ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້

ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້ - 106983115 16383877602021 12 01t193001z 882947809 rc2u5r9arz6z rtrmadp 0 usa biden fauci scaled - ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້
ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້ - kitchen vibe - ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້

ທ່ານ ດຣ. ແອນໂທນີ ເຟົາຊີ ແພດໃຫຍ່ປະຈຳທຳນຽບຂາວກຽມວາງມື ປະກາດລາອອກຈາກຕຳແໜ່ງທ້າຍປີນີ້.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ດຣ. ແອນໂທນີ ເຟົາຊີ ກ່າວໃນຖະແຫລງການວັນທີ 22 ສິງຫາ ເຖິງການລາອອກຈາກຕຳແໜ່ງຜູ້ອຳນວຍການສະຖາບັນພະຍາດພູມແພ້ ແລະ ພະຍາດຕິດເຊື້ອແຫ່ງຊາດ (NIAID) ແລະ ຫົວໜ້າທີ່ປຶກສາທາງການແພດຂອງປະທານາທິບໍດີ ໂຈ ໄບເດນ.

ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້ - Visit Laos Visit SALANA BOUTIQUE HOTEL - ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້

“ຂ້າພະເຈົ້າຂໍແຈ້ງໃຫ້ຮູ້ວ່າ: ຂ້າພະເຈົ້າຈະລາອອກຈາກຕຳແໜ່ງຜູ້ອຳນວຍການສະຖາບັນພະຍາດພູມແພ້ ແລະ ພະຍາດຕິດເຊື້ອແຫ່ງຊາດ (NIAID) ແລະ ຫົວໜ້າຫ້ອງປະຕິບັດການດ້ານພູມຕ້ານທານຂອງ NIAID ລວມທັງຕຳແໜ່ງຫົວໜ້າທີ່ປຶກສາທາງການແພດຂອງປະທານາທິບໍດີ ໂຈ ໄບເດນ ໃນເດືອນທັນວາປີນີ້ ເພື່ອກ້າວຕໍ່ໃນເສັ້ນທາງອາຊີບຂອງຂ້າພະເຈົ້າ” ທ່ານ ດຣ. ເຟົາຊີ ກ່າວ.

ການປະກາດດັ່ງກ່າວ ຖືເປັນການສິ້ນສຸດບົດບາດຂອງທ່ານ ດຣ. ເຟົາຊີ ໃນ NIAID ເຊິ່ງທ່ານຮັບໜ້າບົດບາດເປັນຜູ້ນຳອົງກອນມາເຖິງ 38 ປີ ເຊິ່ງທ່ານ ດຣ. ເຟົາຊີ ລະບຸວ່າ: “ຖືເປັນກຽດຢ່າງຍິ່ງໃນຊີວິດທີ່ໄດ້ດຳລົງຕຳແໜ່ງຜູ້ນຳ NIAID ມາຍາວນານ”.

ເຖິງຢ່າງໃດກໍຕາມ, ທ່ານ ດຣ. ເຟົາຊີ ຍັງຢືນຢັນວ່າ: ການລາອອກຈາກຕຳແໜ່ງໃນລັດຖະບານອາເມລິກາຄັ້ງນີ້ບໍ່ແມ່ນການເຂົ້າບຳນານ ແລະ ທ່ານຈະຍັງເດີນໜ້າສ້າງຄວາມກ້າວໜ້າໃຫ້ຂະແໜງວິທະຍາສາດ ແລະ ການແພດຕໍ່ໄປ ຄຽງຄູ່ໄປກັບການສ້າງແຮງບັນດານໃຈ ແລະ ມອບຄຳປຶກສາໃຫ້ຜູ້ນຳດ້ານວິທະຍາສາດລຸ້ນຕໍ່ໄປ ເພື່ອກຽມຮັບມືໄພຄຸກຄາມຈາກພະຍາດຕິດເຊື້ອທີ່ອາດເກີດຂຶ້ນໃນອະນາຄົດ.

ທັງນີ້, ທ່ານ ດຣ. ເຟົາຊີ ອາຍຸ 81 ປີ ໄດ້ຮັບການຍອມຮັບໃນຖານະຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອ ແລະ ມີບົດບາດສຳຄັນໃນການຕໍ່ສູ້ກັບການລະບາດຂອງພະຍາດຕິດເຊື້ອມາແຕ່ເກີດການລະບາດຂອງພະຍາດ, ເອຊໄອວີ ຫລື ເອດສ໌, ໄວຣັສເວສໄນລ໌, ແອນແທຣກ, ໄຂ້ຫວັດໃຫຍ່, ພະຍາດໄຂ້ຫວັດສັດປີກ, ອີໂບລາ, ຊິກາ ມາຈົນຮອດການລະບາດໃຫຍ່ຂອງພະຍາດໂຄວິດ-19 ທັງຍັງເປັນທີ່ປຶກສາດ້ານການແພດຂອງປະທານາທິບໍດີອາເມລິກາມາເຖິງ 7 ຄົນ ນັບແຕ່ສະໄໝອະດີດປະທານາທິບໍດີ ໂຣນັລ ເຣແກນ.

ສ່ວນປະທານາທິບໍດີ ໂຈ ໄບເດນ ລະບຸໃນຖະແຫລງການຫລັງຮູ້ການລາອອກຂອງທ່ານ ດຣ. ເຟົາຊີ ວ່າ: “ເຖິງວ່າທ່ານ ດຣ. ເຟົາຊີ ຈະຢຸດບົດບາດໃນລັດຖະບານອາເມລິກາ, ແຕ່ຂ້າພະເຈົ້າຮູ້ດີວ່າຊາວອາເມລິກາ ແລະ ຄົນທົ່ວໂລກຈະຍັງໄດ້ຮັບຜົນປະໂຫຍດຈາກຄວາມຊ່ຽວຊານຂອງທ່ານ ດຣ. ເຟົາຊີ ຕະຫລອດຈົນສິ່ງທີ່ທ່ານເຮັດຕໍ່ໄປ, ອາເມລິກາເຂັ້ມແຂງຂຶ້ນ, ຫົດຢືດຂຶ້ນ ແລະ ມີສຸຂະພາບດີຂຶ້ນເພາະທ່ານ”.

ອ້າງອີງ:

https://www.bbc.com/news/world-us-canada-62637432

https://edition.cnn.com/…/anthony-fauci…/index.html

https://www.reuters.com/…/fauci-step-down-president…/

ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້ - 3 - ທ່ານ ແອນໂທນີ ເຟົາຊີ ໝໍໃຫຍ່ທຳນຽບຂາວ ຫົວຫອກຄຸມໂຄວິດ-19 ໃນອາເມລິກາ ປະກາດລາອອກທ້າຍປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!