ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ

ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - kitchen vibe - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ

ວັນທີ 4 ສິງຫາ 2022 ນີ້ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ

ປະທານປະເທດໄດ້ຍ້ອງຍໍຊົມເຊີບ ແລະ ຕີລາສູງຕໍ່ຄະນະນຳຂອງເມືອງ ແລະ ປະຊາຊົນ ເມືອງງອຍ ທີ່ຍາດມາໄດ້ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການພັດທະນາການທ່ອງທ່ຽວ, ພ້ອມກັນນັ້ນ ກໍໄດ້ແນະນໍາໃຫ້ ຄະນະພັກ, ອົງການປົກຄອງເມືອງ ແລະ ປະຊາຊົນເມືອງງອຍ ເອົາໃຈໃສ່ຈຸດຂະຫຍາຍທ່າແຮງບົ່ມຊ້ອນດ້ານການທ່ຽວທ່ຽວ ທຳມະຊາດ; ເນັ້ນການຜະລິດກະສິກຳ ປູກຝັງລ້ຽງສັດ, ຮັບປະກັນສະບຽງອາຫານ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ພຽງພໍ ແລະ ເປັນສິນຄ້າຈໍານວນໜຶ່ງ, ອອກແບບຈັດສັນແຫຼ່ງທ່ອງທ່ຽວໃຫ້ເປັນລະບົບ ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ເພື່ອຮອງຮັບການທ່ອງທ່ຽວ; ຮຽກຮ້ອງໃຫ້ອະດີດພະນັກງານນັກຮົບປະຕິວັດ ໃຫ້ສືບຕໍ່ຂະຫຍາຍມູນເຊື້ອພິລະອາດຫານ; ສຶກສານໍາພາອົບຮົມລູກຫຼານໃນການສືບທອດພາລະກິດປະຕິວັດ; ສະກັດກັ້ນສິ່ງຫຍໍ້ທໍ້ໂດຍສະເພາະ ບັນຫາຢາເສບຕິດ, ໃຫ້ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ໃນການປົກປັກຮັກສາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ ຂອງປະຊາຊົນຊາວເມືອງງອຍເຂົ້າໃນການອອກແຮງງານການຜະລິດ ເປັນສິນຄ້າໃຫ້ຫຼາຍຂຶ້ນ.

ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ
ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ

ສຳລັບເມືອງງອຍ ເປັນເມືອງທີ່ເນັ້ນການຜະລິດກະສິກຳ ເປັນຕົ້ນຕໍ, ທົ່ວເມືອງ ມີເນື້ອທີ່ນາທັງໝົດ 1.009,94 ເຮັກຕາ, ໃນນັ້ນມີເນື້ອທີ່ນາແຊງ 193,9 ຮຕ, ແຕ່ເນື້ອທີ່ເຮັດນາແຊງຕົວຈິງ 55 ຮຕ, ຜົນຜະລິດໄດ້ 243,36 ໂຕນ, ສະມັດຖະພາບ 4,5 ໂຕນ/ຮຕ, ມີຊົນລະປະທານຖາວອນ 6 ແຫ່ງ, ຝາຍປະຖົມປະຖານ 113 ແຫ່ງ.

ນອກຈາກນີ້ຍັັງໄດ້ຊຸກຍູ້ການປູກພືດອຸດສາຫະກຳປະເພດຕ່າງໆເປັນຕົ້ນ: ສາລີຫວານ, ສາລີແຂງ, ໝາກເດືອຍ, ໝາກງາ, ໝາກນໍ້າມັນເຄືອ, ໝາກນ້ຳມັນຕົ້ນ, ປູກຂ່າ, ປູກພືດລະດູແລ້ງ ແລະ ລ້ຽງສັດ ທົ່ວເມືອງມີງົວທັງໝົດ 9.850 ໂຕ, ຄວາຍ 4.890 ໂຕ, ໝູ 11.411 ໂຕ, ແບ້ 13.475 ໂຕ ແລະ ສັດປີກ 399.500 ໂຕ.

ນອກຈາກນີ້ ເມືອງງອຍ ຍັງມີທ່າແຮງບົ່ມຊ້ອນໃນການເຮັດບໍລິການ ການທ່ອງທ່ຽວ, ໃນທົ່ວເມືອງມີແຫຼ່ງທ່ອງທ່ຽວ 40 ກວ່າແຫ່ງ ໃນໄລຍະ 6 ເດືອນຜ່ານມາສາມາດດຶງດູດນັກທ່ອງທ່ຽວໄດ້ທັງໝົດ 1,909 ຄົນ ຍິງ 1.091 ຄົນ, ໃນນັ້ນແຂກລາວ 1.704 ຄົນ ຍິງ 968 ຄົນ, ແຂກຕ່າງປະເທດ 205 ຄົນ ຍິງ 123 ຄົນ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 6.763.000 ກີບ/ຄົນ/ປີ ເທົ່າກັບ 650 ໂດລາ.

ພ້ອມດຽວກັນນັ້ນ ທ່ານປະທານປະເທດຍັງໄດ້ຢ້ຽມຢາມ, ພົບປະ ແລະ ມອບເຄື່ອງອຸປະກອນໃຫ້ຜູ້ເສຍອົງຄະຈຳນວນໜຶ່ງຢູ່ເມືອງງອຍ.

ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - 5 - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ
ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - 3 - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ
ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ - 4 - ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງງອຍ ແຂວງຫຼວງພະບາງ