ສ.ເກົາຫລີ ຢ້ຳຈຸດຢືນຄັດຄ້ານອາເມລິກາ ໃຊ້ກຳລັງທະຫານກັບ ສປປ ເກົາຫລີ


ປະທານາທິບໍດີ ສ.ເກົາຫລີ ຢືນຢັນຄັດຄ້ານການໃຊ້ມາດຕະການທາງທະຫານຕໍ່ ສປປ ເກົາຫລີ ແລະ ເຜີຍເຖິງການກຽມແຕ່ງຕັ້ງທູດພິເສດ ເພື່ອເຈລະຈາສັນຕິພາບ ຖ້າລັດຖະບານພຽງຢາງຢຸດການຍົ່ວຍຸ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ປະເທດ ສ.ເກົາຫລີ ໃນວັນທີ 17 ສິງຫາວ່າ: ປະທານາທິບໍດີ ມຸນ ແຈອິນ ຖະແຫລງຂ່າວຢູ່ທຳນຽບປະທານາທິບໍດີ ໃນວັນທີ 17 ສິງຫາ ໃນໂອກາດຄົບຮອບ 100 ວັນທຳອິດຂອງການປະຕິບັດໜ້າທີ່ໃນຕຳແໜ່ງຜູ້ນຳ ສ.ເກົາຫລີ ເຊິ່ງບັນຫາຂອງການຖະແຫລງ ແລະ ການຕອບຄຳຖາມສ່ວນຫລາຍກ່ຽວກັບສະຖານະການຢູ່ແຫລມເກົາຫລີ ໂດຍທ່ານ ມຸນ ແຈອິນ ຍັງກ່າວແບບດຽວໃນສູນທອນພົດລະນຶກຄົບຮອບ 72 ປີ ວັນປົດແອກແຫລມເກົາຫລີຈາກຍີ່ປຸ່ນ ໃນວັນທີ 15 ສິງຫາວ່າ: ສ.ເກົາຫລີ ໃຊ້ເວລາຫລາຍທົດສະວັດໃນການຟື້ນຟູປະເທດຫລັງສົງຄາມ ແລະ ລັດຖະບານຂອງທ່ານຈະເຮັດທຸກວິທີທາງເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ຊ້ຳອີກ, ພ້ອມທັງຢືນຢັນວ່າໄດ້ຮັບຄຳໝັ້ນສັນຍາຈາກລັດຖະບານວໍຊິງຕັນວ່າ: ທຸກການເຄື່ອນໄຫວທາງທະຫານຂອງອາເມລິກາຕໍ່ ສປປ ເກົາຫລີ ຕ້ອງຜ່ານຄວາມເຫັນພ້ອມຈາກ ສ.ເກົາຫລີ ກ່ອນ.
+ ຈີນພ້ອມປົກປ້ອງ ສປປ ເກົາຫລີ ຖ້າອາເມລິກາຖະຫລົ່ມກ່ອນ
+ ທ່ານ ທຣຳ ຍັງບໍ່ເລີກຂູ່ໃຊ້ມາດຕະການ ທາງທະຫານຕໍ່ ສປປ ເກົາຫລີ
ຂະນະດຽວກັນ, ຜູ້ນຳ ສ.ເກົາຫລີ ກ່າວວ່າ: ທ່ານກຳລັງພິຈາລະນາແຕ່ງຕັ້ງທູດພິເສດດ້ານກິດຈະການ ສປປ ເກົາຫລີ ແລະ ຈະມອບໝາຍໃຫ້ເດີນທາງຢ້ຽມຢາມນະຄອນຫລວງພຽງຢາງ, ຖ້າ ສປປ ເກົາຫລີ ຢຸດພຶດຕິກຳຂົ່ມຂູ່ຄຸກຄາມທຸກຮູບແບບ ໂດຍສະເພາະການພັດທະນາໂຄງການນິວເຄຼຍ ແລະ ລູກສອນໄຟ.