7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.

7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້. - opu7cxn7qqyiZh499w8 o - 7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.
7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້. - kitchen vibe - 7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.

 

  1. ຄວາມໄວ້ເນື້ອເຊື່ອໃຈເປັນສິ່ງບອບບາງ : ຄວາມໄວ້ເນື້ອເຊື່ອໃຈເປັນຮາກຖານສຳຄັນຂອງຄວາມສຳພັນທີ່ດີ, ແຕ່ຖ້າເມື່ອໃດກໍຕາມທີ່ຄວາມໄວ້ວາງໃຈ ຫລື ຄວາມເຊື່ອໃຈທີ່ວ່ານັ້ນຖືກທຳລາຍລົງ ກໍທຳໃຈໄວ້ໄດ້ເລີຍວ່າທ່ານອາດຈະບໍ່ມີໂອກາດໄດ້ພົບກັບມັນອີກ. ໃນຫລາຍໆກໍລະນີ ການທີ່ຄູ່ຮັກສູນເສຍຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ ມັກນຳໄປສູ່ຈຸດຈົບຂອງຄວາມສຳພັນໃນທີ່ສຸດ ຖ້າຮູ້ທັງຮູ້ ແຕ່ທ່ານກໍເຕັມໃຈທີ່ຈະທຳລາຍຄວາມໄວ້ເນື້ອເຊື່ອໃຈຂອງຄົນຮັກ ໃຫ້ຮູ້ໄວ້ເລີຍວ່າມັນໝາຍເຖິງການສິ້ນສຸດສັນຍາຮັກທີ່ທ່ານມີຕໍ່ກັນ ມັນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫລາຍທີ່ຈະພິສູດຕົນເອງວ່າທ່ານເປັນຄົນທີ່ໜ້າເຊື່ອຖື ຫາກຢາກໃຫ້ຄົນຮັກຂອງທ່ານກັບມາເຊື່ອໃຈທ່ານໄດ້ອີກຄັ້ງ.
  2. ທ່ານບໍ່ໄດ້ຢູ່ຝ່າຍດຽວກັນສະເໝີໄປ : ການທີ່ທ່ານຢູ່ໃນຄວາມສຳພັນ ທ່ານອາດຈະຫວັງວ່າທ່ານກັບຄົນຮັກຂອງທ່ານຈະຕ້ອງເປັນທີມດຽວກັນສະເໝີ ເພາະທ່ານເບິ່ງວ່າເຂົາ ຫລື ນາງເປັນອີກເຄິ່ງໜຶ່ງຂອງທ່ານ, ແຕ່ທ່ານຄວນຕ້ອງຍອມຮັບຄວາມຈິງວ່າມັນອາດຈະບໍ່ເປັນແບບນັ້ນສະເໝີໄປ ລອງນຶກພາບຕາມວ່າມັນເປັນໄປໄດ້ທີ່ທ່ານຈະຮັກໃຜຈັກຄົນໝົດຫົວໃຈ, ແຕ່ທ່ານກໍອາດຈະບໍ່ເຫັນດີກັບມຸມມອງ, ທັດສະນະຄະຕິ, ຄວາມຄິດບາງຢ່າງຂອງພວກເຂົາກໍໄດ້. ດັ່ງນັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນການຟັງກັນໃຫ້ຫລາຍ ແລະ ພະຍາຍາມເຈລະຈາຢ່າງສະຫງົບເວລາທີ່ຕ່າງຝ່າຍຈະອະທິບາຍຄວາມຄິດຂອງຕົນເອງ ເຊິ່ງບາງເທື່ອທ່ານອາດຕ້ອງສະແດງອອກວ່າບໍ່ເຫັນດີນຳ ແລະ ອອກຈາກສະຖານະການບ່ອນນັ້ນເລີຍ.
  3. ແຮງດຶງດູດອາດຈືດຈາງລົງໄດ້ໃນຈັກມື້ໜຶ່ງ : ໂດຍສະເພາະກັບຄູ່ຮັກທີ່ຄົບຫາກັນມາເປັນເວລາດົນ ການທີ່ຕ່າງຄົນຕ່າງມີໜ້າທີ່ຕ່າງໆທີ່ຕ້ອງຮັບຜິດຊອບ ເຮັດໃຫ້ພວກທ່ານຕ້ອງຈົດຈໍ່ກັບໂຕເອງຈົນຖືເບົາກັນ ແລະ ກັນ ມັນກໍເຮັດໃຫ້ແຮງດຶງດູດລະຫ່ວາງຄູ່ຮັກຈືດຈາງລົງໄດ້ ທັງນີ້ເວລາ ແລະ ຄວາມເຄັ່ງຄຽດ ຍິ່ງເຮັດໃຫ້ພວກທ່ານເສື່ອມເຂົ້າຫາກັນບໍ່ຕິດນຳອີກ. ດັ່ງນັ້ນ, ຄູ່ຮັກຫລາຍຄູ່ຈຶ່ງຕ້ອງເຮັດວຽກຢ່າງໜັກທີ່ຈະຮັກສາຄວາມສຳພັນອັນດີລະຫ່ວາງກັນໄວ້ຢ່າງດີທີ່ສຸດ ກ່ອນທີ່ພວກທ່ານຈະໝົດໃຈກັນໄປ ວາງແຜນເຮັດເລື່ອງປະທັບໃຈພໍຫອມປາກຫອມຄໍ, ຊວນກັນໄປອອກເດດກິນເຂົ້າແລງນອກບ້ານນຳກັນ, ຫາເວລາໄປທ່ອງທ່ຽວນຳກັນເທົ່າທີ່ເຮັດໄດ້, ເຮັດເລື່ອງໂຣແມນຕິກນຳກັນຢ່າງໜ້ອຍອາທິດລະເທື່ອ ເພື່ອໃຫ້ຄວາມຮັກດຳເນີນຕໍ່ໄປໄດ້.
