ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ

ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ - 068fa750 1096 11ed 8b3d 9f97834b59e5 original - ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ
ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ - kitchen vibe - ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງຊັບພະຍາກອນມະນຸດ ແລະ ຄວາມໝັ້ນຄົງທາງສັງຄົມຂອງຈີນ ຮ່ວມກັບຄະນະກຳມະການສຸຂະພາບແຫ່ງຊາດຈີນ ເຜີຍແພ່ຈົດໝາຍວຽນວ່າດ້ວຍການເລືອກປະຕິບັດໃນສະຖານທີ່ເຮັດວຽກຕໍ່ພະນັກງານ ຫລື ຜູ້ຊອກຫາວຽກທີ່ມີປະຫວັດຕິດເຊື້ອໂຄວິດ.

ຈົດໝາຍວຽນຫ້າມຫົວໜ້າ ແລະ ໜ່ວຍງານບໍລິການຊັບພະຍາກອນມະນຸດປະຕິເສດການຮັບສະໝັກຜູ້ທີ່ຫາຍດີຈາກພະຍາດໂຄວິດ ດ້ວຍເຫດຜົນທີ່ວ່າ ພວກເຂົາເຄີຍມີຜົນກວດພະຍາດເປັນບວກໂດຍເດັດຂາດ. ທັງລະບຸການຫ້າມເລືອກປະຕິບັດຕໍ່ອະດີດຜູ້ຕິດເຊື້ອເມື່ອພວກເຂົາຢູ່ລະຫວ່າງຂັ້ນຕອນການປະຖົມນິເທດ ຫລື ໃນບ່ອນເຮັດວຽກ ລວມທັງຫ້າມຫົວໜ້າເລີກຈ້າງຜູ້ທີ່ຫາຍດີຈາກພະຍາດໂຄວິດຢ່າງຜິດກົດໝາຍ.

ເພື່ອປົກປ້ອງສິດການຈ້າງວຽກອັນເທົ່າທຽມຂອງຜູ້ທີ່ຫາຍດີຈາກພະຍາດໂຄວິດ. ຈົດໝາຍວຽນລະບຸວ່າ: ອົງກອນ ຫລື ບຸກຄົນບໍ່ຄວນສອບຖາມເຖິງຜົນການທົດສອບກົດນິວຄລີອີກຢ່າງຜິດກົດໝາຍ ຍົກເວັ້ນແຕ່ເປັນໄປຕາມຄວາມຕ້ອງການຂອງການດຳເນີນງານປ້ອງກັນ ແລະ ຄວບຄຸມພະຍາດລະບາດ.

ຈົດໝາຍວຽນຍັງຫ້າມຫົວໜ້າເຜີຍແພ່ຂໍ້ມູນການຮັບສະໝັກວຽກ ເຊິ່ງເລືອກປະຕິບັດຕໍ່ຜູ້ທີ່ເຄີຍມີຜົນກວດພະຍາດໂຄວິດເປັນບວກ ທັງກະຕຸ້ນການເສີມສ້າງແນວທາງ ແລະ ການເບິ່ງແຍງທີ່ກ່ຽວຂ້ອງ ລວມທັງການບັງຄັບໃຊ້ການລົງໂທດຕໍ່ຜູ້ລະເມີດ ໂດຍຢູ່ບົນພື້ນຖານຂອງກົດໝາຍ ແລະ ລະບຽບຂໍ້ບັງຄັບ.

ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ - 4 - ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ
ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ - 3 - ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ
ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ - 5 - ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