ຂະແໜງຄຸ້ມຄອງຊັບສິນແຫ່ງລັດ ສາມາດປະຕິບັດການເກັບລາຍຮັບ ໄດ້ທັງໝົດ 1.542 ຕື້ກວ່າກີບ

ທ່ານ ພຸດທະສິນ ເຮືອງທະວົງ ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປີ 2022 ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ລະຫວ່າງວັນທີ 4-5 ສິງຫາ 2022 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດລາຍຮັບຂອງຂະແໜງຄຸ້ມຄອງຊັບສິນແຫ່ງລັດ 6 ເດືອນຕົ້ນປີ 2022 ເລີ່ມແຕ່ວັນທີ 1 ມັງກອນ 2022 ຮອດ ວັນທີ 30 ມິຖຸນາ 2022 (ຕົວເລກຍັງບໍ່ຂາດຕົວ) ເມື່ອທຽບໃສ່ແຜນການປີ ຈຳນວນ 3.887 ຕື້ກີບ ແມ່ນສາມາດປະຕິບັດໄດ້ທັງໝົດ 1.542 ຕື້ກວ່າກີບ ເທົ່າກັບ 39,69% ຂອງແຜນການປີ, ໃນນັ້ນລາຍຮັບຂອງສູນກາງປະຕິບັດໄດ້ 1.166 ຕື້ກວ່າກີບ ເທົ່າກັບ 36,47% ຂອງແຜນການປີ, ລາຍຮັບຂັ້ນທ້ອງຖິ່ນ ປະຕິບັດໄດ້ 367 ຕື້ກວ່າກີບ ເທົ່າກັບ 54,62% ຂອງແຜນການປີ.
ທິດທາງແຜນການວຽກງານຄຸ້ມຄອງຊັບສິນແຫ່ງລັດ 6 ເດືອນທ້າຍປີ 2022 ຈະໄດ້ປະສານສົມທົບກັບ ກະຊວງຍຸດຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່ ດຳລັດວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ (ຊື່ໃໝ່), ສືບຕໍ່ຮ່ວມກັບຄະນະ 07/ນຍ ຂອງນະຄອນຫຼວງວຽງຈັນ ໃນການລົງຈັດຕັ້ງປະຕິບັດ ຂຶ້ນບັນຊີຊັບສິນທີ່ສານຕັດສິນຮິບເປັນຂອງລັດ ຮ່ວງດິນ 77 ຕອນ ແລະ ສັບສິນທີ່ສານຕັດຕັດສິນຮິບເປັນຂອງລັດ ເກີດຂຶ້ນໃໝ່, ສືບຕໍ່ປະສານສົມທົບເອົາຊັບສິນທີ່ສານຕັດສິນຮິບເປັນຂອງລັດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0695/ກງ ລັງວັນທີ 4 ມີນາ 2022 ລົງໄປເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ໄດ້ຍຶດ, ອາຍັດ ແລະ ຊັບສິນທີ່ສານຕັດສິນຮິບເປັນຂອງລັດ; ສືບຕໍ່ອັດເກດໂປຣແກຣມລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS) ໃຫ້ຄົບຖ້ວນສົມບູນທຸກ Function ແລະ ທຸກ Modules ຕາມແຜນການຂອງກະຊວງການເງິນ ແລະ ພ້ອມທັງເລັ່ງທວງໃຫ້ບັນດາບໍລິສັດ ມອບພັນທະ, ເລັ່ງທວງໜີ້ຄ້າງມອບເພື່ອຈັດເກັບລາຍຮັບເຂົ້າງົບປະມານແກ່ງລັດໃຫ້ນັບມື້ເພີ່ມຂຶ້ນ.
ທ່ານ ບຸນໂຈມ ອຸບົນປະສີດ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ, ເອົາໃຈໃສ່ໃນການປະສານງານການມອບພັນທະຂອງຂະແໜງການຄຸ້ມຄອງຊັບສິນແຫ່ງລັດ ກັບ ຂະແໜງສ່ວຍສາອາກອນໃນຂອບເຂດທົ່ວປະເທດ, ຈັດຕັ້ງປະຕິບັດກ່ຽວກັບດຳລັດວ່າດ້ວຍລົດຂອງລັດ ແລະ ຄຳແນະນຳ ທີ່ກຳລັງດຳເນີນການຢູ່ປະຈຸບັນໃຫ້ເປັນຮູບປະທຳໂດຍໄວ ໂດຍສະເພາະການເກັບກຳຂໍ້ມູນລົດຂອງລັດ ໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ການຕິດກາໝາຍນຳໃຊ້ໃຫ້ສຳເລັດຕາມແຜນການ; ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ເປັນຕົ້ນແມ່ນ: ຊັບພະຍາກອນແຮ່ທາດຕ່າງໆ, ໄຟຟ້າ, ຄ່າເຊົ່າສຳປະທານທີ່ດິນ-ຊັບສິນຂອງລັດ ທີ່ປະຈຸບັນເປັນບັນຫາພົ້ນເດັ່ນ ແລະ ຮຽກຮ້ອງຕ້ອງການໃຫ້ຂະແໜງການເງິນ ແລະ ຕ້ອງໄດ້ເປັນເຈົ້າການໃນການຕິດຕາມກວດກາ ແຕ່ຂອດຂັ້ນການຂຸດຄົ້ນຈົນຮອດຂອດການສົ່ງອອກ ເພື່ອສະກັດກັ້ນການລັກລອບ, ການຫຼົບຫຼີກການເສຍພັນທະ ແລະ ເອົາໃຈໃສ່ໃນການເລັ່ງທວງແກ້ໄຂບັນຫາໜີ້ຄ້າງມອບທີ່ເຫັນວ່າຍັງມີຕົວເລກສູງສົມຄວນ.