ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ

- 298622401 1959226167614487 5299700251553943292 n - ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ
- kitchen vibe - ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ

ໃນລະຫວ່າງວັນທີ 9-11 ສິງຫາ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບູຣໄນ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຄະນະກຳ ມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3(JCBC-3), ທີ່ນະຄອນຫລວງບັນ ດາເສຣີເບກາວັນ, ປະເທດ ບຣູໄນ ດາຣູຊາລາມ ຕາມການເຊື້ອເຊີນຂອງ ທ່ານ ເອຣີວັນ ເປີຮິນ ຢູ ຊ໊ອບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ປະ ທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ບຣູໄນ-ລາວ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ບູຣໄນ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022, ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3) ໂດຍການເປັນປະທານຮ່ວມ ລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ເອຣີວັນ ເປີຮິນ ຢູຊ໊ອບ.

ການກ່າວເປີດກອງປະຊຸມ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍທ່ານ ເອຣີວັນ ເປີຮິນ ຢູຊ໊ອບ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນລັດ ຖະມົນຕີກະຊວງການຕ່າງປະເທດ ບູຣໄນ ດາຣູຊາລາມ ອີກສະໄໝໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນປະທານອາຊຽນຂອງ ບູຣໄນ ດາຣູຊາຣາມ ໃນປີ 2021 ຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ

ໃນຂະນະດຽວກັນ, ທ່ານ ເອຣີວັນ ເປີຮິນ ຢູຊ໊ອບ ກໍໄດ້ສະແດງຄວາມຊົມເຊີຍ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃຫມ່ ໃນເດືອນ ມິຖຸນາ 2022 ຜ່ານມາ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ບຣູໄນ ໃນການເປັນປະທານອາຊຽນ ໃນປີຜ່ານມາ ຈົນໄດ້ຮັບຜົນສຳ ເລັດຢ່າງຈົບງາມ.

ໃນກອງປະຊຸມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ບຣູໄນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມນີ້ ກອງປະຊຸມກໍ່ໄດ້ທົບທວນຄືນເຖິງ ໝາກຜົນຂອງການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງບົດບັນທຶກການຮ່ວມມືສອງຝ່າຍຄັ້ງທີ 2 ໃນໄລຍະຜ່ານມາ, ສອງຝ່າຍ ໄດ້ສະແດງຄວາມຍິນດີສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊົມ ເຊີຍວຽກງານການຝຶກອົບຮົມ ແລະ ແລກປ່ຽນດ້ານການທະຫານ ທີ່ມີບາດກ້າວອັນດີ.

ພ້ອມນີ້, ສອງຝ່າຍ ເຫັນດີຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ-ການລົງທຶນ ໂດຍການປະສານສົມທົບຢ່າງກົມກຽວກັນໂດຍຜ່ານ ສະພາການຄ້າ ແລະ ອຸດສະຫະກຳ ຂອງສອງປະເທດ, ຊຸກຍູ້ການຮ່ວມມືດ້ານກະສິກຳ ໂດຍສະເພາະສຶກສາຄວາມເປັນໄປໄດ້ໃນການຊື້-ຂາຍເຂົ້າ ແລະ ຜະລິດຕະພັນດ້ານກະສິກຳ, ເຫັນດີສືບຕໍ່ການຮ່ວມມືດ້ານອຸດສະຫະກຳ, ພະລັງງານ, ການຄ້າ-ການລົງທຶນ, ການຄົມມະນາຄົມທາງອາກາດ, ການສຶກສາ, ກິລາ, ການພັດທະນາຊັບພະຍາກອນມະນຸດ,ແຮງງານ, ສະຫວັດດີການສັງຄົມ, ການຮ່ວມມືດ້ານແມ່ຍິງ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍໄດ້ປຶກສາຫາລືຮ່ວມກັນໃນການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ກວມເອົາຫລາຍຂົງເຂດການຮ່ວມມື, ແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ບຣູໄນ. ພິເສດໃນປີ 2023 ທີ່ຈະມາເຖິງນີ້, ສອງປະເທດ ເຫັນດີເປັນເອກະພາບ ຈະຮ່ວມກັນຈັດບັນດາກິດຈະກໍາສໍາຄັນຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ ຄົບຮອບ 30 ປີ(27/07/1993-27/07/2023) ໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນຂອງສອງປະເທດ ລາວ-ບຣູໄນ.

ນອກຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງແບບເຮັດວຽກ ຮ່ວມກັບ 3 ລັດຖະມົນຕີຂອງ ບູຣໄນ ຄື: ລັດຖະມົນຕີຕ່າງປະເທດ ແລະ ການຄ້າ, ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ເພື່ອປຶກສາຫາລື ທິດທາງການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນວຽກງານການຄ້າ ແລະ ພະລັງງານ.

- 4 - ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!