ຜົນການສຶກສາໃໝ່ຂອງ (CDC) ພົບວ່າ ເຊື້ອພະຍາດໝາກສຸກລີງ ສາມາດຕິດຄ້າງຢູ່ນຳອຸປະກອນເຄື່ອງໃຊ້ ຂອງຜູ້ຕິດເຊື້ອເປັນເວລາຫລາຍວັນ


ອີງຕາມການລາຍງານຂອງສຳນັກຂ່າວ Bloomberg ໃຫ້ຮູ້ວ່າ: ໃນວັນທີ 21 ສິງຫາ 2022 ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ CDC ໄດ້ເຮັດການສຶກສາໂດຍການເຝົ້າຕິດຕາມຄອບຄົວໜຶ່ງເຊິ່ງມີຜູ້ຕິດເຊື້ອພະຍາດໝາກສຸກລີງ 2 ຄົນ ອາໄສຢູ່ຮ່ວມກັນ ພົບວ່າມີອະນຸພາກຂອງເຊື້ອພະຍາດປົນເປື້ອນຢູ່ຕາມອຸປະກອນເຄື່ອງໃຊ້ຫລາຍເຖິງ 70% ແລະ ຕົກຄ້າງຢູ່ປະມານ 20 ວັນ ຫລັງຈາກມີຜູ້ຕິດເຊື້ອສະແດງອາການ ເປັນຕົ້ນຢູ່ເທີງໂຊຟາ, ຜ້າຫົ່ມ, ເຄື່ອງເຮັດກາເຟ, ເມົ້າຄອມພິວເຕີ, ແລະ ສະວິກໄຟ ເຖິງແມ່ນວ່າຜູ້ຕິດເຊື້ອຈະທຳຄວາມສະອາດຮ່າງກາຍ, ລ້າງມືຢູ່ຕະຫລອດ ແລະ ອາບນ້ຳເປັນປະຈຳ. ຢ່າງໃດກໍຕາມ, ເຊື້ອພະຍາດທີ່ກວດພົບຢູ່ເທິງເຄື່ອງໃຊ້ພາຍໃນເຮືອນ ແມ່ນອະນຸພາກຂອງເຊື້ອພະຍາດທີ່ຕາຍແລ້ວ ເຊິ່ງບົ່ງບອກໃຫ້ເຫັນວ່າ ຄວາມສ່ຽງຕໍ່ການແພ່ເຊື້ອໄປຫາຄົນອື່ນແມ່ນຍັງຢູ່ໃນລະດັບຕໍ່າ ໃນຂະນະທີ່ການທຳຄວາມສະອາດ ແລະ ການຂ້າເຊື້ອອາດຈະມີສ່ວນຊ່ວຍໃຫ້ການແພ່ລະບາດຂອງເຊື້ອພະຍາດຫລຸດລົງໄດ້.
CDC ຍັງແນະນໍາໃຫ້ປະຊາຊົນມີຄວາມລະມັດລະວັງຫລາຍຂຶ້ນ ໂດຍສະເພາະຜູ້ທີ່ອາໄສຢູ່ໃນເຮືອນດຽວກັນ ຫລື ເດີນທາງໄປຢາມເຮືອນຂອງຜູ້ຕິດເຊື້ອ ຄວນມີການປ້ອງກັນຕົນເອງດ້ວຍການໃສ່ຜ້າອັດປາກ-ດັງ ຫລີກເວັ້ນການສໍາຜັດກັບສິ່ງຂອງຕ່າງໆ ທີ່ອາດມີການປົນເປື້ອນ ຫລີກເວັ້ນການນໍາໃຊ້ເຄື່ອງນຸ່ງຫົ່ມ, ຜ້າປູບ່ອນນອນ, ຜ້າເຊັດຕົວ ແລະ ປະຕິບັດຕາມຄໍາແນະນໍາເລື່ອງການຂ້າເຊື້ອຢ່າງເຂັ້ມງວດ.
ປັດຈຸບັນມີລາຍງານຜູ້ຕິດເຊື້ອ ພະຍາດໝາກສຸກລີງ ຫລາຍກວ່າ 35,000 ກໍລະນີ, ໃນ 92 ປະເທດ ແລະ ສະຫະລັດມີການຕິດເຊື້ອພາຍໃນປະເທດ ຫລາຍກວ່າ 14,000 ກໍລະນີ