ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ

ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ - 301176809 791352112313491 4794004796346043071 n - ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ
ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ - kitchen vibe - ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ
ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະ ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ປະ ທານ​ປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພັນ​ຄໍາ ວິພາ​ວັນ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ​ຄະ ນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ (ປກສ) ແຫ່ງ ສສ ຫວຽດນາມ ນໍາ​ໂດຍ​ສະຫາຍ ພົອ ໂຕ ເລິມ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ ພັກ​ກອມ​ມູ​ນິດ​ຫວຽດນາມ ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສສ ຫວຽດນາມ ໃນ​ວັນ​ທີ 24 ສິງຫານີ້ ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ ເດີນທາງ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ແລະ ພົບ​ປະ​ກັບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 24-27 ສິງຫາ 2022.
ພາຍ​ຫຼັງ​ສໍາ​ເລັດກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ສອງ​ກະຊວງ ປກສ ລາວ​-​ຫວຽດນາມ ໃນ​ຕອນ​ແລງ​ວັນ​ທີ 24 ສິງຫານີ້, ສະຫາຍ ພົອ. ໂຕ ເລິມ ກໍ​ໄດ້​ນໍາ​ພາຄະ​ນະ​ນໍາ​ຂັ້ນ​ສູງ​ກະຊວງ ປກສ ແຫ່ງ ສສ ຫວຽດນາມ ເຂົ້າ​ຢ້ຽມ​ຂໍ່າ​ນັບ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ. ໂອກາດ​ນີ້, ສະຫາຍ ພົອ. ໂຕ ເລິມ ໄດ້​ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ, ນໍາ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ຮັກແພງ​ສາມັກຄີ​ອັນ​ສະ​ໜິດ​ແໜ້ນ, ຈາກ​ການ​ນຳ ພັກ​-​ລັດ ຂອງ ສສ ຫວຽດນາມ ມາ​ເຖິງ​ປະທານ​ປະເທດ ພ້ອມ​ດ້ວຍ​ການ​ນຳ​ພັກ​-​ລັດ ແລະ ປະຊາຊົນ​ລາວ, ພ້ອມ​ທັງ​ໄດ້​ລາຍ​ງານ​ຈຸດປະສົງ ໃນ​ການ​ເດີນທາງ​ເຄື່ອນ​ໄຫວ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສປປ ລາວ ຄັ້ງ​ນີ້ ໃຫ້​ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຮັບ​ຊາບ. ຈາກ​ນັ້ນ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະແດງ​ຄວາມ​ຕ້ອນຮັບ ແລະ ຊົມເຊີຍ​ຕໍ່​ຄະ​ນະ​ນໍາ​ກະ ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສສ ຫວຽດນາມ ໃນ​ການ​ມາ​ຢ້ຽມ​ຢຽມ​ສັນຖະ​ວະ​ໄມຕີ ແລະ ເຮັດ​ວຽກ​ຢູ່ ສປປ ລາວ, ເວົ້າ​ສະເພາະ ກໍ​ແມ່ນ​ການ​ເຮັດ​ວຽກ​ຮ່ວມ​ກັບ ກະຊວງ ປກສ ແຫ່ງ ສປປ ລາວ; ພ້ອມ​ນັ້ນ, ສະຫາຍ​ປະທານ​ປະເທດ ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ສອງ​ກຳລັງ ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນເຊື້ອ​ສະຫງ່າ​ງາມ ລະຫວ່າງ ລາວ​-​ຫວຽດນາມ ໃຫ້​ໝັ້ນຄົງ​ຂະ​ໜົງ​ແກ່ນ, ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ພິເສດ​-​ການ​ຮ່ວມ​ມື​ຮອບດ້ານ ໃຫ້​ເລິກເຊິ່ງ, ກວ້າງຂວາງ, ສຸມ​ໃສ່​ພັດທະນາ​ສອງ​ກໍາ​ລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ ລາວ​-​ຫວຽດນາມ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ, ຮັບປະກັນ​ໃຫ້​ສອງ​ປະເທດ ລາວ​-​ຫວຽດ ນາມ ມີ​ຄວາມ​ສະຫງົບ​ປອດ​ໄພ, ປະຊາຊົນ​ສອງ​ຊາດ ໄປ ມາຫາສູ່​ກັນ​ຢ່າງ​ສະດວກ​ສະ ບາຍ ສ້າງ​ຄວາມ​ເຂັ້ມແຂງ ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ໃຫ້​ຈະເລີນ​ຮຸ່ງ​ເຮືອງ. ນອກ​ນີ້, ຍັງ​ໄດ້​ອວຍພອນ​ໃຫ້ ສະຫາຍ ພົອ. ໂຕ ເລິມ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ປະສົບ​ຜົນ​ສໍາ​ເລັດ​ໃນ​ໜ້າທີ່​ວຽກ​ງານ ແລະ ເດີນທາງ​ກັບ​ປະເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ.
