ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ - 302509922 7859415047466692 1752415913068274184 n - ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ
ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ - kitchen vibe - ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ

ວັນ​ທີ 29 ສິງຫາ 2022 ນີ້, ສະຫາຍ ພົນ​ເອກ ຈັນ​ສະ ໝອນ ຈັນ​ຍາ​ລາດ ຮອງ​ນາຍົກ ລັດຖະມົນຕີ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ​ໄພພິບັດ​ຂັ້ນ ​ສູນ​ກາງ ພ້ອມ​ຄະນະ​ໄດ້​ລົງ​ຕິດ ຕາມ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ ໂດຍໃຫ້ການ​ຕ້ອນຮັບ​ຂອງ ສະຫາຍ ບຸນ​ຄົງ ຫຼ້າ​ຈຽມ​ພອນ ເຈົ້າແຂວງ ແຂວງ​ອຸດົມ​ໄຊ. ໂອກາດ​ດັ່ງກ່າວ, ເຈົ້າແຂວງ ແຂວງ​ອຸດົມ​ໄຊ ໄດ້​ລາຍ​ງານ​ສະ ພາບ​ໄພ​ນ້ຳ​ຖ້ວມ​ຢູ່​ບັນດາ​ເມືອງ ທີ່​ຖືກ​ຜົນ​ກະທົບ​ໃຫ້​ສະຫາຍ​ຮອງ​ນາຍົກລັດຖະມົນຕີ ຮັບ​ຊາບ​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ໃນ​ເບື້ອງ​ຕົ້ນ.

ເນື່ອງ​ຈາກ​ເກີດ​ມີ​ຝົນຕົກ​ຕິດຕໍ່​ກັນ​ຈົນ​ເຖິງ​ວັນ​ທີ 26 ສິງຫາ 2022 ເຮັດ​ໃຫ້​ນ້ຳ​ກໍ, ນ້ຳ​ມາວ ມີ​ລະດັບ​ປະລິມານ​ນ້ຳ​ສູງ​ຂຶ້ນ ພ້ອມ​ທັງ​ເກີດ​ມີ​ນ້ຳ​ປ່າ​ໄຫຼ​ສຸ​ແຮງ ເຮັດ​ໃຫ້​ເກີດ​ມີ​ນ້ຳ​ອັ່ງ​ຖ້ວມ​ຖະໜົນ​ຫົນ ທາງ ໂດຍ​ສະເພາະ​ແມ່ນ​ເສັ້ນ ທາງ​ເລກ 2 ຕາເວັນ​ອອກ ທາງ​ໄປ​ເມືອງ​ຫຼາ, ເສັ້ນທາງ​ເລກ 13 ເໜືອ ທາງ​ໄປ​ເມືອງ​ນາ​ໝໍ້, ນອກ ຈາກ​ນີ້​ ກໍ​ຍັງ​ຍຶ່ງ​ຖ້ວມ​ບ້ານ​ເຮືອນ​ຂອງ​ປະຊາຊົນ ຢູ່​ຕາມ​ແຄມ​ນ້ຳ​ກໍ ແລະ ເຂດ​ພື້ນ​ທີ່​ຕ່ຳ.

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ - Visit Laos Visit SALANA BOUTIQUE HOTEL - ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ

ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ຄະນະ​ຮັບຜິດຊອບ​ໄພພິບັດ​ຂັ້ນ​ແຂວງ, ຂັ້ນ​ເມືອງ ກໍ​ໄດ້​ລົງ​ຕິດຕາມ​ສະພາບ​ການຢ່າງ ​ໄກ້​ຊິດຢູ່ເຂດຕ່າງໆ​ ພາຍ​ໃນ​ເທ ສະ​ບານ​ແຂວງ, ເມືອງ, ບັນດາ​ເສັ້ນທາງ, ຂົວ, ລະບົບ​ໄຟຟ້າ, ນ້ຳ​ປະປາ. ໃນ​ນີ້ ເສັ້ນທາງ​ເລກ 2 ຕາເວັນ​ອອກ​ຫຼື (2E) ເກີດມີດິນ​ເຈື່ອນ​ຖົມ​ທາງ, ຕົ້ນໄມ້​ຫັກ​ລົ້ມ​ທັບ​ຕາມ​ເສັ້ນທາງ​ຫຼາຍ​ຈຸດເສົາ​ໄຟຟ້າ​ຫັກ​ລົ້ມ​ເປັນ​ບາງ​ເຂດ​ເຮັດ​ໃຫ້​ຕາ​ຄ່າຍ​ໄຟຟ້າ, ສັນຍານ​ໂທລະສັບ​ບໍ່​ສາມາດ​ໃຊ້​ໄດ້. ສຳລັບ​ເຂດບ້ານ ​ໂຮມ​ໄຊ (ຫຼັກ 15 ) ເມືອງຫຼາ ແຂວງ​ອຸດົມ​ໄຊ ເກີດ​ມີ​ນ້ຳປ່າ​ໄຫຼ​ ສຸ​ແຮງພັດ​ເຂົ້າ​ບ້ານ​ເຮືອນຂອງ ​ປະຊາຊົນ ເຮັດ​ໃຫ້​ມີ​ເຮືອນ​ຖືກ​ພັດ​ໄຫຼ​ຕາມ​ກະແສນ້ຳ ແລະ ມີ ​ດິນ​ເຊາະ​ເຈື່ອນ​ບໍລິເວນ​ຂົວພົບ​ ຄວາມ​ຫຍຸ້ງຍາກ​ໃນ​ການ​ສັນ ຈອນ​ໄປ​ມາ, ຕໍ່​ເຫດການ​ດັ່ງກ່າວ ໃນ​ເບື້ອງ​ຕົ້ນ​ການ​ນຳ​ແຂວງ ກໍ​ໄດ້​ຊີ້​ນຳ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທ້ອງຖິ່ນ, ກຳລັງ​ທະຫານ​ຈາກ​ກອງ​ພົນ​ທີ 3, ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ອົງ​ການຈັດຕັ້ງ​ມະຫາຊົນເຂົ້າ​ກອບ​ກູ້​ໄພພິບັດ​ຊ່ວຍເຫຼືອ​ປະຊາຊົນ ແລະ ໄດ້​ຈັດ​ສັນ​ບ່ອນ ຢູ່, ອາຫານໃຫ້​ແກ່​ຄອບຄົວ​ທີ່​ ໄດ້​ຮັບ​ຜົນ​ກະທົບ​ໃນ​ເບື້ອງຕົ້ນ ແລະ ແນະນຳ​ໃຫ້​ຕິດຕາມ​ສະພາບ​ດິນ​ຟ້າ​ອາກາດ​ເປັນ​ປົກ​ກະ​ຕິ.

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ - 302083963 5429379100486887 5713179518131970074 n 1 1024x576 - ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ

ມີບ້ານທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ 25 ບ້ານ, ມີ 469 ຫຼັງຄາເຮືອນ, ມີພົນລະເມືອງ 2.324 ຄົນ, ຍິງ 900 ຄົນ, ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 3 ຄົນ, ມີເຮືອນຖືກຜົນກະທົບ ຈໍານວນ 66 ຫຼັງ ໃນນັ້ນເຮືອນຖືກນໍ້າພັດ​ຊຸໄຫຼ ຈໍານວນ 58 ຫຼັງ, ດິນເສາະເຈື່ອນ 2 ຫຼັງ ແລະ ເລົ້າເຂົ້າ 23 ຫຼັງ, ນອກ​ຈາກ​ນີ້ ຍັງມີເສົາໄຟຟ້າ ເສຍຫາຍ ຈໍານວນ 301 ຕົ້ນ, ເສົາໄຟຟ້າ 8 ແມັດເສຍຫາຍ 6 ຕົ້ນ, ຄອນສາຍ ເສຍຫາຍ 231 ຄອນ, ດອກກັນໄຟເສຍຫາຍ 327 ດອກ ແລະ ສາຍໄຟຟ້າເສຍຫາຍ 24.900 ແມັດ, ນໍ້າຖ້ວມອັ່ງຖະໜົນຫົນທາງມີຫຼາຍຈຸດ, ເສັ້ນທາງເລກທີ 2E ເມືອງໄຊ ຫາ ເມືອງຫຼາ ລະຫວ່າງກິໂລແມັດ 15-24 ຖຶກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ 4 ແຫ່ງ, ເປເພ່ 3 ແຫ່ງ, ດິນເຈື່ອນຖົມທາງ 15 ຈຸດ ແລະ ເສັ້ນທາງຊົນນະບົດໄດ້ເປ່ເພ ແລະ ຂົວຖືກຕັດຂາດ 11 ແຫ່ງ, ເຄື່ອງວັດແທກລະດັບນໍ້າແບບອັດ​ຕະ​ໂນ​ມັດຈຸດວັດແທກຂົວນໍ້າກໍ ບ້ານກໍນ້ອຍເມືອງໄຊ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ ມູນຄ່າ 65 ລ້ານກີບ, ຫຼາວັດແທກລະດັບນໍ້າກໍ ຈຸດວັດແທກບ້ານໂຮມໄຊ, ຈຸດວັດແທກຂົວນໍ້າກໍ 2 ບ້ານເຈງ, ຈຸດວັດແທກບ້ານຫ້ວຍຂຸມ ໄດ້ຮັບຜົນກະທົບ ແລະ ເສຍຫາຍ ລວມມູນຄ່າທັງໝົດ ຈໍານວນ 79 ລ້ານກີບ, ໂຮງຮຽນປະຖົມຖືກຜົນກະທົບ (ນໍ້າຖ້ວມ) ມີຈໍານວນ 5 ແຫ່ງ, ລະບົບນໍ້າລິນເປ່ເພ ທັງໝົດ ຈໍານວນ 7 ຈຸດ, ເນື້ອທີ່ທໍາການຜະລິດເສຍຫາຍທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາ ເສຍຫາຍ ຈໍານວນ 20 ເຮັກຕາ, ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີ່ສວນ 7 ເຮັກຕາ.

