ປະກາດຍົກຍ້າຍ, ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ນວ ລະຫວາງຜູ່ເກົ່າ-ຜູ່ໃໝ່

ວັນທີ 4 ສິງຫາ 2022 ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂັ້ນຫົວໜ້າກອງບັນຊາການ ປກສ ນວ ລະຫວາງຜູ່ເກົ່າ-ຜູ່ໃໝ່. ໂດຍການເຂົ້າຮ່ວມເປັນປະທານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ມີ ບັນດາຄະນະພັກ-ຄະນະບັນຊາ ກະຊວງ ປກສ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ນວ, ແຂກຖືກເຊີນ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງກົມໃຫຍ່ການເມືອງຫົວໜ້າກົມຈັດຕັ້ງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 220/ນຍ ລົງວັນທີ 02 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃນນີ້ ແຕ່ງຕັ້ງ ພັອ ບົວພັນ ຟອງມະນີ ເປັນ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ຜູ່ໃໝ່) ແລະ ຜ່ານຄໍາສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 11/ນຍ ລົງວັນທີ 02 ສິງຫາ 2022 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດໄປຮັບໜ້າທີ່ໃໝ່ ຍົກຍ້າຍ ພັອ ສຸກພະຈັນ ບຸດດາຄໍາ ຄະນະປະຈໍາພັກນະຄອນຫຼວງ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ຜູ້ເກົ່າ) ຍ້າຍໄປປະຕິບັດໜ້າທີ່ ຢູ່ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ.
ໃນພິທີ ພົອ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ ລົມ ໂດຍກ່າວເນັ້ນຕໍ່ພິທີວ່າ: ການປະກາດຍົກຍ້າຍ, ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ນວ ລະຫວາງຜູ່ເກົ່າ-ຜູ່ໃໝ່ ແມ່ນການປັບປຸງໃຫ້ເຂົ້າສູ່ລະບົບ ແລະ ປະຕິບັດຕາມການຈັດຕັ້ງມອບໝາຍ ເປັນສິ່ງທີ່ມີຄວາມໝາຍຄວາມສໍາຄັນຕັດສິນໄຊຊະນະ ໃນການເຮັດສໍາເລັດໜ້າທີ່ ເຮັດໃຫ້ການຂະຫຍາຍຕົວຂອງກໍາລັງປະກອບອາວຸດ ມີຄຸນນະພາບ ແລະ ປະສິດທິຜົນ ຖືເປັນການປັບປຸງບົນພື້ນຖານການເຫັນດີ, ການຄົ້ນຄວ້າຢ່າງຖີ່ຖ້ວນ ການຕົກລົງເຫັນດີຂອງຂັ້ນເທິງ.
ຕໍ່ຜູ້ທີ່ຮັບໜ້າທີ່ໃໝ່ ຈະຕ້ອງເຮັດໜ້າທີ່ແກ້ໄຂຫຼາຍບັນຫາຢ່າງສອດຄ່ອງ, ຖືກຕ້ອງພາວະວິໄສ, ເປັນແບບຢ່າງນໍາໜ້າ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມສະດຸ້ງໄວ, ມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່; ຕ້ອງເດັດດ່ຽວ, ຕ້ານການໂອ້ອວດ, ຕ້ານການມີອະຄະຕິຕ່າງໆ; ມີແບບແຜນການນໍາພາເຮັດວຽກທີ່ດີ, ສອດຄ່ອງ, ມີຄວາມເປັນເອກະພາບເປັນໝູ່ຄະນະ; ຕ້ອງເພີ່ມທະວີເອົາໃຈໃສ່ປັບປຸງຕົນເອງ, ມີສະຕິເປັນເຈົ້າການນໍາພາ-ບັນຊາ, ຈິງໃຈໃນການຮັບຟັງ ເພື່ອສ້າງກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເປັນກຳລັງທີ່ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝດີຂຶ້ນເປັນກ້າວໆ.