  4. ທ່ານຈະຮູ້ສຶກເຫງົາໃນບາງເທື່ອ : ສິ່ງທີ່ບໍ່ຄາດຄິດສາມາດເກີດຂຶ້ນໄດ້ສະເໝີໃນຄວາມສຳພັນ ເລື່ອງລາວຕ່າງໆອາດນຳພາທ່ານສອງຄົນໄປເຖິງຈຸດຕໍ່າສຸດ, ຈຸດທີ່ເຮັດໃຫ້ທ່ານຮູ້ສຶກໂດດດ່ຽວ ຄືຢູ່ຄົນດຽວໃນຄວາມສຳພັນ, ທ່ານເລີ່ມຄິດຫລາຍເລື່ອງທີ່ຄົນຮັກຂອງທ່ານບໍ່ເຄີຍຢູ່ໃກ້ໆທ່ານເມື່ອທ່ານຕ້ອງການ, ຄົນຮັກບໍ່ໄດ້ຟັງໃນສິ່ງທີ່ທ່ານເວົ້າພໍປານໃດ ຫລື ຮູ້ສຶກວ່າຄົນຮັກບໍ່ເຫັນທ່ານ ໂດຍທີ່ທ່ານຢູ່ຕໍ່ໜ້າເຂົາ ເຮັດໃຫ້ທ່ານເລີ່ມພິຈາລະນາວ່າຖ້າມີແຟນກໍຄືບໍ່ມີ ແບບນີ້ຈະມີໄປເຮັດຫຍັງ. ດັ່ງນັ້ນ, ຂໍພຽງແຕ່ທ່ານລອງເບິ່ງໄປທາງອື່ນ ຫາໃຫ້ພົບຄົນທີ່ເຂົາຫ່ວງໄຍ ແລະ ໃຫ້ກຳລັງໃຈທ່ານຢູ່ ແລະ ຢ່າລືມເປີດໃຈໂອ້ລົມຄວາມອຶດອັດນີ້ກັບຄູ່ຮັກ ແທນການທີ່ທ່ານຈະເກັບມັນໄວ້ຄົນດຽວ.
  5. ທ່ານອາດຈະທຳຮ້າຍກັນໂດຍບໍ່ຕັ້ງໃຈ : ແມ່ນຢູ່ທີ່ໃຜໆກໍເວົ້າກັນວ່າບໍ່ມີໃຜທີ່ຈະທຳຮ້າຍເຮົາໄດ້ຫລາຍໄປກ່ວາຄົນທີ່ເຮົາຮັກ ທ່ານຈະເຈັບປວດສະເໝີເວລາທີ່ໄດ້ຍິນຄຳເວົ້າທີ່ບໍ່ໜ້າຟັງຈາກປາກຄົນຮັກ ຫລື ພຶດຕິກຳທີ່ບໍ່ໃຫ້ກຽດກັນ ໃນໄລຍະເວລາທີ່ທ່ານທັງສອງກຳລັງຢູ່ໃນສະໜາມອາລົມ ທ່ານອາດຫລຸດຄຳເວົ້າທີ່ບໍ່ທັນໄດ້ຄິດພິຈາລະນາໃຫ້ດີກ່ອນອອກມາ ຫລື ສະແດງພຶດຕິກຳບາງຢ່າງທີ່ເຮັດໃຫ້ອີກຝ່າຍເສຍໃຈ ສິ່ງເຫລົ່ານັ້ນທ່ານເອີ້ນມັນກັບຄືນບໍ່ໄດ້ ຖ້າທ່ານເຜີເຮັດໄປແລ້ວ ສິ່ງທີ່ພໍເຮັດໄດ້ ຈຶ່ງມີພຽງແຕ່ແກ້ໄຂບັນຫາຢ່າງປະນີປະນອມ ພະຍາຍາມຢ່າງເຕັມທີ່ໆຈະບໍ່ທຳຮ້າຍກັນອີກແມ່ນແຕ່ໃນລະຫ່ວາງທີ່ທ່ານຈັດການກັບບັນຫາ ຢ່າພານໃສ່ເຂົາພຽງເພາະວ່າທ່ານກຳລັງອາລົມບໍ່ດີ.
  6. ທ່ານຈະຂາດການຕິດຕໍ່ກັນເປັນຄັ້ງຄາວ : ຄວາມຮັກຂອງຄົນໃນໄວຜູ້ໃຫຍ່ ມັນມີຫຍັງຫລາຍໆຢ່າງໃຫ້ເອົາໃຈໃສ່ໄປໝົດ ເຊິ່ງຄວາມຮັກບໍ່ແມ່ນສິ່ງສຳຄັນພຽງຢ່າງດຽວໃນຊີວິດ ເມື່ອມີສິ່ງຕ່າງໆທີ່ວຸ້ນວາຍໃຫ້ເຮັດ ຫລາຍເທື່ອທີ່ທ່ານອາດຮູ້ສຶກຄືຕົນເອງກຳລັງຂາດການຕິດຕໍ່ກັບຄົນຮັກ. ວິທີການແກ້ບັນຫາທີ່ດີສຸດແມ່ນຢ່າໃຫ້ໄຟແຫ່ງຄວາມສຳພັນດັບມອດລົງ ທ່ານທັງສອງຕ້ອງລົມກັນກ່ຽວກັບເວລາວ່າງທີ່ຈະແບ່ງປັນກັນໄດ້ ເພື່ອໃຊ້ເວລາຮ່ວມກັນແດ່, ສະສາງຕາຕະລາງການເຮັດວຽກຂອງຕົນເອງ ແລະ ຊວນກັນໄປເຮັດກິດຈະທຳຄູ່ຮັກແດ່, ເຮັດຫຍັງທີ່ທ່ານທັງສອງມັກ, ປິດໂທລະສັບມືຖື ຫລື ປິດແຈ້ງເຕືອນເພື່ອທີ່ຈະໄດ້ບໍ່ມີຫຍັງມາຂັດຈັງຫວະທີ່ມີຢູ່ພຽງເລັກໜ້ອຍນີ້.

