ລາວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາກອນ 80% ສຳເລັດ


ກະຊວງສາທາລະນະສຸກຂອງລາວ ລາຍງານວ່າ: ປະຊາຊົນລາວທັງໝົດ 5.885.061 ຄົນ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ໂດສ ເຊິ່ງທຽບເທົ່າ 80,2% ຂອງປະຊາກອນ ແລະ ບັນລຸເປົ້າໝາຍສັກວັກຊີນໃຫ້ປະຊາກອນ 80% ພາຍໃນປີ 2022.
ລາຍງານຫລ້າສຸດຈາກສູນຂໍ້ມູນຂ່າວສານ ແລະ ການສຶກສາເພື່ອສຸຂະພາບ ກະຊວງສາທາລະນະສຸກ ລະບຸວ່າ: ປະຊາຊົນລາວທັງໝົດ 5.220.015 ຄົນ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວ ຄິດເປັນ 71,1% ຂອງປະຊາກອນ.
ກະຊວງສາທາລະນະສຸກ ໄດ້ກະຕຸ້ນເຕືອນປະຊາຊົນເຝົ້າລະວັງພະຍາດໂຄວິດ-19 ຕໍ່ໄປ ລວມທັງແນະນຳໃຫ້ສັກວັກຊີນໂດສປົກກະຕິ ແລະ ໂດສກະຕຸ້ນ ເພື່ອເພີ່ມລະດັບພູມຕ້ານທານທີ່ອ່ອນຕົວລົງຫລັງສັກວັກຊີນຮອບທຳອິດ.
ສ່ວນຄະນະກຳມະການສະເພາະກິດແຫ່ງຊາດເພື່ອການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງລາວ ລາຍງານການກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມາຈາກຕ່າງປະເທດ 1 ຄົນ ແລະ ຜູ້ຕິດເຊື້ອໃນທ້ອງຖິ່ນ 96 ຄົນ ໃນວັນທີ 11 ສິງຫາ ເຮັດໃຫ້ຈຳນວນຜູ້ຕິດເຊື້ອຢືນຢັນຜົນໃນລາວລວມມີ 212.124 ຄົນແລ້ວ.