ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

- 4901 khammouane 2 - ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ
- kitchen vibe - ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

ເມື່ອທ້າຍອາທິດຜ່ານມາ, ອົງການປົກຄອງແຂວງຄຳມ່ວນ ຈັດພິທີສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 55 ປີ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ລາວ- ຫວຽດນາມຄົບຮອບ 40 ປີ (18/7/1977-18/7/2017) ເພື່ອເປັນການເສີມຂະຫຍາຍມູນ ເຊື້ອອັນດີງາມ ແລະ ຄວາມສາ ມັກຄີພິເສດຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນຂອງສອງຊາດ ລາວ-ຫວຽດນາມ. ໂດຍມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ, ທ່ານ ຫ້ງວຽນ ຮິ້ວ ຮ່ວາຍ ປະທານຄະນະກຳມະ ການປະຊາຊົນແຂວງກວາງບິ່ງ, ທ່ານ ວໍ ຮົ່ງ ຫ່າຍ ຮອງປະທານ ສະພາປະຊາຊົນແຂວງຮ່າຕິ່ງ, ມີຄະນະພັກ, ອົງການປົກຄອງ ແຂວງຕະຫລອດຮອດອົງການ ຈັດຕັ້ງຕ່າງໆທົ່ວແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.

 

- Visit Laos Visit SALANA BOUTIQUE HOTEL - ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

 

- 4901 khammouane 3 300x200 - ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

 

 

 

+ ສານປະຊາຊົນແຂວງຄຳມ່ວນ ຕັດສິນລົງໂທດຜູ້ຄ້າຢາເສບຕິດຈຳຄຸກ 5 ປີ

+ ລາວ-ຫວຽດນາມສືບຕໍ່ຮ່ວມມືດ້ານປະກັນໄພເງິນຝາກ

 

 

ໂອກາດນີ້, ທ່ານ ໂອໄດ ສຸ ດາພອນ ໄດ້ກ່າວວ່າ: ກ່ອນໜ້າ ນີ້ 40 ປີ ສອງພັກ, ສອງລັດ ລາວ-ຫວຽດນາມ ໄດ້ລົງນາມ ເຊັນສົນທິສັນຍາມິດຕະພາບ ແລະ ການພົວພັນຮ່ວມມືຢ່າງສະ ຫງ່າຜ່າເຜີຍ ທີ່ນະຄອນຫລວງ ວຽງຈັນ, ເຊິ່ງເຫດການດັ່ງກ່າວ ແມ່ນຂີດໝາຍປະຫວັດສາດອັນ ສຳຄັນ ທີ່ສະຫວ່າງສະໄຫວໃນ ການພົວພັນສາມັກຄີຮ່ວມມືລະ ຫວ່າງສອງຊາດພວກເຮົາ. ສອງ ຝ່າຍໄດ້ຕົກລົງບັນຫາທີ່ເປັນພື້ນ ຖານທາງດ້ານກົດໝາຍ ແລະ ການເມືອງແຫ່ງການພົວພັນລະ ຫວ່າງສອງພັກ, ສອງລັດໃນໄລ ຍະໃໝ່. ໃນໄລຍະ 5 ປີ ຜ່ານມາ ແຂວງຄຳມ່ວນໄດ້ມີການຮ່ວມ ມືກັບແຂວງກວາງບິ່ງ, ຮ່າຕິ່ງ ແລະ ບັນດາແຂວງອື່ນໆ ຂອງ ສສ ຫວຽດນາມ ໃນຫລາຍດ້ານ ເປັນຕົ້ນດ້ານການເມືອງ-ການ ຕ່າງປະເທດ, ຮ່ວມມືດ້ານການ ພັດທະນາຊັບພະຍາກອນມະ ນຸດ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການ ຮ່ວມມືດ້ານເສດຖະກິດ, ການ ສຶກສາ-ສາທາລະນະສຸກ. ນອກ ຈາກນັ້ນ, ບັນດາພະແນກການ, ຂະແໜງການຕ່າງໆ ກໍຍັງໄດ້ມີ ການຊ່ວຍເຫລືອເຊິ່ງກັນ ແລະ ກັນເລື້ອຍໆມາ.

- 3 - ແຂວງຄຳມ່ວນສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!