ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ

ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ - Screen Shot 2018 08 03 at 02 - ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ
ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ - kitchen vibe - ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ

ຄະນະວິຊາການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ປະສານງານກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຂໍອະນຸຍາດລາຍງານກ່ຽວກັບ ສະພາບບໍລິຫານນ້ໍາໃນອ່າງເກັບນ້ໍາຂອງເຂື່ອນ ໃນທົ່ວປະເທດ ປະຈໍາວັນທີ 26 ສິງຫາ 2022 ດັ່ງລາຍລະອຽດລຸ່ມນີ້:

1. ບັນດາເຂື່ອນໄຟຟ້າທີ່ບໍລິຫານນ້ໍາທີ່ຢູ່ໃນສະພາບປົກກະຕິ: ໂດຍລວມການບໍລິຫານນ້ໍາຂອງເຂື່ອນທີ່ມີອ່າງເກັບນ້ໍາຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ. ສໍາລັບເຂື່ອນທີ່ເປັນຝ່າຍນ້ໍາລົ້ນຫຼາຍແຫ່ງກໍ່ໄດ້ຢູ່ ໃນສະພາບປົກກະຕິເຊັ່ນດຽວກັນ ແຕ່ກໍ່ມີບາງເຂື່ອນກໍ່ຍັງປ່ອຍນ້ໍາຜ່ານທາງລະບາຍນ້ໍາລົ້ນ ເຊັ່ນເຂື່ອນ ໄຟຟ້ານ້ໍາຄານ 3, ເຂື່ອນໄຟຟ້າເຊກະໝານ, ເຂື່ອນໄຟຟ້ານໍ້າມັງ 1 ແລະ ເຂື່ອນໄຟຟ້ານໍ້າຊັນ 3B ເຊີ່ງ ການປ່ອຍນ້ໍາໄຫຼລົ້ນສັນເຂື່ອນຖືເປັນເລື່ອງປົກກະຕິ ເນື່ອງຈາກເຂື່ອນປະເພດດັ່ງກ່າວອະນຸຍາດໃຫ້ນ້ໍາ ໄຫຼຜ່ານສັນເຂື່ອນໃນເວລາທີ່ເຕັມອ່າງ ເຊິ່ງອາດຈະເຮັດໃຫ້ປະລິມານນ້ໍາຢູ່ທ້າຍເຂື່ອນເພີ່ມຂຶ້ນເລັກ ນ້ອຍ ຫຼື ປະລິມານນ້ໍາໜ້າ ແລະ ທ້າຍເຂື່ອນເທົ່າກັນເຊິ່ງບໍ່ມີຜົນກະທົບ;

ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ

2. ບັນດາເຂື່ອນໄຟຟ້າທີ່ມີການປ່ອຍນ້ໍາອອກຜ່ານປະຕູນ້ໍາລົ້ນ (ເຝົ້າລະວັງ)

ເຂື່ອນໄຟຟ້ານ້ໍາລີກ 1-2 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 70 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 111,70 ແມັດກ້ອນຕໍ່ວິນາທີ ລວມ ທັງໝົດ 181,70 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ໍາ ສະຖານີບ້ານສາມຜືນ ເມືອງເຟືອງ ເພີ່ມ ຂຶ້ນ 0,14 ແມັດ ຈາກລະດັບ 2,02 ແມັດ ໃນມື້ຜ່ານມາ ມາເປັນ 2,16 ແມັດໃນມື້ນີ້ເຊິ່ງທຽບ ກັບລະດັບນ້ໍາເຕືອນໄພ 8,00 ແມັດ ແລະ ລະດັບນ້ໍາອັດຕະລາຍ 9,00 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າລະດັບນ້ໍາບໍ່ມີການເໜັງຕີງຫຼາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໄສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

ເຂື່ອນໄຟຟ້ານ້ໍາຄານ 2 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 27,95 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 47,15 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 75,10 ແມັດກ້ອນຕໍ່ວິນາທີເຊິ່ງໄຫຼລົງໃສ່ອ່າງເກັບນ້ໍາເຂື່ອນນ້ໍາຄານ 3. ເມື່ອທຽບກັບຂໍ້ມູນໃນມື້ຜ່ານມາ ເຫັນໄດ້ວ່າ ການປ່ອຍນ້ໍາຜ່ານປະຕູນ້ໍາລົ້ນຫຼຸດລົງ;

