WHO ເປີດລະດົມຄວາມຄິດເຫັນ ສະເໜີຊື່ “ພະຍາດໝາກສຸກລີງ” ຫລຸດຜົນກະທົບທາງສັງຄົມວັດທະນະທຳ


ອົງການອະນາໄມໂລກສະເໜີປ່ຽນຊື່ “ພະຍາດໝາກສຸກລີງ” ພ້ອມປະກາດຊື່ເອີ້ນໃໝ່ຂອງໄວຣັສສາຍພັນຕ່າງໆ ເພື່ອຫລີກລ່ຽງການເລືອກປະຕິບັດທາງສັງຄົມ ແລະ ວັດທະນະທຳ.
ອົງການອະນາໄມໂລກ (WHO) ອອກຖະແຫລງການກ່ຽວກັບການກຳນົດຊື່ໃໝ່ຂອງໄວຣັສໝາກສຸກລີງ (Monkeypox) ສາຍພັນຫລັກ 2 ສາຍພັນທີ່ກຳລັງແພ່ລະບາດຢູ່ໃນປັດຈຸບັນ. ຂະນະທີ່ຊື່ພະຍາດກຳລັງຢູ່ລະຫວ່າງການລະດົມຄວາມຄິດເຫັນ ໂດຍເປີດໃຫ້ສາທາລະນະສາມາດຮ່ວມກັນສະເໜີຊື່ໄດ້ຜ່ານທາງເວັບໄຊຂອງ WHO.
ການປະກາດຊື່ເອີ້ນໃໝ່ຂອງໄວຣັສໝາກສຸກລີງມີຂຶ້ນຫລັງຈາກກອງປະຊຸມຄະນະຜູ້ຊ່ຽວຊານໃນວັນທີ 8 ສິງຫາ ຕັດສິນໃຈປ່ຽນຊື່ເອີ້ນຂອງໄວຣັສສາຍພັນທີ່ເຄີຍມີຊື່ເອີ້ນວ່າ: “ຄອງໂກ ເບຊິນ” (Congo Basin) ຫລື ສາຍພັນລຸ່ມນ້ຳຄອງໂກ ມາເປັນ “ເຄລດ 1” (Clade 1) ແລະ ສາຍພັນທີ່ເຄີຍເອີ້ນວ່າ: “ເວສ ອາຟຣິກາ” (West African) ຫລື ສາຍພັນອາຟຣິກາຕາເວັນຕົກ ມາເປັນ “ເຄລດ 2” (Clade 2).
ໂດຍໄວຣັສສາຍພັນເຄລດ 2 ມີການແບ່ງອອກມາເປັນສາຍພັນຍ່ອຍອີກ 2 ສາຍພັນຄື: ເຄລດ2ເອ (Clade 2 A) ກັບເຄລດ2ບີ (Clade 2 B) ເຊິ່ງທັງສອງສາຍນີ້ເປັນສາຍພັນຫລັກທີ່ກຳລັງແພ່ລະບາດຢູ່ທົ່ວໂລກໃນປັດຈຸບັນ.
WHO ລະບຸວ່າ: ຊື່ເອີ້ນສາຍພັນຂອງໄວຣັສໝາກສຸກລີງທີ່ກຳນົດຂຶ້ນໃໝ່ນີ້ຄວນນຳມາໃຊ້ໃນທັນທີ ເພື່ອຫລີກລ່ຽງການເລືອກປະຕິບັດທາງສັງຄົມ ແລະ ວັດທະນະທຳ ຕະຫລອດຈົນການດູໝິ່ນໃນແງ່ຂອງປະເທດ, ພາກພື້ນ, ອາຊີບ ຫລື ກຸ່ມເຊື້ອຊາດ ແລະ ຫລຸດກະທົບທາງລົບທີ່ອາດເກີດຂຶ້ນຕໍ່ການຄ້າ, ການເດີນທາງ, ການທ່ອງທ່ຽວ ຫລື ສະຫວັດດີພາບຂອງສັດ.
ທັງນີ້, ຊື່ຂອງໄວຣັສໝາກສຸກລີງເປັນຊື່ທີ່ຖືກຕັ້ງຂຶ້ນຫລັງຈາກມີການຄົ້ນພົບໄວຣັສຄັ້ງທຳອິດໃນປີ 1958 ໂດຍມີການຕັ້ງຊື່ເອີ້ນໄວຣັສສາຍພັນຍ່ອຍຕ່າງໆຕາມພາກພື້ນທ້ອງຖິ່ນທາງພູມສາດທີ່ພົບການແພ່ລະບາດ.
ອ້າງອີງ: