ເສດຖະກິດກາຕາຍັງແຂງແຮງ ເຖິງວ່າຖືກ 4 ປະເທດຂວ້ຳບາດ




ນັກວິເຄາະຊີ້ວ່າ: ເສດຖະກິດກາຕາຍັງແຂງແຮງ, ເຖິງວ່າຖືກ 4 ປະເທດອາຣັບຂວ້ຳບາດມາແຕ່ວັນທີ 5 ມິຖຸນາ ໂດຍກ່າວຫາສະໜັບສະໜູນກໍ່ການຮ້າຍ ແລະ ສະໜິດສະໜົມກັບອີຣານ.
+ ອາຣັບເລັ່ງກາຕາຍອມປະຕິບັດຕາມ 6 ຂໍ້ເພື່ອປາບປາມກໍ່ການຮ້າຍ
+ ຫລາຍປະເທດຕາເວັນອອກກາງຕັດການພົວພັນກັບກາຕາ
ທ່ານ ໂມຮາເໝັດ ອຳມາ ປະທານສະມາຄົມນັກທຸລະກິດກາຕາ ກ່າວວ່າ: ໃນໄລຍະກາງເຖິງໄລຍະຍາວຄົນທີ່ຢູ່ໃນກາຕາອາດຮູ້ສຶກໄດ້ເຖິງຜົນກະທົບຈາກການຂວ້ຳບາດທາງເສດຖະກິດ, ການປິດເສັ້ນທາງຕິດຕໍ່ທັງທາງບົກ, ທາງນ້ຳ ແລະ ທາງອາກາດ, ແຕ່ປັດຈຸບັນນີ້ ທຸກຄົນຍັງບໍ່ຮູ້ສຶກຫຍັງຫລາຍ. ສ່ວນທ່ານ ຣາຊິດ ບິນ ອາລີ ອຳມັນຊູຣີ ປະທານຕະຫລາດຫລັກຊັບກາຕາ ເຫັນວ່າ: ໄລຍະໂຫດຮ້າຍທີ່ສຸດໄດ້ຜ່ານພົ້ນໄປແລ້ວ, ພາຍຫລັງຕະຫລາດຫລຸດລົງ 7% ໃນວັນທີອາຣັບບີ ຊາອຸດິດ, ສະຫະນະຄອນ ອາເມຣັດ ອາຣັບ, ບາເຣນ ແລະ ເອຢິບ ປະກາດຕັດການພົວພັນທາງການທູດກັບກາຕາໃນວັນທີ 5 ມິຖຸນາ ແລະ ຫລຸດລົງເກືອບ 10% ໃນໄລຍະ 3 ວັນທຳອິດ.


ເຖິງຢ່າງໃດກໍດີ, ຖ້າວິກິດຍັງຍືດເຍື້ອ ນັກວິເຄາະຄາດວ່າຈະກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ, ຈຳນວນເງິນຝາກຂອງທະນາຄານຢູ່ກາຕາໃນເດືອນກ່ອນຫລຸດລົງຢູ່ລະດັບຕໍ່າສຸດໃນຮອບເກືອບສອງປີ. ຂະນະທີ່ທຶນສຳຮອງຂອງທະນາຄານກາງເຫລືອໜ້ອຍທີ່ສຸດນັບແຕ່ເດືອນພຶດສະພາ 2012 ແລະ ຫລຸດລົງ 30% ຈາກເດືອນມິຖຸນາປີກ່ອນ. ບໍລິສັດຈັດອັນດັບພາກັນຫລຸດອັນດັບກາຕາລົງ, ສ່ວນອັອກຊອດອິໂຄໂນມິກຫລຸດທ່າອ່ຽງການເຕີບໃຫຍ່ຂອງເສດຖະກິດກາຕາປີນີ້ຈາກ 3,4% ເຫລືອ 1,4%, ແຕ່ເຊື່ອວ່າກາຕາຈະສາມາດຕ້ານທານການຂວ້ຳບາດທາງເສດຖະກິດໄດ້ອີກຫລາຍປີ ເພາະກອງທຶນຄວາມໝັ້ນຄົງແຫ່ງຊາດທີ່ມີມູນຄ່າເຖິງ 330.000 ລ້ານໂດລາສະຫະລັດ ໄປລົງທຶນຊັບສິນໃນຕ່າງປະເທດໄວ້ເປັນຈຳນວນຫລາຍ.