ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.

ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ. - 297396136 777448473703855 191242696789427074 n - ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.
ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ. - kitchen vibe - ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນໂອກາດ ການສະເຫຼີມສະຫຼອງສັບປະດາສາກົນ ການລ້ຽງລູກດ້ວຍນົມແມ່ວ່າ: ໃນລະຫວ່າງ ວັນທີ 1-7 ສິງຫາ 2022 ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມພາກັນສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫຼາຍຮູບແບບ, ການລ້ຽງລູກດ້ວຍນົມແມ່ເປັນວຽກງານທີ່ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເລິກເຊິ່ງ ໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ເພາະນ້ຳນົມແມ່ມີຄຸນປະໂຫຍດຢ່າງມະຫາສານເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພຊະນາການດີມີການຈະເລີນເຕີບໂຕ ແລະ ພັດທະນາການດີເຮັດໃຫ້ເດັກສະຫຼາດ, ນໍ້ານົມແມ່ມີສານອາຫານຄົບຖ້ວນສົມສ່ວນ ແລະ ພຽງພໍ ສຳລັບເດັກຕັ້ງແຕ່ມື້ເກີດຈົນເຖິງອາຍຸ 6 ເດືອນ, ເຮັດໃຫ້ລູກນ້ອຍມີພູມຄຸ້ມກັນພະຍາດ, ຊ່ວຍປົກປ້ອງເດັກຈາກພະຍາດຊຶມເຊື້ອຕ່າງໆ ແລະ ຫຼຸດຜ່ອນການເຈັບປ່ວຍ ແລະ ເສຍຊີວິດຂອງເດັກ.
ຈາກຜົນການຄົ້ນຄວ້າວິທະຍາສາດທີ່ເຜີຍແຜ່ໃນວາລະສານການຄົ້ນຄວ້າ ແລນເຊັກ ໃຫ້ຮູ້ວ່າ: ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ ອາຍຸ 6 ເດືອນ ແລະ ການໃຫ້ລູກກິນອາຫານເສີມທີ່ຖືກຕ້ອງເມື່ອອາຍຸ 6 ເດືອນຂຶ້ນໄປ, ຄຽງຄູ່ກັບການສືບຕໍ່ລ້ຽງລູກດ້ວຍນົມແມ່ຈະຊ່ວຍຫຼຸດຜ່ອນການເສຍຊີວິດຂອງເດັກໄດ້ເຖິງ 20% ໃນທຸກໆປີ, ພ້ອມນີ້ອົງກອນພັນທະມິດສາກົນກ່ຽວກັບການລ້ຽງລູກດ້ວຍນົມແມ່ ວາບາ ຍັງໄດ້ເນັ້ນໜັກໃສ່ຫົວຂໍ້ການໃຫ້ຄວາມຮູ້ ແລະ ການສະໜັບສະໜູນເພື່ອກ້າວສູ່ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ຊຶ່ງໝາຍເຖິງການຮັກລູກ, ຮັກຫຼານ, ຮັກເຮົາເອງ, ຕ້ອງສະໜັບສະໜູນການລ້ຽງລູກດ້ວຍນົມແມ່ຢ່າງດຽວແຕ່ເກີດຈົນຮອດອາຍຸ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນົມແມ່ຮອດອາຍຸເດັກໄດ້ 2 ປີ ຫຼື ຫຼາຍກວ່ານັ້ນຄຽງຄູ່ກັບການໃຫ້ອາຫານເສີມເມື່ອອາຍຸລູກໄດ້ 6 ເດືອນຂຶ້ນໄປ, ການລ້ຽງລູກດ້ວຍນົມແມ່ຍັງເປັນມາດຕະການໂພຊະນາການ ທີ່ຍັງເປັນບຸລິມະສິດທີ່ສູງ, ເປັນປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ ນອກນັ້ນນ້ຳນົມແມ່ຍັງມີຜົນດີຫຼາຍຢ່າງຕໍ່ແມ່, ຕໍ່ສະພາບແວດລ້ອມ ແລະ ປະເທດຊາດ.
