ຮັງກາຣີ ກຳລັງຜະເຊີນກັບຄື້ນຄວາມຮ້ອນ ທີ່ມີອາກາດຮ້ອນທີ່ສຸດໃນປີນີ້


ໃນວັນທີ 6 ກັນຍາ 2022 ສຳນັກງານອຸຕຸນິຍົມວິທະຍາ ຮັງກາຣີ (MOSZ) ເປີດເຜີຍວ່າ ຮັງກາຣີ ກຳລັງຜະເຊີນກັນຄື້ນຄວາມຮ້ອນທີ່ມີອາກາດຮ້ອນທີ່ສຸດໃນປີນີ້ ນັບຕັ້ງແຕ່ປີ 1901 , ສະຖິຕິສະແດງໃຫ້ເຫັນວ່າ: ລະດູຮ້ອນປີ 2022 ຫລື ຊ່ວງເດືອນມິຖຸນາ, ກໍລະກົດ ແລະ ສິງຫາ ມີອຸນຫະພູມສະເລ່ຍ 22,8 ອົງສາ ສູງກວ່າອຸນຫະພູມສະເລ່ຍໃນລະດູຮ້ອນ ປີ 1991-2022 ຢູ່ທີ່ 2 ອົງສາ ເຊິ່ງບັນທຶກໄດ້ທີ່ 20.8 ອົງສາ
ນອກຈາກນ້ັນ ລະດູຮ້ອນໃນປີນີ້ ຍັງມີໂອກາດຮ້ອນກວ່າລະດູຮ້ອນໃນປີ 2003 ເຊິ່ງທຳລາຍສະຖິຕິອາກາດຮ້ອນສຸດໃນຄັ້ງກ່ອນ ຢູ່ທີ່ 0,5 ອົງສາ ວັນທີ່ມີ ອຸນຫະພູມສູງກວ່າ 35 ອົງສາ ລວມມີ 11 ວັນ ແລະ ວັນທີ່ມີອຸນຫະພູມສູງກວ່າ 30 ອົງສາ ມີ 46 ວັນ
ຮົງກາຣີ ປະສົບກັບຄື້ນຄວາມຮ້ອນ 5 ຄື້ນຕັ້ງແຕ່ທ້າຍເດືອນມິຖຸນາ ເຖິງທ້າຍເດືອນສິງຫາ ໂດຍພື້ນທີ່ພາກກາງ ແລະ ພາກໃຕ້ຂອງປະເທດສ່ວນໃຫຍ່ມີອາກາດເຢັນລົງພຽງໄລຍະສັ້ນໆ ແລະ ມີອຸນຫະພູມສູງເຖິງ 40 ອົງສາ, ນອກຈາກຄື້ນຄວາມຮ້ອນແລ້ວ ຍັງປະສົບໄພແຫ້ງແລ້ງໃນລະດູຮ້ອນນຳອີກໃນຊ່ວງ 8 ເດືອນ ທຳອິດ ຮັງກາຣີມີປະລິມານນ້ຳຝົນທົ່ວປະເທດພຽງ 263,6 ມິນລີແມັດ ເຊິ່ງຖືເປັນລະດັບຕໍ່າສຸດໃນຊ່ວງຕົ້ນສະຕະວັດທີ 20