ເຂື່ອນໄຟຟ້ານ້ໍາຄານ 3 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ໍາລົ້ນ (Spillway) ສະເລ່ຍ 46,65 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 81,46 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 128,06 ແມັດກ້ອນຕໍ່ວິນາທີເຊິ່ງລະດັບນ້ໍາຢູ່ກ້ອງເຂື່ອນ ຢູ່ສະຖານີແທກນ້ໍາຢູ່ ບ້ານມີໄຊ ຫຼຸດລົງ 0,357 ແມັດ ຈາກລະດັບ 0,437 ແມັດ ໃນມິຜ່ານມາ ມາເປັນ 0,794 ແມັດ ໃນມື້ນີ້ ເຊີ່ງທຽບກັບລະດັບນ້ໍາເຕືອນໄພ 9 ແມັດ ແລະ ລະດັບນ້ໍາອັດຕະລາຍ 9,30 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງ ເຫັນວ່າລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໄສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

ເຂື່ອນໄຟຟ້ານ້ໍາກົງ 1 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 55,00 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 86,18 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 62,87 ແມັດກ້ອນຕໍ່ວິນາທີ ເຊີ່ງປະລິມານນ້ໍາດັ່ງກ່າວໄຫຼໄປປ່ອງໃສ່ແມ່ນ້ໍາເຊກອງ ເຊິ່ງບໍ່ມີຜົນກະທົບຕໍ່ພື້ນທີ່ຕອນລຸ່ມ.

ເຂື່ອນນ້ໍາເທີນ 1 ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) 173,43 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 428,10 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 601,53 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ ລະດັບນ້ໍາ ສະຖານີບ້ານປາກກະດິງ ເມືອງປາກກະດິງ ເພີ່ມຂຶ້ນ 0,10 ແມັດ ຈາກລະດັບ 7,36 ແມັດ ໃນມື້ຜ່ານມາເປັນ 7,46 ແມັດໃນມື້ນີ້ ເຊິ່ງທຽບກັບລະດັບນ້ໍາ ເຕືອນໄພ 13,75 ແມັດ ແລະ ລະດັບນ້ໍາອັນຕະລາຍ 14,75 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າ ລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໄສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

ຫມາຍເຫດ: ເຂື່ອນໄຟຟ້າທີ່ເປັນອ່າງເກັບນ້ໍາ ນ້ໍາງື່ມ 1, ນ້ໍາຄານ 2, ຫ້ວຍລໍາພັນໃຫຍ່, ນ້ໍາເລີກ, ນ້ໍາງື່ມ 2, ນ້ໍາງື່ມ 5, ນ້ໍາງື່ມ 1-2, ນ້ໍາຍ່ວງ, ນ້ໍາເທີນ 2, ຫ້ວຍ ເຫາະ, ນ້ໍາອູ 5, ນ້ໍາອູ 6, ນ້ໍາອູ 7, ນ້ໍາທາ 1, ນ້ໍາງຽບ 2, ນ້ໍາໃຜ່, ນ້ໍາກົງ 1, ນ້ໍາກົງ 3, ເຊປ່ຽນ-ເຊນ້ໍານ້ອຍ, ເຊກະໝານ 1, ເຊກະໝານ 3, ເຊລະນອງ 1, ນ້ໍາງຽບ 1, ນ້ໍາເທີນ 1. ເຂື່ອນໄຟຟ້າທີ່ເປັນຝາຍນ້ໍາລົ້ນ ນ້ໍາຄານ 3, ນ້ໍາມັງ 3, ນ້ໍາຊານາ, ນ້ໍາຊອງ, ເຊເຊັດ 1, ເຊເຊັດ 2, ເຊເຊັດ 3, ເຊລະບໍາ, ນ້ໍາລີກ 1, ນ້ໍາເທີນ ຫີນບູນ , ນ້ໍາອູ 1, ນ້ໍາອູ 2, ນ້ໍາອູ 3, ນ້ໍາອູ 4, ນ້ໍາງາ 2, ນ້ໍາງຽບ 2, ນ້ໍາງຽບ 2B, ນ້ໍາງຽບ 20, ນ້ໍາງຽບ 3A, ນ້ໍາມັງ 1, ນ້ໍາ ແບງ, ນ້ໍາຊັນ 3A, ນ້ໍາຊັນ 3B, ນ້ໍາເປີນ 1, ນ້ໍາເປີນ 2, ນ້ໍາກົງ 2, ເຊນ້ໍານ້ອຍ 1, ໄຊຍະບູລີ, ນ້ໍາງຽບ 1, ນ້ໍາຈຽນ 1, ນ້ໍາຜາໃຫຍ່, ຫ້ວຍປໍ, ດອນສະໂຮງ, ເຊນ້ໍານ້ອຍ 6, ຕາດຈຽດ, ນ້ໍາໂຊ, ນ້ໍາກາບ, ຕາດສະເລີຍ, ເຊນ້ໍານ້ອຍ 2, ນ້ໍາກົງຕອນລຸ່ມ, ນ້ໍາເທ

ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ - 4 - ເຝົ້າລະວັງການປ່ອຍນໍ້າຂອງເຂື່ອນຈຳນວນ 6 ເຂື່ອນທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!