ຫຼັງ​ຈາກ​ນັ້ນ, ສະຫາຍ ພົອ. ໂຕ ເລິມ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ສະຫາຍ ພັນ​ຄໍາ ວິພາ​ວັນ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ວຽກ​ງານ ຂອງ​ສອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ​-​ຫວຽດນາມ ໃຫ້​ສະຫາຍ​ນາ ຍົກລັດຖະມົນຕີ​ຊາບ. ສະ ຫາຍ ພົອ. ໂຕ ເລິມ ໄດ້​ກ່າວ​ວ່າ: ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ກໍ​ຄື ປັດຈຸ​ບັນ ສອງ​ກະຊວງ ໄດ້​ເພີ່ມ​ທະວີ​ປະສານ​ສົມທົບ ໃນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ເຊັ່ນ: ຮ່ວມ​ກັນ​ຕ້ານ​ອາ​ຊະ​ຍາ​ກໍາ​ດ້ານ​ຕ່າງໆ, ຊ່ວຍເຫຼືອ​ກໍ່ສ້າງ​ນາຍ ແລະ ພົນ​ຕໍາ​ຫຼວດ, ປຶກສາ​ຫາລື​ເນື້ອ​ໃນ​ສົນທິສັນຍາ ວ່າ​ດ້ວຍ​ການ​ປົກ​ປ້ອງ ແລະ ຮັກສາ​ຂໍ້​ມູນ, ຊູ​ກ​ຍູ້, ປະສານ​ງານ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ເພື່ອ​ໃຫ້​ໄດ້​ລົງ​ນາມ​ສົນທິສັນຍາ ວ່າ​ດ້ວຍ​ການ​ໂອນ​ຜູ້​ຮ້າຍ​ຂ້າມ​ແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ສືບຕໍ່​ປະຕິບັດ​ໂຄງການ​ກໍ່ ສ້າງ​ຫ້ອງການ​ປະສານ​ງານ ປກສ ບ້ານ, ໂຄງການ​ກໍ່ສ້າງ​ວິທະຍາຄານ​ການເມືອງ ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ແລະ ໂຄງການ​ກໍ່ສ້າງ​ສູນ​ຂໍ້​ມູນ​ພົນລະເມືອງ ຕິດ​ພັນ​ກັບ​ການ​ປະສານ​ສົມທົບ ກ່ຽວ​ກັບ​ແຜນການ​ເຄື່ອນໄຫວ​ກິດ​ຈະ​ກໍາ​ປີ​ສາ​ມັກ​ຄີ​ມິດຕະພາບ ລາວ​-​ຫວຽດນາມ ເປັນຕົ້ນການ​ສະເໜີ​ຍ້ອງຍໍ​ກົມ​ກອງ ລວມ​ໝູ່ ແລະ ບຸກຄົນ ທີ່​ມີ​ຜົນງານ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຫ້ອງການ​ປະສານ​ງານ ຕ້ານ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາຍ​ແດນ ແລະ ການ​ຮ່ວມ​ມື​ສະກັດ​ກັ້ນ ອາ​ຊະ​ຍາ​ກໍາ​ຢາ​ເສບ​ຕິດ.
อาจเป็นรูปภาพของ 2 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ - 301395272 791352162313486 7789255310278288272 n - ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ
ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ຄໍາ ວິພາ​ວັນ ນາຍົກລັດຖະມົນຕີ ກໍ​ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ ປກສ ແຫ່ງ ສສ ຫວຽດນາມ ທີ່​ໄດ້​ເຄື່ອນ​ໄຫວ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ສອງ​ກະຊວງ ປກສ ລາວ​-​ຫວຽດນາມ ໃນ​ຄັ້ງ​ນີ້ ຊຶ່ງ​ຢູ່​ໃນ​ບັນຍາກາດ​ທີ່​ທົ່ວ​ພັກ, ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ​-​ຫວຽດນາມ ພວມ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ​-​ຫວຽດນາມ 2022 ຢ່າງ​ເປັນ​ຂະບວນ​ການ​ຟົດຟື້ນ ແລະ ມີ​ຄວາມ​ໝາຍ​​ຄວາມ​ສໍາ​ຄັນ, ມັນ​ໄດ້​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທັງ​ສອງ​ກະຊວງ ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ຂອງ​ສັງຄົມ ໃຫ້​ແກ່​ສອງ​ປະເທດ ແລະ ສ້າງ​ເງື່ອນ​ໄຂ​ອໍາ​ນວຍ​ຄວາມ​ສະດວກ ໃຫ້​ແກ່​ປະຊາຊົນ​ສອງ​ຊາດ ລາວ​-​ຫວຽດນາມ, ມີ​ໂອກາດ​ໃນ​ການ​ສ້າງສາ ແລະ ພັດທະນາ​ປະເທດ​ຊາດ ກໍ​ຄື ກໍາ​ລັງ ປກສ ລາວ​-​ຫວຽດນາມ ໃຫ້​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໜັກ​ແໜ້ນ ແລະ ມີ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ເທື່ອ​ລະ​ກ້າວ.
ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ - 5 - ການ​ນຳ​ພັກ-ລັດ ແຫ່ງ ສ​ປ​ປ ລາວ ຕ້ອນ​ຮັບ​ຄະ​ນະ​ນຳ​ຂັ້ນ​ສູງ ກະ​ຊວງ ປກ​ສ ແຫ່ງ ສ​ສ ຫວຽດ​ນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!