ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ

ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ - ANN 13821 - ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ
ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ - kitchen vibe - ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ

ວັນທີ 5 ສິງຫາ 2022ນີ້, ທ່ານໝໍ ໂອພາສ ການກະວິນພົງ ຫົວໜ້າກົມຄວບຄຸມໂລກ ຂອງໄທ ໄດ້ລາຍງານໃຫ້ຮູ້ວ່າ: ກົມຄວບຄຸມໂລກໄດ້ກວດພົບຜູ້ຕິດເຊື້ອໝາກສຸກລີງຄົນທີ4 ຂອງປະເທດໄທ ເປັນເພດຍິງຄົນໄທ ອາຍຸ 22 ປີ ມີປະຫວັດສ່ຽງໄປທ່ຽວສະຖານບັນເທີງໃນພື້ນທີກຸງເທບມະຫານະຄອນ ແຖວທີ່ມີຊາວຕ່າງປະເທດນິຍົມມາທ່ຽວເປັນປະຈຳອາທິດລະເທື່ອ ແລະ ມີການສຳຜັດໃກ້ຊິດກັບຊາຍຊາວຕ່າງປະເທດ ໂດຍຜູ້ຕິດເຊື້ອດັ່ງກ່າວເລີ່ມມີອາການໄຂ້ຕັ້ງແຕ່ວັນທີ 29 ກໍລະກົດ 2022 ແລະ ເລີ່ມມີຕຸ່ມຂຶ້ນແຂນຂາແລ້ວລາມໄປທົ່ວຮ່າງກາຍ ລວມເຖິງອະໄວຍະວະເພດ.

ວັນທີ 3 ສິງຫາ 2022 ຈຶ່ງເຂົ້າມາຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງໃນແຂວງສະໝຸດປຣາການ ແລະ ຜົນກວດທາງຫ້ອງປະຕິບັດການຢືນຢັນຈາກກົມວິທະຍາສາດການແພດ ກະຊວງສາທາລະນະສຸກ ແລະ ຫ້ອງປະຕິບັດການທີ່ຂະນະແພດສາດ ຈຸລາລົງກອນມະຫາວິທະຍາໄລຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ.

ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ - Visit Laos Visit SALANA BOUTIQUE HOTEL - ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ

ວັນທີ4 ສິງຫາ 2022 ແລ້ວໄດ້ສົ່ງຕົວຜູ້ຕິດເຊື້ອໄປປິ່ນປົວຕໍ່ທີ່ສະຖາບັນບຳຣາດນະຣາດຸນ ກົມຄວບຄຸມພະຍາດຕິດຕໍ່.

ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ - 5 - ໄທ ພົບຜູ້ຕິດເຊື້ອໝາກສຸກລີງ ຄົນທີ 4 ເປັນເພດຍິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!