ຍ້ອນຫຍັງ ການມີສະຕິ ຈຶ່ງເປັນສຸດຍອດນິໄສທີ່ຊ່ວຍສ້າງຄວາມສຳເລັດ ?


ມີຫລາຍສິ່ງຫລາຍຢ່າງທີ່ເຮົາສາມາດຝຶກຝົນໃຫ້ຕິດເປັນນິໄສເພື່ອນຳພາຕົນເອງໄປສູ່ຄວາມສຳເລັດ ໂຕຢ່າງທີ່ເຫັນໄດ້ຈະແຈ້ງກໍແມ່ນ : ການແລ່ນ ຄົນທີ່ແລ່ນອອກກຳລັງກາຍເປັນປະຈຳຈະເຫັນເຖິງຂໍ້ດີຂອງການແລ່ນຢ່າງຈະແຈ້ງ ເຊັ່ນ : ມີພະລະກຳລັງຫລາຍຂຶ້ນ, ສະໝອງປອດໂປ່ງ ແລະ ໂລກໄພໄຂ້ເຈັບກໍໜ້ອຍລົງ, ແຕ່ສຳລັບບາງຄົນ ການແລ່ນກໍເບິ່ງຈະເປັນໄປບໍ່ໄດ້ເລີຍ ເພາະມັນເປັນນິໄສທີ່ຕ້ອງແລກມາດ້ວຍຄວາມພະຍາຍາມຢ່າງໜັກໜ່ວງ, ຢາດເຫື່ອ ຫລື ບາງເທື່ອອາດລວມເຖິງຄວາມເຈັບປວດ ແລະ ບາດແຜນຳ. ໂຊກດີວ່າຍັງມີນິໄສອີກຢ່າງໜຶ່ງທີ່ມີຜົນຕໍ່ຄວາມສຳເລັດຂອງເຮົາ ຄືກັນກັບການແລ່ນ ພຽງແຕ່ນິໄສທີ່ວ່ານີ້ຕ້ອງໃຊ້ຄວາມພະຍາຍາມເທົ່າໆກັບການເຕືອນໂຕເອງໃຫ້ເບິ່ງຊ້າຍ-ເບິ່ງຂວາທຸກເທື່ອກ່ອນຂ້າມຖະໜົນນັ້ນເອງ, ບໍ່ຕ້ອງແລກມາດ້ວຍຢາດເຫື່ອ ແລະ ສິ່ງສຳຄັນ ບໍ່ຕ້ອງປັບປ່ຽນຕາຕະລາງຊີວິດເຮົາເລີຍແມ່ນແຕ່ໜ້ອຍດຽວ ເຊິ່ງນິໄສທີ່ວ່າກໍຄື ການເປັນຄົນມີສະຕິ.
ຄົນສ່ວນຫລາຍຈະເຂົ້າໃຈວ່າການມີສະຕິແມ່ນການນັ່ງນິ້ງໆ, ຫາຍໃຈເຂົ້າເລິກໆ ແລະ ມີສະຕິກັບລົມຫາຍໃຈຂອງຕົນເອງ, ແຕ່ຄວາມຈິງແລ້ວ ການເປັນຄົນມີສະຕິມັນງ່າຍກ່ວານັ້ນຫລາຍ ແລະ ກໍໃຫ້ປະໂຫຍດແກ່ເຮົາຫລາຍຄືກັນ. ການເປັນຄົນມີສະຕິ ແມ່ນການປ່ຽນຈາກການຄິດ ເປັນການຄຳນຶງເຖິງຄວາມຄິດ. ການປ່ຽນແປງເລັກໆນ້ອຍໆນີ້ຈະເປີດໃຫ້ເຮົາເບິ່ງເຫັນຄວາມຄິດ ແລະ ຮັບຮູ້ຄວາມຮູ້ສຶກນັ້ນຢ່າງແທ້ຈິງ ເຊິ່ງຈະສົ່ງຜົນໃຫ້ເຮົາຄຳນຶງເຖິງສິ່ງທີ່ກຳລັງເຮັດຢູ່ຫລາຍຂຶ້ນ.
