ອັດຕະປື ໃຫ້ການສຶກສາອົບຮົມ ບຸກຄົນລັກຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ພາຍໃນແຂວງ ຈຳນວນ 31 ຄົນ

ຂ່າວອອນລາຍອັດຕະປືລາຍງານໃຫ້ຮູ້ວ່າ: ວັນທີ 2 ສິງຫາ 2022 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ສຶກສາອົບຮົມກ່າວເຕືອນບຸກຄົນລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດປະເພດ (ຫີນອ່ອນ) ບໍ່ທີ 11 ເຂດພູກາງໂຮງ ເມືອງພູວົງ ແຂວງອັດຕະປື ຈຳນວນ 31 ຄົນ, ສວ່ນໃຫຍ່ແມ່ນປະຊາຊົນເຂດເມືອງພູວົງ ພີທີດັ່ງກ່າວໄດ້ຈັດຂຶ້ນຢູ່ສູນບຳບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດ ປກສ ແຂວງ ໂດຍມີທ່ານ ພັຕ ທອງສູນ ພິທັກສິນ ຮອງພະແນກສິ່ງແວດລ້ອມຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ພ້ອມດ້ວຍເຈົ້າໜ້າທີ່ພະແນກຕຳຫຼວດສິ່ງແວດລ້ອມ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ທ່ານ ພັຕ ທອງສູນ ພິທັກສິນ ໄດ້ສືກສາອົບຮົມ ແລະ ກ່າວເຕື່ອນພວກທີ່ໄດ້ລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດປະເພດ ຫີນອ່ອນ ເຊິ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນຜົນເສຍຫາຍໃນການລັກລອບຂຸດຄົ້ນ, ເພາະວ່າພື້ນທີ່ດັ່ງກ່າວແມ່ນເປັນເຂດຖືກເກືອດຫ້າມຂອງພັກ-ລັດຂັ້ນເທີງ, ມັນເປັນຊັບສົມບັດຂອງປະເທດຊາດບ້ານເມືອງ, ຖ້າຫາກພວກເຮົາໄປບຸກເບີກ, ຂຸດຄົ້ນ ແມ່ນເປັນການທຳລາຍທຳມະຊາດຢ່າງສິ້ນເຊີງ, ມັນຈະນຳຜົນເສຍຫາຍມາສູ່ສິ່ງງທີ່ມີຊີວິດ ເຊິ່ງພື້ນທີ່ດັ່ງກ່າວມັນເປັນແຫຼ່ງທີ່ຢູ່ອາໄສຂອງສັດປະເພດຫວງຫ້າມ.
ນອກນັ້ນແລ້ວຖ້າຫາກພວກເຮົາຫາກບຸກລຸກທຳລາຍທຳມະຊາດມັນກໍ່ຈະສູນພັນໃນອະນາຄົດອັນມໍ່ໆນີ້ ພວກເຮົາຈະໄດ້ປະເຊີນກັບໄພຄຸກຄາມຈາກທຳມະຊາດ ເຊັ່ນ: ໄພແຫ້ງແລ້ງ, ລົມພະຍຸ, ໄພນ້ຳຖ້ວມ ແລະ ອື່ນໆ.
ພາຍຫຼັງທີ່ສຶກສາອົບຮົມກ່າວເຕືອນແລ້ວ, ເຈົ້າໜ້າທີ່ໆກ່ຽວຂ້ອງຍັງໄດ້ສ້າງບົດບັນທຶກກັບພວກດັ່ງກ່າວ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດ ແລະ ພໍ່ແມ່ຜູ້ປົກຄອງຮັບຮູ້ນຳ ຖ້າຫາກຍັງບໍ່ມີການເຂັດຫຼາບແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ, ຜ່ານການສັງເກດຕີລາຄາຂອງເຈົ້າໜ້າທີ່ຕໍ່ພຶດຕິກຳຂອງພວກດັ່ງກ່າວມັນໄດ້ສະແດງອອກໃຫ້ເຫັນວ່າການກະທຳ ແລະ ການເຄື່ອນໄຫວຂອງພວກດັ່ງກ່າວແມ່ນມີເຈຕະນາລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດປະເພດ (ແຮ່ທາດ ) ຕາມຜົນການຍອມຮັບສະລະພາບຂອງພວກກ່ຽວ ເຊີ່ງຜິດຕໍ່ມາດຕາ 340 ຂອງປະມວນກົດໝາຍອາຍາແຫ່ງ ສປປລາວ.