ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ

ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ - 0a12a68bcbf4fc8bad8bd33b06ec38ae XL - ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ
ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ - kitchen vibe - ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສື່ຂອງລັດຖະບານມຽນມາ ລາຍງານວ່າມຽນມາຢຶດຢາເສບຕິດ ແລະ ວັດຖຸທີ່ກ່ຽວຂ້ອງ ມູນຄ່າ 311,58 ລ້ານກວ່າໂດລາສະຫະລັດ ໃນໄລຍະເດືອນມັງກອນ-ພຶດສະພາ ເຊິ່ງຫລາຍກວ່າມູນຄ່າການຈັບຢຶດໃນປີກ່ອນເກີນເຄິ່ງໜຶ່ງ.

ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ປະທານສະພາບໍລິຫານແຫ່ງລັດຂອງມຽນມາ ລະບຸວ່າ: ຕົວເລກທີ່ເພີ່ມຂຶ້ນນີ້ສະທ້ອນວ່າລັດຖະບານກຳລັງເລັ່ງດຳເນີນກິດຈະກຳປາບປາມຢາເສບຕິດ ໂດຍຢາເສບຕິດທີ່ຢຶດໄດ້ສ່ວນຫລາຍມາຈາກລັດສານ ແລະ ທາງການມຽນມາໄດ້ຍົກລະດັບປະຕິບັດການປາບປາມໃຫ້ເຂັ້ມງວດຂຶ້ນແລ້ວ.

ມຽນມາຈັບຢຶດຢາເສບຕິດ ແລະ ວັດຖຸທີ່ກ່ຽວຂ້ອງ ມູນຄ່າ 524,48 ລ້ານໂດລາສະຫະລັດ ໃນປີ 2021 ແລະ ຈູດຢາເສບຕິດ ມູນຄ່າ 642 ລ້ານກວ່າໂດລາສະຫະລັດ ໃນວັນທີ 26 ມິຖຸນາຜ່ານມາ ເນື່ອງໃນວັນຕໍ່ຕ້ານການໃຊ້ຢາເສບຕິດ ແລະ ການຄ້າມະນຸດທີ່ຜິດກົດໝາຍສາກົນ.

ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ - 3 - ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ
ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ - 5 - ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ
ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ - 4 - ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