ທ່ານຕ້ອງຮັດແໜ້ນຄວາມສຳພັນຂອງພວກທ່ານ : ພະລັງຂອງຄວາມຮັກຍິ່ງໃຫຍ່ມະຫາສານຫລາຍກໍແມ່ນ, ແຕ່ມັນບໍ່ໄດ້ພຽງພໍໃນໂຕມັນເອງສະເໝີໄປ ປຽບດັ່ງຕົ້ນໄມ້ທົ່ວໄປທີ່ຕ້ອງຫົດນຳ້, ພວນດິນ, ໃສ່ປຸ໋ຍ, ມີແສງແດດ ຈຶ່ງຈະເຕີບໃຫຍ່ໄດ້ດີ ຄວາມຮັກກໍເປັນຄວາມຮູ້ສຶກທີ່ຕ້ອງການໆເບິ່ງແຍງເອົາໃຈໃສ່ຄືກັນ ບໍ່ແມ່ນແຕ່ຄວາມຮູ້ສຶກໃນຄວາມສຳພັນທີ່ຈະອົດທົນຕໍ່ການທົດລອງຂອງເວລາໄດ້ ບໍ່ດັ່ງນັ້ນ ກໍຈະຫ່ຽວແຫ້ງ ແລະ ຕາຍໄປໃນທີ່ສຸດ. ພວກທ່ານຕ້ອງມີກິດຈະກຳທີ່ຮັດແໜ້ນຄວາມສຳພັນຢ່າງສະໝໍ່າສະເໝີເພື່ອຕື່ມເຕັມຄວາມຮັກໃຫ້ກັນ, ໃຊ້ເວລາຮ່ວມກັນ, ອອກໄປທ່ຽວພະຈົນໄພ, ຍິ້ມຫົວມ່ວນຊື່ນເຮຮານຳກັນ, ໂຣແມນຕິກຕໍ່ກັນ, ສົນທະນາ ແລະ ຮັບຟັງເຊິ່ງກັນ ແລະ ກັນແທ້ໆ ຄວາມຮັກມັ

7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້. - Visit Laos Visit SALANA BOUTIQUE HOTEL - 7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.
7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້. - 4 - 7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!