ລີເວີພູລ ຕໍ່ສັນຍາ ໂຊຕາ ໄລຍະຍາວເຖິງປີ 2027

ກອງຫນ້າລີເວີພູລ ເປີດເຜີຍ 2 ສາເຫດທີ່ຕໍ່ສັນຍາຈົນເຖິງປີ 2027 ພ້ອມຄາດເວລາຫາຍເຈັບ ຫລັງກັບມາບໍ່ທັນເປີດລະ ດູການພຣີເມຍລີກ.
ລີເວີພູລ ປະກາດຕໍ່ສັນຍາກັບ ດີໂອໂກ ໂຊຕາ ຈົນເຖິງປີ 2027 ຫລັງຈາກສັນຍາສະບັບເກ່ົາຈະຫມົດລົງໃນປີ 2025 ຖືເປັນຜູ້ຫລິ້ນ ລາຍທີ 4 ຂອງລີເວີພູລ ທີ່ໄດ້ຮັບສັນຍາສະບັບໃຫມ່ໃນລະດູການນີ້ ຕໍ່ຈາກ ເຈມ ມິລເນີ, ໂມຮາເຫມັດ ຊາລາ ແລະ ໂຈ ໂກເກສ ລວມເຖິງ ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນທີ່ຫາກໍຕໍ່ສັນຍາຈົນເຖິງປີ 2026 ນຳອີກ.
ດີໂອໂກ ໂຊຕາ ຍ້າຍຈາກ ວູບແຮມຕັນ ມາຢູ່ ລີເວີພູລ ເມື່ອປີ 2020 ດ້ວຍຄ່າຕົວ 45 ລ້ານປອນ ແຕ່ບໍ່ໄດ້ຮັບຄ່າເມື່ອຍຈາກສັນ ຍາເກ່ົາພຽງອາທິດລະ 90,385 ປອນ ເຮັດໃຫ້ລີເວີພູລ ມັດໃຈໃຫ້ຢູ່ກັບທີມຕໍ່ໄປ ໂດຍເພີ່ມຄ່າເມື່ອຍໃຫ້ ຄາດວ່າອາດໄດ້ໃນລະດັບ ດຽວກັບ ດາວິນ ນູນເຢສ ດາວຍິງຄ່າຕົວແພງທີ່ສຸດຂອງສະໂມສອນ 85 ລ້ານປອນ ເຊິ່ງຮັບອາທິດລະ 140,000 ປອນ.
ສຳລັບ ດີໂອໂກ ໂຊຕາ ລົງຫລິ້ນໃຫ້ ລີເວີພູລ ທຸກລາຍການໄປແລ້ວ 85 ນັດ ຍິງໄດ້ 34 ປະຕູ 9 ແອສຊິສ ຊ່ວຍໃຫ້ທີມມີລຸ້ນ 4 ແຊ໊ມ ເມື່ອລະດູຜ່ານມາ ກ່ອນໄດ້ຊູຂັນ 2 ໜ່ວຍ ຄື ເອຟເອ ຄັພ ແລະ ລີກຄັພ ຂະນະທີ່ ພຣີເມຍລີກ ຈົບອັນດັບ 2 ຕໍ່ຈາກ ແມນເຊສເຕີ ຊິຕີ ສ່ວນ ຢູຟາ ແຊ໊ມປຽນລີກ ໄດ້ຮອງແຊ໊ມຕໍ່ຈາກ ຣຽວ ມາດຣິດ ຫລັງຈາກເສຍ 0-1 ໃນຮອບຊີງຊະນະເລີດ.