ເຊລຊີ ພ້ອມແຊງ ແມນຊິຕີ ຄວ້າ ມາກ ກູກູເຣຢາ ເສີມຫລັງ

ເຊລຊີ ຕົກເປັນຂ່າວພະຍາາມແຊງຫນ້າ ແມນເຊສເຕີ ຊິຕີ ໃນການຄວ້າ ມາກ ກູກູເຣຢາ ກອງຫລັງຂອງ ໄບຣຕັນ ມາຮ່ວມທີມ.
ສຳລັບ ກູກູເຣຢາ ເປັນເປົ້າຫມາຍໃນການເສີມທີມຂອງ ແມນເຊສເຕີ ຊິຕີ ຂະນະທີ່ນັກເຕະກໍຢາກຍ້າຍໄປຫລິ້ນກັບ ແມນຊິຕີ ເຊັ່ນດຽວກັນ.
ດັ່ງທີ່ຮູ້ກັນວ່າ ໄບຣຕັນ ຢືນຢັນວ່າຈະບໍ່ປ່ອຍດາວເຕະອາຍຸ 24 ປີລາຍນີ້ອອກຈາກທີມຫາກບໍ່ໄດ້ຄ່າຕົວ 50 ລ້ານປອນ ແຕ່ ແມນຊິຕີ ພ້ອມຈ່າຍພຽງ 40 ລ້ານປອນເທົ່ານັ້ນ ເຮັດໃຫ້ການເຈລະຈາໃນການຊື້ຂາຍນີ້ຍືດເຍື້ອ ເຖິງວ່ານັກເຕະຈະສາມາດຕົກລົງເລື່ອງສັນຍາສ່ວນຕົວໄດ້ແລ້ວກໍຕາມ.
ຈົນຫລ້າສຸດ ຟາບຣີຊີໂອ ໂຣມາໂນ ນັກຂ່າວຊາວອິຕາລີ ລະບຸວ່າ ເຊລຊີ ທີ່ຕ້ອງການເສີມນັກເຕະໃນເກມຮັບເຊ່ັນດຽວກັນ ພະຍາຍາມທີ່ຈະຍາດ ກູກູເຣຢາ ມາຮ່ວມທີມ ໂດຍໃນວັນທີ 1 ສິງຫາ ເຊລຊີ ຈະເຂົ້າໄປເຈລະຈາໂດຍກົງກັບ ໄບຣຕັນ ເພື່ອຫາລືກ່ຽວກັບຄ່າຕົວ ລວມເຖິງນັກເຕະທີ່ອາດເປັນສ່ວນຫນຶ່ງໃນການຊື້ຂາຍນີ້.
ໂດຍຄາດວ່າ ໄບຣຕັນ ຕັ້ງຄ່າຕົວຂອງ ກູກູເຣຢາ 50 ລ້ານປອນຄືເກ່ົາ ແລະ ເລວີ ໂດລວິລ ກອງກາງດາວຮຸ່ງອາດເຂົ້າມາເປັນສ່ວນຫນຶ່ງໃນການຊື້ຂາຍນີ້ ຂະນະທີ່ ເຊລຊີ ກຽມເຈລະຈາກັບໂຕແທນຂອງນັກເຕະທີມຊາດສະເປນ ຊຸດນ້ອຍກ່ຽວກັບສັນຍາສ່ວນຕົວໃນອີກບໍ່ເທົ່າໃດຊົ່ວໂມງຂ້າງຫນ້າ.