ທ່ານກ່າວຕື່ມວ່າ: ການລ້ຽງລູກດ້ວຍນົມແມ່ຈະຊ່ວຍປະຢັດເສດຖະກິດຂອງຄອບຄົວ ແລະ ເສດຖະກິດຂອງຊາດເພາະນ້ຳນົມແມ່ຖືກຜະລິດຕາມທຳມະຊາດໂດຍນົມແມ່ເອງບໍ່ໄດ້ເສຍຄ່າ, ບໍ່ໄດ້ເສຍເງິນຊື້, ສະນັ້ນການປະຕິບັດສາມດູດຄື: ດູດທັນທີຫຼັງເກີດ, ດູດເລື້ອຍໆ ແລະ ດູດຖືກວິທີ ຈະຊ່ວຍປ້ອງກັນການຂາດສານອາຫານໃນເດັກ, ຍິ່ງລູກໄດ້ກິນນົມແມ່ດົນເທົ່າໃດກໍຍິ່ງໄດ້ຮັບພູມຄຸມກັນຕ້ານທານພະຍາດຕ່າງໆຫຼາຍເທົ່ານັ້ນ, ການລ້ຽງລູກດ້ວຍນົມແມ່ຍັງຊ່ວຍຮັກສາສະພາບແວດລ້ອມຂອງໂລກ, ບໍ່ມີເສດຂີ້ເຫຍື້ອ, ບໍ່ເພີ່ມອຸນຫະພູມໃຫ້ລູກຮ້ອນຂຶ້ນເພາະການຜະລິດນ້ຳນົມແມ່ບໍ່ໄດ້ໃຊ້ພະລັງງານໄຟຟ້າ ຫຼື ໂຮງຈັກໂຮງງານ, ປັດຈຸບັນ ລັດຖະບານໄດ້ມີນະໂຍບາຍໃຫ້ແມ່ທີ່ເກີດລູກໃໝ່ໄດ້ພັກການເຖິງ 6 ເດືອນ ເພື່ອໃຫ້ແມ່ໄດ້ມີເວລາລ້ຽງລູກດ້ວຍນົມແມ່ຢ່າງດຽວສະດວກຂຶ້ນ, ໄດ້ສຸມໃສ່ເພື່ອເຮັດໃຫ້ອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນໃຫ້ບັນລຸຢ່າງໜ້ອຍ 50% ຊຶ່ງປັດຈຸບັນອັດຕາມີພຽງ 44%.
ທ່ານກ່າວເນັ້ນຕື່ມວ່າ: ຮຽກຮ້ອງໃຫ້ແມ່ ຜູ້ທີ່ມີລູກນ້ອຍຈົ່ງເອົາໃຈໃສ່ການລ້ຽງລູກດ້ວຍນົມແມ່ຢ່າງດຽວໃຫ້ຄົບ 6 ເດືອນ ເພື່ອສ້າງສະມັດຖະພາບທີ່ດີ, ຄວາມຮັກຄວາມຜູກພັນລະຫວ່າງແມ່ກັບລູກທັງເປັນການເສີມສ້າງພູມຄຸມກັນໃຫ້ກັບເດັກ ແລະ ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນວຽກດັ່ງກ່າວຢ່າງຈິງຈັງ.
ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ. - 4 - ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.
ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ. - 5 - ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.
ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ. - 3 - ນ້ຳນົມແມ່ ມີຄຸນປະໂຫຍດຫຼາຍຢ່າງຕໍ່ລູກນ້ອຍ ຄວນໃຫ້ນົມແມ່ຢ່າງດຽວຄົບ 6 ເດືອນ ເພື່ອເສີມສ້າງພູມຄຸມກັນໃຫ້ກັບເດັກ.