ລັດນິວຢອກ-ເມືອງຊານຟຣານຊິສໂກ ປະກາດສະຖານະການສຸກເສີນ “ໝາກສຸກລີງ” ຫລັງພົບຜູ້ຕິດເຊື້ອສູງສຸດໃນອາເມລິກາ

ລັດນິວຢອກ ແລະ ເມືອງຊານຟຣານຊິສໂກຂອງອາເມລິກາ ປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກ ເພື່ອຮັບມືການລະບາດຫລັງເປັນພື້ນທີ່ພົບຜູ້ຕິດເຊື້ອສູງສຸດໃນປະເທດ.
ການຕັດສິນໃຈປະກາດສະຖານະການສຸກເສີນພະຍາດໝາກສຸກລີງໃນລັດນິວຢອກ ແລະ ເມືອງຊານຟຣານຊິສໂກ ມີຂຶ້ນຫລັງຈາກທັງສອງພື້ນທີ່ຖືກລະບຸວ່າເປັນພື້ນທີ່ທີ່ພົບຜູ້ຕິດເຊື້ອໝາກສຸກລີງສູງສຸດໃນອາເມລິກາ ໂດຍຫລາຍກວ່າ 1 ໃນ 4 ຂອງຜູ້ຕິດເຊື້ອທົ່ວປະເທດທີ່ໄດ້ຮັບການຢືນຢັນແລ້ວໃນປັດຈຸບັນຈຳນວນ 4.907 ຄົນ ຢູ່ໃນສອງພື້ນທີ່ດັ່ງກ່າວ.
ລອນດອນ ບຣີດ ເຈົ້າຄອງເມືອງຊານຟຣານຊິສໂກ ລະບຸວ່າ: ການຕັດສິນໃຈປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກຂອງເມືອງຈະຊ່ວຍໃຫ້ສາມາດລະດົມຊັບພະຍາກອນ, ເລັ່ງການວາງແຜນເພື່ອຮັບມືເຫດການສຸກເສີນ ແລະ ອະນຸຍາດສາມາດໃຊ້ງົບປະມານຈາກລັດ ແລະ ລັດຖະບານກາງໃນອະນາຄົດໄດ້ ຫລັງຈາກພົບຜູ້ຕິດເຊື້ອເພີ່ມຂຶ້ນເກືອບ 2 ເທົ່າໃນເວລາພຽງ 1 ອາທິດ ໂດຍປັດຈຸບັນເມືອງຊາຍຟຣານຊິສໂກພົບຜູ້ຕິດເຊື້ອໝາກສຸກລີງພາຍໃນເມືອງຈຳນວນ 261 ຄົນ.
ຂະນະທີ່ລັດນິວຢອກ ເຊິ່ງເປັນພື້ນທີ່ທີ່ພົບຜູ້ຕິດເຊື້ອພະຍາດໝາກສຸກລີງຫລາຍສຸດໃນອາເມລິກາ ເປັນຈຳນວນ 1.200 ກວ່າຄົນ ກໍຕັດສິນໃຈປະກາດໃຫ້ພະຍາດດັ່ງກ່າວເປັນສະຖານະການສຸກເສີນດ້ານສາທາລະນະສຸກຂອງລັດເຊັ່ນດຽວກັນ.
ກ່ອນໜ້ານີ້, ອົງການອະນາໄມໂລກ (WHO) ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ໂດຍຈາກການເປີດເຜີຍຫລ້າສຸດພົບຜູ້ຕິດເຊື້ອທົ່ວໂລກຫລາຍກວ່າ 18.000 ຄົນໃນ 78 ປະເທດ ເຊິ່ງຫລາຍກວ່າ 70% ຂອງຜູ້ຕິດເຊື້ອມາຈາກພາກພື້ນເອີຣົບ ແລະ 25% ມາຈາກພາກພື້ນອາເມລິກາເໜືອ ແລະ ອາເມລິກາໃຕ້.
ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນອາເມລິກາຍັງບໍ່ໄດ້ມີການປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບປະເທດ ໂດຍທ່ານ ຊາເວຍ ເບເຊີຣາ ລັດຖະມົນຕີວ່າການກະຊວງສຸຂະພາບ ແລະ ບໍລິການມະນຸດ (HHS) ລະບຸວ່າ: ສາເຫດທີ່ຍັງບໍ່ໄດ້ມີການຕັດສິນໃຈເລື່ອງນີ້ເປັນຍ້ອນກະຊວງຍັງເບິ່ງວ່າໄວຣັສຊະນິດນີ້ຍັງບໍ່ກາຍເປັນໄພຄຸກຄາມທີ່ຢ້ານກົວເທົ່າກັບໂຄວິດ-19.
ການເຄື່ອນໄຫວຂອງທຳນຽບຂາວ ຫລ້າສຸດໄດ້ມີການອອກມາປະກາດວ່າ: ກຽມຈະກະຈາຍວັກຊີນປ້ອງກັນພະຍາດໝາກສຸກລີງເພີ່ມອີກ 780.000 ກວ່າໂດສ ໄປໃຫ້ໂຮງໝໍ ແລະ ສະຖານບໍລິການສາທາລະນະສຸກທົ່ວປະເທດ ຫລັງຈາກມີການແຈກຢາຍໄປແລ້ວຫລາຍກວ່າ 300.000 ໂດສ ໃນຕົ້ນກໍລະກົດຜ່ານມາ ສົ່ງຜົນໃຫ້ປັດຈຸບັນອາເມລິກາໄດ້ແຈກຢາຍວັກຊີນແລ້ວຫລາຍກວ່າ 1,1 ລ້ານໂດສ ນັບແຕ່ມີການຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດໃນປະເທດເດືອນພຶດສະພາຜ່ານມາ. ຂະນະດຽວກັນ ລັດຖະບານກາງໄດ້ສັ່ງວັກຊີນເພີ່ມອີກກວ່າ 5,5 ລ້ານໂດສ ເຊິ່ງຄາດວ່າຈະໄດ້ຮັບໃນປີ 2023.
ອ້າງອີງ:
https://www.washingtonpost.com/…/monkeypox-emergency…/