ທີມກະຕໍ້ຍິງອິນໂດເນເຊຍ ຍ່າງອອກສະໜາມ ຫຼັງບໍ່ພໍໃຈການຕັດສິນຂອງກຳມະການ ໃນກິລາຊີເກມ, ມີຄລິບ

ວັນທີ 20 ສິງຫາຜ່ານມາ ການແຂ່ງຂັນຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເກີດ ເລື່ອງໂດ່ງດັງຂຶ້ນອີກຄັ້ງ ໂດຍ ຄັ້ງນີ້ເກີດຂຶ້ນທີ່ສະໜາມກະຕໍ້ ໃນນະຄອນຫຼວງກົວລາລຳເປີ ລະຫວ່າງ ເຈົ້າພາບ ມາເລ ເຊຍ ພົບກັບ ອິນໂດເນເຊຍ.
ໃນເຊັດທຳອິດ ມາເລ ເຊຍ ເອົາຊະນະໄປໄດ້ກ່ອນ 22-20 ແຕ່ເຫດການເກີດຂຶ້ນ ໃນເຊັດທີ 2 ຂະນະທີ່ ອິນໂດ ເນເຊຍ ຂຶ້ນນຳ 16-10 ໂດຍ ອິນໂດເນເຊຍ ຖືກກຳມະການ ຈັບຟາວລູກເສີບ ເຮັດໃຫ້ ອິນ ໂດເນເຊຍ ບໍ່ພໍໃຈເນື່ອງຈາກ ພວກເຂົາຖືກກຳມະການຈັບ ຟາວລູກເສີບຫຼາຍຄັ້ງ ໂດຍ ເບິ່ງວ່າເຮັດເກີນໄປ ຫຼື ບໍ່.
ຈາກນັ້ນ ອິນໂດເນເຊຍ ທັງທີມງານຜູ້ຊ່ວຍ ແລະ ຜູ້ຫຼິ້ນ ຕ່າງບໍ່ພໍໃຈກັບການຕັດສິນ ຂອງກຳມະການຊຸດນີ້ ກ່ອນ ຈະຕັດສິນໃຈບໍ່ເຮັດການແຂ່ງຂັນຕໍ່ໄປ ປ່ອຍໃຫ້ ມາເລເຊຍ ເອົາຊະນະໃນຄັ້ງນີ້ໄປເລີຍ ເຮັດໃຫ້ ມາເລເຊຍ ຈະເຂົ້າໄປຊີງ ຫຼຽນຄຳກັບ ໄທ ແຊ໊ມເກົ່າ.
ແນວໃດກໍຕາມ ຫາກ ເບິ່ງຈາກຄລິບວິດີໂອຈັງຫວະ ເສີບຂອງ ອິນໂດເນເຊຍ ເປັນ ລູກຟາວແທ້ ໂດຍກົດເວລາ ເສີບຫ້າມຍ້າຍຂາຫຼັກ ຫຼື ຍົກ ຂາຫຼັກຈາກພື້ນ ແຕ່ ອິນໂດເນ ເຊຍ ເຮັດແບບນັ້ນແທ້ ດັ່ງນັ້ນ ກຳມະການຕັດສິນຖືກຕ້ອງ ແລະ ຕາມກົດຂອງສະຫະພັນ ກະຕໍ້ນາໆຊາດ ຫຼື ISTAF ຫາກທີມໃດຍ່າງອອກຈາກສະໜາມຈະຖືກລົງໂທດຫ້າມເຮັດການແຂ່ງໃນງານນັ້ນຕໍ່ໄປ ທຸກໆກໍລະນີ ເຊິ່ງຈະເຮັດໃຫ້ ທີມກະຕໍ້ຍິງ ອິນໂດເນເຊຍ ຈະ ຖືກລົງໂທດເຮັດການແຂ່ງຂັນທຸກລາຍການທີ່ທາງ ສະຫະ ພັນກະຕໍ້ນາໆຊາດ ຮັບຮອງ.
https://www.youtube.com/watch?v=S2VvyljpBqI