ເຮົາສາມາດປ່ຽນແປງ ແລະ ເປັນຄົນມີສະຕິໄດ້ທຸກເມື່ອ ຄວາມຈິງແລ້ວຄົນສ່ວນຫລາຍກໍເຮັດເປັນປົກກະຕິຢູ່ແລ້ວ ເຖິງຈະບໍ່ໄດ້ຕັ້ງໃຈກໍຕາມ. ແນວໃດກໍຕາມ, ການມີສະຕິແບບນີ້ກໍຄົງຢູ່ບໍ່ດົນປານໃດ ບໍ່ເທົ່າໃດວິນາທີເຮົາກໍມັກກັບໄປຢູ່ກັບຄວາມຄິດຂອງຕົນເອງອີກ ມັນຈຶ່ງບໍ່ຄ່ອຍສົ່ງຜົນດີໃຫ້ເຫັນຈະແຈ້ງ ຄືກັບການທີ່ເຮົາຈະບໍ່ໄດ້ປະໂຫຍດຈາກການແລ່ນຫາກເຮົາແລ່ນພຽງມື້ລະບໍ່ເທົ່າໃດນາທີນັ້ນເອງ. ດັ່ງນັ້ນ, ເຮົາຈຶ່ງຕ້ອງຕັ້ງໃຈຝຶກສະຕິແທ້ໆ ເປັນໄລຍະເວລາໜຶ່ງ ເພື່ອໃຫ້ໄດ້ປະໂຫຍດຈາກມັນຢ່າງເຕັມທີ່.
- ການມີສະຕິຊ່ວຍໃຫ້ຄວາມເຄັ່ງຄຽດຫລຸດລົງ.
- ການມີສະຕິຊ່ວຍໃຫ້ທັກສະການຕັດສິນໃຈດີຂຶ້ນ.
- ການມີສະຕິຊ່ວຍໃຫ້ຄວາມສະຫລາດທາງອາລົມ ຫລື EQ ເພີ່ມຂຶ້ນ.
+ ຍ້ອນຫຍັງການມີສະຕິຈຶ່ງສົ່ງຜົນຕໍ່ຄວາມສຳເລັດໄດ້ ? ເຮົາອາດສົງໄສວ່າພຽງແຕ່ສິ່ງເລັກໆນ້ອຍໆເປັນຫຍັງຈຶ່ງໃຫ້ປະໂຫຍດຫລວງຫລາຍປານນັ້ນ ກໍເປັນຍ້ອນວ່າສະຕິແມ່ນໂຕຄວບຄຸມຈິດໃຈຂອງເຮົາ ທຸກສິ່ງທີ່ເຮົາເຮັດ, ທຸກຄວາມລົ້ມເຫລວທີ່ເກີດຂຶ້ນ ແມ່ນຜົນຂອງການເຮັດວຽກຂອງຄວາມຄິດ ແລະ ຈິດໃຈຂອງເຮົາເອງທັງໝົດ ເຊິ່ງບັນດານັກວິທະຍາສາດເອງກໍກຳລັງວິໄຈກ່ຽວກັບສະໝອງເພື່ອຄົ້ນຫາວິທີພັດທະນາການເຮັດວຽກຂອງມັນຢູ່. ຍົກໂຕຢ່າງເຊັ່ນ : ຄົນທີ່ສະຫລາດ ຫລາຍຄວາມສາມາດ ແຕ່ຊຳ້ພັດຍັງບໍ່ປະສົບຄວາມສຳເລັດໃນຊີວິດຈັກເທື່ອ ອາດຈະເປັນຍ້ອນວ່າ ລະບົບຄວາມຄິດ ແລະ ຈິດໃຈຂອງຄົນຜູ້ນັ້ນອາດຍັງເຮັດວຽກບໍ່ດີເທົ່າທີ່ຄວນ, ເຂົາອາດຈະຕັດສິນໃຈພາດໄປ, ບໍ່ມັກຫລັກການຝຶກຝົນຕົນເອງ, ສ້າງ ແລະ ຮັກສາຄວາມສຳພັນບໍ່ດີເທົ່າທີ່ຄວນ ຫລື ອາດຈະທັງ 3 ຢ່າງລວມກັບກໍເປັນໄດ້. ນອກຈາກນີ້, ກໍຈະມີຄົນທີ່ບໍ່ໄດ້ສະຫລາດ ແລະ ບໍ່ມີຄວາມສາມາດຫລວງຫລາຍ, ແຕ່ຊຳ້ພັດປະສົບຄວາມສຳເລັດໃນຊີວິດໄດ້ຢ່າງເຫລືອເຊື່ອ ນັ້ນອາດເປັນຍ້ອນຄົນຜູ້ນັ້ນມີຄວາມຄິດ ແລະ ຈິດໃຈທີ່ເຮັດວຽກຢ່າງເປັນລະບົບ ສົ່ງຜົນໃຫ້ຕັດສິນໃຈຢ່າງຖືກຕ້ອງ, ມີການຝຶກຝົນຕົນເອງ ລວມເຖິງຮູ້ຈັກພັດທະນາ ແລະ ຮັກສາຄວາມສຳພັນເປັນຢ່າງດີນັ້ນເອງ.
