ລັດຖະບານຮ່ວມມືກັບເອກະຊົນພັດທະນາ ໂຄງການໄຟຟ້າພະລັງງານລົມ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອສົ່ງຂາຍອອກ ສສ ຫວຽດນາມ


ວັນທີ 9 ກັນຍາ 2022 ຜ່ານມານີ້ ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດເອກະຊົນ.
ການພັດທະນາ ໂຄງການໄຟຟ້າພະລັງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ມີເນື້ອທີ່ທັງໝົດ 28.513 ເຮັກຕາ, ມີກໍາລັງຕິດຕັ້ງການຜະລິດ 1.200 ເມກາວັດ ແລະ ຄາດຄະເນມູນຄ່າການກໍ່ສ້າງປະມານ 2.159 ລ້ານໂດລາສະຫະ ລັດ, ຄາດວ່າຈະກໍ່ສ້າງສໍາເລັດ ແລະ ເລີ່ມດໍາເນີນການຜະລິດໃນທ້າຍປີ 2025 ເພື່ອໃຫ້ໄດ້ນໍາໃຊ້ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ.
ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ແມ່ນການຮ່ວມມືໃນຂະແໜງ ການພະລັງງານກັບ ສສ ຫວຽດນາມ ທີ່ເຊັນຮ່ວມກັນ ໃນປີ 2016 ວ່າດ້ວຍການຮ່ວມມືເພື່ອພັດທະນາໂຄງການໄຟຟ້າຢູ່ ສປປ ລາວ, ເປັນການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້-ຂາຍ ພະລັງງານລະຫວ່າງສອງປະເທດ ນັບແຕ່ປີ 2020-2030 ເຊິ່ງຜູ້ພັດທະນາໂຄງການໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງໃນການພັດທະນາທຸລະກິດດ້ານພະລັງງານ.