ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ

ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ - f0926639 6c32 4660 b72a a64ca3983b31 - ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ
ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ - kitchen vibe - ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ

ພາຍຫລັງໂຄວິດ-19 ຄ່ອຍເບົາບາງລົງ, ຫລາຍນະຄອນ ແລະ ຫລາຍແຂວງທົ່ວປະເທດຫວຽດນາມໄດ້ ເປີດການທ່ອງທ່ຽວບົນພື້ນຖານປະຕິບັດຕາມມາດຕະການປ້ອງກັນການລະບາດພະຍາດດັ່ງກ່າວໂດຍຢູ່ນະ ຄອນຫລວງຮ່າໂນ້ຍທັງເວັນທັງຄືນຈະພົບເຫັນບັນຍາກາດການທ່ອງທ່ຽວ ການຊື້ຂາຍ ຄຶກຄັກ ເປັນທີ່ສຸດໂດຍສະເພາະຢູ່ເຂດໜອງເຕົ່າ ຫລື ໜອງຮ່ວານກຽມ.

ນະຄອນຫລວງຮ່າໂນ້ຍ ດິນແດນແຫ່ງອະລິຍະທຳນັບພັນປີ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ນັກທ່ອງທ່ຽວເປັນຈຳນວນຫລາຍຕັ້ງຄວາມຫວັງມາທ່ຽວ ເນື່ອງຈາກມີເຂດທ່ອງທ່ຽວທີ່ມີຊື່ສຽງຫລາຍແຫ່ງບໍ່ວ່າ ຈະເປັນສະໜາມຫລວງ ບາດິ່ງ ທີ່ແຕ່ລະເຊົ້າເຖິງວ່າຝົນຈະຕົກ ແດດຈະອອກ ຊາວນະຄອນຫລວງນັບພັນໂດຍສະເພາະໄວໜຸ່ມຍິງ-ຊາຍ ຕ່າງກໍມາຢືນເຄົາລົບທຸງຊາດ.ນອກນີ້ກໍມີ ວັນມຽວ ກວກຕືຢາມ (ມະຫາ ວິ ທະຍາໄລແຫ່ງທຳອິດຂອງຫວຽດນາມ), ວັດ ເຈີນກວກ, ພະລາຊະວັງທັງລອງ…

ສ່ວນໜອງເຕົ່າຖືວ່າຄຶກ ຄັກເປັນພິເສດ ເນື່ອງຈາກຖະໜົນໃຈກາງຫລາຍສາຍຂອງນະຄອນຫລວງຄື ຖະໜົນຮ່າງງາງ, ຮ່າງດາວ, ຕະຫລາດ ດົ່ງຊວັນ, ໂບດໃຫຍ່, ຖະໜົນ ຕະຮ້ຽນ ໄດ້ປິດການສັນຈອນເພື່ອເນລະມິດເປັນຖະໜົນຄົນຍ່າງໃນຍາມລາຕີ(ສະເພາະວັນສຸກ-ວັນອາທິດ)….ຢູ່ທີ່ນີ້, ນັກທ່ອງທ່ຽວ, ຊາຍໜຸ່ມຍິງສາວ ຄວງແຂນກັນຍ່າງອ້ອມໜອງ ບາງພ່ອງຈົກຖົງຈົກໄຖ່ຊື້ອາຫານການກິນ ໂດຍສະເພາະອີກບໍ່ດົນແມ່ນບຸນໄຫວ້ພະຈັນມີຮ້ານຂາຍເຂົ້າໜົມໄຫວ້ພະຈັນ(banh Trung Thu) ຢ່າງຫລວງຫລາຍສາມາດສະໜອງໃຫ້ແກ່ຜູ້ຕ້ອງການ ໄດ້ຢ່າງພຽງພໍ ຫລື ຖ້າອ່າຍເມື່ອຍແດ່ກໍນັ່ງກິນກະແລັມ 4 ລະດູ ຫລື ຫິວທ້ອງແດ່ກໍສາມາດຊອກຮັບປະ ທານບັນດາເຍື່ອງອາຫານທີ່ເປັນເອກະລັກ ບໍ່ວ່າຈະເປັນເຂົ້າເໝົ້າບ້ານ ວ່ອງ, ເຂົ້າປຸ້ນຊີ້ນປີ້ງ, ຢໍ່ສົ້ມຈືນ…

ແນວໃດກໍດີສໍາລັບມື້ທໍາມະດາທັງຍາມເຊົ້າ ແລະ ຄ້າຍແລງ ຈະພົບເຫັນທັງຜູ້ເຖົ້າ ໄວກາງຄົນ ຊາຍໜຸ່ມຍິງສາວ ຫລື ນັກຮຽນ ມາແລ່ນ ຍ່າງອອກກຳລັງກາຍເພີ່ມພະລັງສຸຂະພາບ ພະລັງບວກແຫ່ງການດຳລົງຊີວິດໃນນະຄອນຫລວງ. ນອກນີ້ຍັງມີຫລາຍການບໍລິການທີ່ໜ້າປະທັບໃຈ ບໍ່ວ່າຈະເປັນການຂີ່ລົດສາມລໍ້ອ້ອມໜອງ ຫລື ລົດບັສນຳທ່ຽວອ້ອມໜອງກໍມີເຊັ່ນດຽວກັນ… ເອົາເປັນວ່າຖ້າທ່ານໃດມີໂອກາດ ກໍຢ່າລືມໄປຍ່າງຫລິ້ນຢູ່ໜອງເຕົ່າ ຫລື ໜອງຮວ່ານກຽມ ຮັບຮອງໄດ້ທັງສຸຂະພາບ ຊີມລົດຊາດອາຫານຫວຽດນາມ ສຳພັດກັບຄວາມເຢັນຂອງສາຍລົມທີ່ພັດມາເປັນຮູດໆຄ່ອຍໆ ຫລື ສຳພັດກັບກິ່ນອາຍວັດທະນະທຳຂອງຄົນຫວຽດນາມ ຊາດຫວຽດນາມ ວິລະຊົນ…

ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ - 5 - ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!