ໂອກາດ​ນີ້, ສະ​​ຫາຍພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ສະແດງ​ຄວາມ​ເຫັນໃຈ​ຕໍ່​ປະຊາຊົນ​ຜູ້​ທີ່​ຖືກ​ຜົນ​ກະທົບ​ຈາກໄພນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ເນັ້ນໃຫ້ການ​ນຳ​ແຂວງ, ກຳ​ລັງ​​ປກຊ-​ປກສ, ພະ ແນກການ, ອຳນາດ​ການ ປົກຄອງ​ທ້ອງຖິ່ນທຸກຂັ້ນເອົາໃຈໃສ່​ຊຸກຍູ້​ກຳລັງ​ແຮງ​ທຸກພາກສ່ວນ​ໃນ​ສັງ ຄົມ​ປະກອບ ສ່ວນ​ເຂົ້າ​ໃນການ​ ກອບ​ກູ້​ໄພພິບັດ​ໃນ​ຄັ້ງ​ນີ້, ທາງ​ຄະ ນະ​ກຳມະການ​ຄວບ​ຄຸ້ມໄພພິບັດ​ ສູນ​ກາງ ແມ່ນ​ມີ​ຄວາມ​ເຊື່ອໝັ້ນ​ ຕໍ່​ການ​ຊີ້​ນຳ-ນຳພາ​ຂອງແຂວງ ກໍ​ຄື​ຄະນະ​ກຳມະການ​ຄວບຄຸ້ມ​ໄພພິບັດ​ຂັ້ນ​ແຂວງ, ຂະແໜງການ ຕ່າງໆຈະ​ພ້ອມ​ກັນ​ແກ້​ໄຂ​ໄດ້​ດີ ແລະ ພ້ອມກັນ​ຜ່ານ​ວິ​ກິດ​ຄັ້ງນີ້​ໄປໄດ້, ເອົາໃຈໃສ່​ປົວແປງ​ບັນດາ ເສັ້ນທາງ, ຕາ​ຂ່າຍ​ໄຟຟ້າ, ການ​ສື່ສານ, ລະບົບ​ນ້ຳ​ໃຊ້ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ໃນໂອກາດ ​ລົງ​ກວດກາ​ຜົນ​ກະທົບ​ໄພ​ນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້, ຄະນະ​ກຳມະການ​ຄວບ​ຄຸມ​ໄພພິບັດ​ຂັ້ນ​ສູນ​ກາງ ຍັງ​ໄດ້​ມອບ​ເຂົ້າສານ​ໜຽວ 20 ໂຕນ, ສັງກະສີ 2.000 ແຜ່ນ, ເຫຼັກ​ຕະປູ 500 ກັບ ແລະ ເງິນ​ຈຳນວນ 200.000.000 ກີບ ລວມ​ມູນ​ຄ່າ​ທັງ​ໝົດ 462.600.000 ກີບ, ນອກ​ນັ້ນ ກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ມອບ​ເງິນ​ຈຳນວນ 200.000.000 ກີບ ໃຫ້​ແກ່​ແຂວງ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ບັນເທົາ​ທຸກ ແລະ ພື້ນ​ຟູ​ພື້ນຖານ​ໂຄງ​ລ່າງ​ທີ່​ເປ່​ເພ​ເສຍ​ຫາຍ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ.

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ - 4 - ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ກວດກາ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ອຸດົມ​ໄຊ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!