກວດກາປົກກະ ຕິ ແລະ ສຸມໃສ່ກວດກາການລະເມີດກົດຈະລາຈອນ ເຊັ່ນ: ກໍລະນີຈອດລົດບໍ່ຖືກກັບເສັ້ນ, ປ້າຍກໍານົດ, ກວດກາປະລິມານທາດເຫຼົ້າຂອງຜູ້ຂັບຂີ່ພາຫະນະ, ສ້າງສະຕິເຄົາລົບກົດຈະລາຈອນ, ເພີ່ມກໍາລັງເຈົ້າໜ້າທີ່ ເຂົ້າປະຈໍາການ ແລະ ແນະນໍາຕາມຈຸດທາງຄົບທາງແຍກໃນເວລາຊົ່ວໂມງເລັ່ງດ່ວນ; ສາມ: ເຜີຍແຜ່ ໂຄສະນາໃຫ້ຄວາມຮູ້ກົດໝາຍທາງຫຼວງ, ກົດຈະລາຈອນ ແລະ ສ້າງສະຕິຕື່ນຕົວເຂົ້າຮ່ວມຂອງສັງຄົມ.

ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - Visit Laos Visit SALANA BOUTIQUE HOTEL - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ
ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - Visit Laos Visit SALANA BOUTIQUE HOTEL - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

ທ່ານ ອາດສະພັງທອງ ໃຫ້ຮູ້ຕື່ມວ່າ: ກ່ຽວກັບການປ້ອງກັນສະກັດກັ້ນ ແລະ ແກ້ໄຂອາຊະຍາກໍາປຸ້ນຊັບ, ຊີງຊັບ ໃນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ອັນຫຼັກໆ ໄດ້ເອົາໃຈໃສ່ໂຄສະນາຕ້ານອາຊະຍາກໍາໃນສັງຄົມຜ່ານສື່ຕ່າງໆ ແລະ ລົງເຜີຍແຜ່ຢູ່ຮາກຖານບ້ານເພື່ອໂຄສະນາຍົກສູງສະຕິລະວັງຕົວໃຫ້ແກ່ພົນລະເມືອງຢູ່ຮາກຖານຢ່າງກວ້າງຂວາງ, ລະດົມໃຫ້ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ, ໃຫ້ຂໍ້ມູນຂຶ້ນບັນຊີເປົ້າໝາຍປຸ້ນ, ຊີງຊັບ ຢູ່ແຕ່ລະບ່ອນ, ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ທີ່ເຮັດວຽກງານສືບຂ່າວອາຍາ-ຕິດຕາມ ພ້ອມທັງໃຫ້ແຕ່ລະຄອບຄົວໄດ້ມີສ່ວນຮ່ວມ ບົນພື້ນຖານການປະສານສົມທົບຢ່າງກົມກຽວກັບວິຊາສະເພາະຂອງກະຊວງປ້ອງກັນຄວາມສະຫງົບ, ປກສ ນະຄອນຫຼວງ, ປກສ ເມືອງ, ປກສ ກຸ່ມ ແລະ ອົງການປົກຄອງບ້ານ.

ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - 5 - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ
ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - 4 - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ
ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ - 3 - ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