+ ເຊົາເປັນເຫຍື່ອຂອງຄວາມຄິດ : ການມີສະຕິແມ່ນໂຕຊ່ວຍໃນການທຳລາຍອຸປະສັກອັນໃຫຍ່ທີ່ຂັດຂວາງຈິດໃຈບໍ່ໃຫ້ເຮັດວຽກໄດ້ເຕັມທີ່ ນັ້ນກໍຄື ການໃຊ້ຊີວິດໂດຍໃຫ້ຄວາມຄິດເປັນໃຫຍ່, ເມື່ອເປັນແບບນັ້ນ ກໍເທົ່າກັບວ່າເຮົາແມ່ນເຫຍື່ອຂອງທຸກຄວາມຄິດທີ່ເກີດຂຶ້ນມາຈາກສະໝອງຂອງເຮົາ ຫາກເຮົາຄິດບວກ ທຸກສິ່ງທຸກຢ່າງກໍຈະໄປໃນທາງທີ່ດີ, ແຕ່ຫາກເມື່ອໃດກໍຕາມທີ່ເຮົາຄິດລົບ ຊີວິດເຮົາກໍຈະໄປໃນທາງລົບຄືກັນ. ເມື່ອໃດກໍຕາມທີ່ເຮົາມີສະຕິ ລະບົບຄວາມຄິດຂອງເຮົາກໍຈະເຮັດວຽກໄດ້ເຕັມປະສິດທິພາບຫລາຍຂຶ້ນ ເນື່ອງຈາກວ່າເຮົາຈະສາມາດເບິ່ງຄວາມຄິດຂອງຕົນເອງຢ່າງເປັນກາງ, ປະຕິກິລິຍາຄວາມຄິດຕ່າງໆຈຶ່ງບໍ່ອາດຄວບຄຸມເຮົາໄດ້ອີກຕໍ່ໄປ, ແຕ່ເຮົາຈະມີທັກສະໃນການຕອບສະໜອງໂດຍຄຳນຶງເຖິງຫລັກການ ແລະ ຄວາມເຊື່ອທີ່ເຮົາຍຶດຖືແທນການໃຊ້ອາລົມ ແລະ ຄວາມຄິດຊົ່ວຂະນະໃນຕອນທຳອິດ.
ເຖິງວ່າການຝຶກສະຕິອາດຈະເປັນສິ່ງສຳຄັນທີ່ສຸດທີ່ສາມາດພັດທະນາຕົນເອງໃຫ້ປະສົບຄວາມສຳເລັດ, ແຕ່ມັນກໍສາມາດນຳໄປໃຊ້ໃນຊີວິດດ້ານອື່ນໆໄດ້ນຳ, ແຕ່ກ່ອນການຝຶກສະຕິມີຂຶ້ນເພື່ອຊ່ວຍໃຫ້ເຮົາມີຄວາມສຸກ ແລະ ເປັນຄົນທີ່ຊ່າງເຫັນອົກເຫັນໃຈ ເຊິ່ງວິທະຍາສາດກໍໄດ້ພິສູດແລ້ວວ່າເຮັດໄດ້ແທ້ ເມື່ອໃດກໍຕາມທີ່ເຮົາຝຶກຝົນຢ່າງຖືກຕ້ອງ ເຮົາກໍຈະມີຄວາມສຸກຂຶ້ນ ເຊິ່ງຈະເຮັດໃຫ້ເຮົາສະແດງອອກຕໍ່ຜູ້ອື່ນໃນທາງທີ່ດີຂຶ້ນນຳນັ້ນເອງ.