ປາກົດການດຶງກະເປົາ ສາມາດແກ້ໄຂໄດ້ຖ້າເຮົາພ້ອມພຽງກັນ

- 0c159696 e033 43e7 8e4d 1696b6570475 - ປາກົດການດຶງກະເປົາ ສາມາດແກ້ໄຂໄດ້ຖ້າເຮົາພ້ອມພຽງກັນ
- kitchen vibe - ປາກົດການດຶງກະເປົາ ສາມາດແກ້ໄຂໄດ້ຖ້າເຮົາພ້ອມພຽງກັນ

ປັດຈຸບັນປາກົດການຫຍໍ້ທໍ້ດຶງກະເປົາ, ສາຍຄໍ ແລະ ອື່ນໆ ຂອງພວກບໍ່ດີໃນບໍລິເວນຕົວເມືອງໃຫຍ່ຕ່າງໆເຫັນວ່າ ມີປາກົດການເພີ່ມຂຶ້ນຫລາຍ ສາມາດເຫັນໄດ້ໃນສື່ໂຊຊຽວຕ່າງໆ, ເຊິ່ງອຳນາດການປົກຄອງ ເຈົ້າໜ້າທີ່ ແລະ ປະຊາຊົນເຮົາຕ້ອງໄດ້ເປັນຫູເປັນຕາສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວໃຫ້ໝົດໄປ ເພື່ອສ້າງຄວາມສະຫງົບສຸກໃຫ້ບ້ານເມືອງເຮົາ.

ຖ້າເວົ້າເຖິງປາກົດການຫຍໍ້ທໍ້ຕ່າງໆ ຕ້ອງເວົ້າເຖິງສາເຫດຂອງປາກົດການຫຍໍ້ທໍ້ດັ່ງກ່າວນັ້ນ ໂດຍສ່ວນໃຫຍ່ແລ້ວແມ່ນເກີດມາຈາກກຸ່ມທີ່ຂາດວຽກງານທຳ, ຫລິ້ນກິນຟູມເຟືອຍ, ຕິດການພະນັນ ແລະ ສິ່ງເສບຕິດອື່ນໆ ອັນເຮັດໃຫ້ຜູ້ກໍ່ເຫດຊອກຫາວິທີທາງລັດ ເພື່ອຫາເງິນແບບບໍ່ສຸຈະລິດ ຜິດຕໍ່ລະບຽບກົດໝາຍບ້ານເມືອງ ທັງເປັນປາກົດການຫຍໍ້ທໍ້ຕໍ່ສັງຄົມ ອັນສ້າງຄວາມເສຍຫາຍຕໍ່ຊັບສິນ, ສ້າງຄວາມຢ້ານກົວອັນເປັນໄພຂົ່ມຂູ່ຕໍ່ສັງຄົມ ແລະ ສ້າງຄວາມເສື່ອມເສຍຕໍ່ປະເທດຊາດ.

- Visit Laos Visit SALANA BOUTIQUE HOTEL - ປາກົດການດຶງກະເປົາ ສາມາດແກ້ໄຂໄດ້ຖ້າເຮົາພ້ອມພຽງກັນ

ການຈະແກ້ໄຂບັນຫາດັ່ງກ່າວນີ້ໄດ້ ກ່ອນອື່ນໝົດຕ້ອງເວົ້າເຖິງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະເຈົ້າໜ້າທີ່ອຳນາດການປົກຄອງ, ປກສ, ກອງຫລອນ ແລະ ອົງການຈັດຕັ້ງທຸກພາກສ່ວນເຂັ້ມງວດກາກາ ຕໍ່ຄວາມສະຫງົບພາຍໃນບ້ານຂອງຕົນເອງ, ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມກຳມະກອນ, ປາບປາມການພະນັນ ແລະສິ່ງເສບຕິດຕ່າງໆ, ທັງໂຄສະນາໃຫ້ທຸກຄົນພາຍໃນບ້ານເຂົ້າໃຈເຖິງຜົນຮ້າຍຂອງການພະນັນ ແລະ ສິ່ງເສບຕິດ.

ໃນໄລຍະຜ່ານມາ ເຈົ້າໜ້າທີ່ ປກສ ທຸກຂັ້ນໄດ້ສຸມກຳລັງເຂັ້ມງວດກວດກາເວນຍາມ ແລະ ຕິດຕາມພຶດຕິກຳຂອງກຸ່ມຄົນບໍ່ດີ ໂດຍສາມາດຈັບຕົວຜູ້ກໍ່ເຫດດຶງກະເປົາ, ປຸ້ນຈີຊີງຊັບມາດຳເນີນຄະດີຕາມລະບຽບກົດໝາຍກໍບໍ່ໜ້ອຍ.

ພ້ອມນີ້ກໍໃຫ້ທຸກຄົນຊ່ວຍກັນມີສະຕິລະມັດລະວັງຕົວສູງຕໍ່ການດຳລົງຊີວິດເຊັ່ນ ການໄປມາຍາມເດິກດື່ນທ່ຽງຄືນ, ການມົ້ວສຸມຊຸມແຊວ, ໄປມາມີໝູ່ຄູ່ພັກພວກ ແລະ ບໍ່ໂອ້ອວດສິ່ງຂອງມີຄ່າອັນເປັນສິ່ງລໍ້ຕາລໍ້ໃຈກໍ່ກຸ່ມຄົນບໍ່ດີທັງຫລາຍ.

ເຊື່ອແດ່ວ່າຫາກທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ, ມີການປະສານງານ ແລະ ເອົາໃຈໃສ່ຕໍ່ລະບຽບການຕ່າງໆ ຈະເຮັດໃຫ້ປາກົດການຫຍໍ້ທໍ້ດັ່ງກ່າວນີ້ຫລຸດໜ້ອຍຖອຍລົງໄປ ແລ້ວບ້ານເມືອງກໍຈະມີແຕ່ຄວາມສຸກສະຫງົບ.

- 5 - ປາກົດການດຶງກະເປົາ ສາມາດແກ້ໄຂໄດ້ຖ້າເຮົາພ້ອມພຽງກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!